ໃນຈໍານວນ ໂຮງຮຽນ 95 ຫລັງ ເປັນທັງ ໂຮງຮຽນ ສ້າງໃໝ່ ແລະ ໂຮງຮຽນ ຫລັງເກົ່າ ທີ່ສ້ອມແປງ ຟື້ນຟູ ແລະ ຕົບແຕ່ງໃໝ່ ຊຶ່ງຮວມເປັນ ມູນຄ່າ ໃນການຊ່ວຍເຫລືອ 1,018 ລ້ານເຢັນ ຫລືປະມານ 13 ລ້ານໂດລາ ສະຫະຣັຖ.
ໂຮງຮຽນ 95 ຫລັງຕັ້ງຢູ່ ໃນແຂວງ ພາກກາງ ແລະ ພາກໃຕ້ ສວັນນະເຂດ ແລະ ຈໍາປາສັກ. ສໍານັກງານ ຂ່າວສານ ປະເທດລາວ ລາຍງານວ່າ ຍານາງ ຈຸງໂກະ ໂຢໂກຕະ ເອກອັຄຣາຊທູດ ຍີ່ປຸ່ນ ປະຈໍາລາວ ເປັນຜູ້ມອບ ຢູ່ເມືອງສອງຄອນ ແຂວງ ສວັນນະເຂດ ໃນມື້ວັນທີ 25 ພຶສພາ 2012 ໂດຍມີ ດຣ ພັນຄໍາ ວິພາວັນ ຣັຖມົນຕຣີ ກະຊວງ ສຶກສາທິການ, ດຣ ສຸພັນ ແກ້ວມີໄຊ ເຈົ້າແຂວງໆ ສວັນນະເຂດ ເຂົ້າຮ່ວມໃນ ພິທີມອບ.
ໂຮງຮຽນ ທີ່ຍີ່ປຸ່ນ ມອບໃຫ້ນັ້ນ ເປັນໂຮງຮຽນ ປະຖົມສຶກສາ ແລະ ມັທຍົມສຶກສາ. ໃນແຂວງ ສວັນນະເຂດ ມີ 43 ຫລັງ ປະຖົມ 28 ຫລັງ ແລະ ມັທຍົມ 18 ຫລັງ. ສ່ວນຢູ່ ຈໍາປາສັກ ມີທັງໝົດ 52 ຫລັງ ໃນຈໍານວນນີ້ 17 ຫລັງເປັນ ມັທຍົມສຶກສາ ຕອນຕົ້ນ.
ນອກຈາກນັ້ນ ໃນມື້ວັນທີ 29 ພຶສພາ 2012 ອົງການ ຄວາມຮ່ວມມື ລະຫວ່າງ ປະເທດຍີ່ປຸ່ນ JICA ກໍໄດ້ ຊ່ວຍເຫລືອ ອຸບປະກອນ ການສຶກສາ ໃຫ້ແກ່ລາວ ເພື່ອ ຊ່ວຍເຫລືອ ໂຮງຮຽນ ໃນ 5 ແຂວງ ທີ່ໄດ້ຮັບ ຜົນກະທົບ ຈາກເຫດ ອຸທົກກະພັຍ ໃນ ປີທີ່ຜ່ານມາ.