ຝົນຕົກດິນເຈື່ອນ ຍ້ອນພູຫົວໂລ້ນ

ກາຣລັກລອບ ຕັດໄມ້ ຕາມສັນພູ ເປັນ ສາເຫຕ ສຳຄັນ ອັນນື່ງ ທີ່ ກໍ່ໃຫ້ເກີດ ບັນຫາ ດິນເຈື່ອນ.
ຫວາດ ສີມູນ
2011.09.22
F-slash-burnt ພູ ທີ່ຊາວບ້ານ ຕັດໄມ້ ຖາງປ່າ ແລ້ວຈູດ ເພື່ອເຮັດໄຮ່
RFA

ກົດຟັງສຽງ

ກາຣລັກລອບ ຕັດໄມ້ ຍັງເປັນ ບັນຫາ ທີ່ໜັກໜ່ວງ ໃນທົ່ວ ປະເທສ ຢູ່ລາວ ຈົນເທົ່າ ປັຈຈຸບັນ ແລະ ມີແນວໂນ້ມ ທີ່ຈະ ຮ້າຍແຮງ ໄປກວ່າເກົ່າ ແຕ່ສະເພາະ ຢູ່ ແຂວງຫົວພັນ ນັ້ນ ຍິ່ງເປັນ ຜົລກະທົບ ຕໍ່ ຊີວີຕ ຂອງ ປະຊາຊົນ ດັ່ງຈະເຫັນ ໄດ້ຈາກ ເຫຕກາຣ ທີ່ເກີດຂຶ້ນ ໃນມື້ ວັນທີ່ 19 ກັນຍາ ນີ້ ທີ່ມີ ດິນເຈື່ອນ ລົງທັບ ບ້ານເຮືອນ ຂອງ ປະຊາຊົນ ເຮັດໃຫ້ ມີຜູ້ເສັຽ ຊີວີຕ ໄປຍ້ອນ 3 ຄົນ ຊຶ່ງ ກໍເປັນ ຜົລກະທົບ ຈາກກາຣ ລັກລອບ ຕັດໄມ້ ຢູ່ເທີງພູ ຈຳນວນ ຫລວງຫລາຍ ຈົນກາຍເປັນ ບັນຫາ ເວລາ ມີຝົນ ຕົກໜັກ. ດັ່ງ ທ່ານ ພຸທສອນ ດວງພູມີ ເຈົ້າໜ້າທີ່ ປະຈຳ ອົງກາຣ ອະນຸຮັກ ທັມຊາຕ ຫລື WWF ໄດ້ກ່າວວ່າ:

"ດິນເຈື່ອນ ສ່ວນຫລາຍ ກະແມ່ນ ເກີດຈາກ ກາຣຕັດໄມ້ ເພາະວ່າ ເພີ່ນຕັດໄມ້ ແລ້ວສິເຮັດ ໃຫ້ ບໍ່ມີຮາກ ດຶງດິນ ເພາະວ່າ ສ່ວນຫລາຍ ພວກບັນດາ ຊົນເຜົ່າ ທີ່ວ່າຢູ່ ທາງພູ ເພີ່ນສ່ວນ ຫລາຍອາສັຍ ກິນນຳ ກາຣ ເຮັດໄຮ່ ກໍຈະຕ້ອງ ໄດ້ມີກາຣ ຕັດໄມ້".

ພ້ອມດຽວກັນນີ້ ທ່ານກໍວ່າ ປະຊາຊົນ ຊາວເຜົ່າ ຕາມເຂຕ ແຂວງຕ່າງໆ ທາງພາຄເໜືອ ຂອງລາວ ເທົ່າປັຈຈຸບັນ ສ່ວນຫລາຍ ມັກຈະ ອາສັຍ ແຕ່ກາຣ ເຮັດໄຮ່ ເລື່ອນລອຍ ໄປຕາມ ເທີງພູ ຢູ່ເລື້ອຍໆ ໂດຽທີ່ ບໍ່ຮູ້ວ່າ ມັນໄດ້ສ້າງ ຜົລກະທົບ ຢ່າງຮ້າຍແຮງ ສົມທົບ ກັບ ບັນຫາ ທີ່ມີ ກາຣລັກລອບ ຕັດໄມ້ ຂອງກຸ່ມຜູ້ ລັກລອບ ຄ້າຂາຍໄມ້ ນັ້ນຕື່ມອີກ ເຖິງແມ່ນວ່າ ທາງກາຣລາວ ອອກກົດໝາຍ ຄຸ້ມຄອງ ປ່າໄມ້ ນັ້ນ ກໍຕາມ.

ຢ່າງໃດກໍຕາມ ໃນຣະຫວ່າງ 2 ເດືອນ ຜ່ານມານີ້ ມີຫລາຍແຂວງ ຢູ່ທາງ ພາຄເໜືອ ຂອງລາວ ມັກຈະເກີດມີ ບັນຫາ ດິນເຈື່ອນ ເວລາ ມີຝົນ ຕົກໜັກ ທີ່ເຮັດໃຫ້ມີ ປະຊາຊົນ ເສັຽຊີວີຕ ຢູ່ແຂວງ ອຸດົມໄຊ ແລະ ແຂວງຫົວພັນ ດັ່ງກ່າວ ນີ້ ຮວມເປັນ ທັງໝົດ 8 ຄົນ ແລ້ວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Nov 04, 2012 07:34 AM

ທັມມະຊາດ ເຮີ່ມລົງໂທສມະນຸສຍ໌


[ຄໍາເຫັນນີ້ໄດ້ຖືກກວດແກ້ ໂດຍບັນນາທິການ ເອເຊັຽເສຣີ ອີງຕາມເງື່ອນໄຂການນໍາໃຊ້ ]

Anonymous
Nov 04, 2012 07:36 AM

ທັມມະຊາດຍ້ອນຄືນ ໃຫ້ມະນຸສຍ໌ຮັບໂທສແລ້ວ


[ຄໍາເຫັນນີ້ໄດ້ຖືກກວດແກ້ ໂດຍບັນນາທິການ ເອເຊັຽເສຣີ ອີງຕາມເງື່ອນໄຂການນໍາໃຊ້ ]