R3 ເສັ້ນທາງຄ້າຂອງເຖື່ອນ

ຂະບວນກາຣ ຄ້າໄມ້ ຂະຍຸງ ໃຊ້ເສັ້ນທາງ R3 ໃນລາວ ເພື່ອ ລໍາລຽງ ສົ່ງໄມ້ ເຖື່ອນ ໄປຍັງ ຈີນ ແລະ ວຽຕນາມ.
ຫວາດ ສີມູນ
2011.09.16
F-truck-loggings ການຂົນໄມ້ ຂ.ອັດຕະປື ເຖື່ອນ ຫຼື ຖືກຕ້ອງ ປະປົນ ກັນໄປ ໃຜຮູ້
Screen shot from EIA video

ກົດຟັງສຽງ

ໃນຣະຍະ ຜ່ານມາ ເຖິງແມ່ນວ່າ ທາງ ເຈົ້າໜ້າທີ່ ກວດກາ ສິນຄ້າ ພ້ອມດ້ວຍ ພາຄສ່ວນ ພາສີ ອາກອນ ກົມປ່າໄມ້ ແລະ ພາຄສ່ວນ ກ່ຽວຂ້ອງ ອື່ນໆ ໄດ້ເອົາ ມາຕກາຣ ກວດຂັນ ຢ່າງເຂັ້ມງວດ ເພື່ອ ສະກັດກັ້ນ ກາຣລັກລອບ ຊື້ຂາຍ ສິນຄ້າ ເຖື່ອນ ສິນຄ້າ ທີ່ ຫວງຫ້າມ ຊຶ່ງ ກໍຮວມທັງ ໄມ້ຂະຍຸງ ແຕ່ແລ້ວ ກໍມີ ຂະບວນກາຣ ຄ້າໄມ້ ສາມາດ ລັກລອບ ເອົາໄມ້ ຜ່ານເສັ້ນທາງ ໄປຍັງ ສປຈີນ ແລະ ວຽຕນາມ ຢູ່ ຕລອດມາ. ດັ່ງ ເຈົ້າໜ້າທີ່ ກົມປ່າໄມ້ ນະຄອນຫລວງ ວຽງຈັນ ເວົ້າວ່າ:

"ດຽວນີ້ ເຣື່ອງໄມ້ ຍັງໄມ່ (ບໍ່) ທັນໝົດ ຢ່າງໄມ້ ຂະຍຸງ ໝາຍຄວາມວ່າ ດຽວນີ້ ຂະເຈົ້າ ເອົາໄມ້ ຢູ່ໄທຽ ໄປວຽຕນາມ ແລະ ສົ່ງໄປຈີນ ຜ່ານລາວ ເຂົາຈະໃສ່ ຣົຖນໍ້າມັນ ຕົວຢ່າງ ລາວສັ່ງເຂົ້າ ນໍ້າມັນ ຈາກໄທຽ ແລ້ວ ເຂົາໃສ່ ໄມ້ຂະຍຸງ ໄປວຽຕນາມ ກໍມີ ຄືກັນ".

ພ້ອມດຽວ ກັນນີ້ ທ່ານກໍວ່າ ກຸ່ມຂະບວນ ກາຣຄ້າໄມ້ ນີ້ ສ່ວນຫລາຍ ຈະໃຊ້ ເສັ້ນທາງ ຫລວງ R3 ເພື່ອຂົນສົ່ງ ໄມ້ ໄປຍັງ ປະເທສຈີນ ດ້ວຍກາຣ ຕັດໄມ້ ຂະຍຸງ ເປັນທ່ອນໆ ບັນຈຸ ໃນຕູ້ ສິນຄ້າ ຫລື ຄອນເທນເນີຣ໌ (Container) ຫລື ບໍ່ກໍໃສ່ ໃນຣົຖ ນໍ້າມັນ ເພື່ອ ອໍາພາງຕາ ເຈົ້າໜ້າທີ່ ແລະ ໃນເມື່ອ ຫາກຜ່ານ ຊາຍແດນລາວ ເຂົ້າເຖິງ ເມືອງຂຸນໝິ໋ງ ໄດ້ແລ້ວນັ້ນ ໄມ້ຂະຍຸງ ຈະມີ ມູລຄ່າ ຢ່າງ ຫລວງຫລາຍ ຊຶ່ງຜູ້ທີ່ ກ່ຽວຂ້ອງ ສ່ວນຫລາຍ ຈະເປັນ ຊາວໄທຽ ຊາວຈີນ ແລະ ມີຄົນລາວ ຜູ້ມີ ອຳນາຈ ບາງຄົນ ສົມຮູ້ ຮ່ວມຄິດ ນຳດ້ວຍ ເພື່ອ ອຳນວຍ ຄວາມສະດວກ ໃນກາຣ ລຳລຽງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Sep 23, 2011 12:12 AM

ຖ້າມີຂໍ້ມູນປານນີ້ ເປັນຫຍັງບໍ່ສົ່ງໃຫ້ກວດກາພັກລັດ ດຳເນີນຄະດີ ຫຼື ເປັນພຽງຄຳເວົ້າປາກເປົ່າ ບໍ່ມີຄວາມເປັນຕາໜ້າເຊື່ອຖຶ

Anonymous
Sep 21, 2011 02:47 PM

ຂ້າພະເຈົ້າຄິດວ່າ ເລື່ອງໂກງບ້ານ ກິນເມືອງນີ້ ຖ້າພວກເຈົ້າໃຫຍ່ ນາຍໂຕ ຜູ້ທີ່ມີອຳນາດ ບໍ່ເຮັດແລ້ວຄືຊິຈະເລີນກ້າວກວ່ານີ້
ບໍ່ວາ່ແຕ່ເລື່ອງຄ້າໄມ້ດອກ ຮອດໂກງບ້ານ ກິນເມືອງ, ສໍ້ລາດ ບັງຫຼວງ, ສວຍໃຊ້ສິດ ອຳນາດໃນທາງບໍ່ຊອບທຳນີ້ກໍເກີດຈາກຜູ້ມີສິດ ອຳນາດທັງນັ້ນ

Anonymous
Sep 16, 2011 06:15 PM

ເລື່ອງທີ່ກ່າວມານີ້ແມ່ນເກີດຂື້ນໄດ້ຍ້ອນເຈົ້າຫນ້າທີ່ຕຳຫຼວດບໍ່ປະຕິບັດຕາມໜ້າທີ່ຢ່າງຈິງຈັງ ຖ້າໃຜບໍ່ເຊື່ອກໍ່ລອງໄປຕິດຕາມເບິ່ງໂລດຢູ່ທີ່ສາມແຍກໜອງບຶງ(ເສັ້ນທາງ13ໃຕ້)ຈະມີປ໋ອມຕຳຫຼວດຢູ່ຫັນ ໄປສັງເກດເບິ່ງໂລດຈະມີລົດບັນທຸກຂົນເຄື່ອງມາແລ້ວຈະຈອດຢູ່ຕາມປ໋ອມແລ້ວກໍ່ຈະຢືນບາງຢ່າງໃຫ້ແລ້ວກໍ່ົໄປໂດຍບໍ່ເອົາຄືນແລະຕຳຫຼວດກໍ່ບໍ່ກວດລົດອີກ ບໍ່ວ່າຈະເປັນລົດຮຸ່ນໄດນ້ອຍທີ່ມີຜ້າຢ່າງດຳຄຸມຫລັງລົດກໍ່ເຊັ່ນດຽວກັນກໍ່ມີການກະທຳແບບດຽວກັນ

Anonymous
Sep 20, 2011 05:59 PM

ມັນເປັນຄວາມຈິງຂອງບ້ານເຮົາການສໍ້ຣາດວັງຫລວງແຕ່ເຫນືອຮອດໃຕ້ແຕ່ລູກນ້ອງຮອດຫົວຫນ້າ (ເຈົ້າຫນ້າທີ່ກະບໍ່ເປັນເຈົ້າຫນ້າທີ່)

Anonymous
Feb 06, 2013 09:07 PM

ກວດກາລັດ, ກວດກາປ່າໄມ້ ແລະ ການຄ້າມີສ່ວນຮ່ວມ


[ຄໍາເຫັນນີ້ໄດ້ຖືກກວດແກ້ ໂດຍບັນນາທິການ ເອເຊັຽເສຣີ ອີງຕາມເງື່ອນໄຂການນໍາໃຊ້ ]

Anonymous
Sep 20, 2011 02:04 PM

ຢູ່ສະຫວັນບ້ານຂ້ອຍແຫ່ງບໍ່ໃຫ້ເວົ້າເຖິງ ອັນວ່າໄມ້ຂະຍູງນັ້ນມັນຊິມີແຕ່ຊື່ ເພາະວ່າມັນໄດ້ໜີໄປຕ່າງປະເທດຫມົດແລ້ວ ຍ້ອນພວກເຈົ້າໜ້າທີ່........ກັບພວກກິນບໍ່ຮູ້ອີ່ມມັນພາກັນແດກ