ທຸກຊົນເຜົ່າຄວນມີສ່ວນ ໃນຄວາມປອດໄພຂອງຊາດ

ກຸ່ມຜູ້ນໍາລາວ ຕ້ອງການ ຊົນເຜົ່າຕ່າງໆ ເຂົ້າຮ່ວມ ໃນການຮັກສາ ຄວາມປອດພັຍ ຂອງຊາດ.

0:00 / 0:00

ກົດຟັງສຽງ

ຫລັງຈາກທີ່ ພັກຄອມມຸຍນິດ ສປປລາວ ໄດ້ສລຸບວຽກງານ ການພັທນາ ສຳລັບສົກປີ 2011-2015 ໃນກອງປະຊຸມຫລວງ ຄັ້ງທີ 9 ທີ່ຜ່ານມາ ປະເດັ່ນນື່ງ ທີ່ຣັຖບານກຳລັງ ຈະຕ້ອງໄດ້ເຮັດ ກໍ່ແມ່ນການ ຫັນປ່ຽນ ທິດທາງຂອງການຮັກສາ ຄວາມສງົບຫລືການ ປ້ອງກັນປະເທດຊາດ ທີ່ຄວນຈະຮ່ວມດ້ວຍ ການຮ່ວມມືຂອງຊົນເຜົ່າ ຫລາຍກວ່າເກົ່າ ໃນຣະຍະຕໍ່ໄປ ເພື່ອໃຫ້ພວກຂະເຈົ້າ ມີສ່ວນຮ່ວມ ໃນການສ້າງສາພັທນາ ປະເທດຊາດ ດັ່ງທ່ານທອງບັນ ແສງອາພອນ ຣັຖມົນຕຣີ ກະຊວງປ້ອງກັນ ຄວາມສງົບພາຍໃນ ກ່າວໃນຕອນນື່ງວ່າ:

"ໃນຣະຍະນີ້ ແມ່ນການປະຕິບັດ ຕາມ 4 ເນື້ອໃນ 4 ຄາດຫມາຍຂອງວຽກງານ ກໍ່ສ້າງຮາກຖານ ການເມືອງ ໃນປັດຈຸບັນ ກຳລັງປ້ອງກັນຄວາມສງົບ ກໍ່ໄດ້ຈັດຕັ້ງ ແລະ ຫັນລົງຮາກຖານ ຢ່າງເປັນຂະບວນ ການກວ້າງຂວາງດ້ວຍ ຫລາຍຮູບຫລາຍສີ ໃຫ້ສອດຄ່ອງກັບ ບໍຣິເວນ ຂອງແຕ່ລະເຜົ່າ".

ທ່ານກ່າວຕໍ່ໄປວ່າ ປັດຈຸບັນໃນລາວ ມີຫລາຍ ຊົນຊາດຊົນເຜົ່າ ອີກຍັງມີຄົນ ຈາກຕ່າງປະເທດໂຍກຍ້າຍ ເຂົ້າມາຕັ້ງຖີ່ນຖານ ໃນລາວຫລາຍຂື້ນ ດ່ັງນັ້ນ ປະຊາຊົນຊາວເຜົ່າ ຕ້ອງຊ່ອຍກັນຮັກສາ ຄວາມປອດພັຍ ໃຫ້ແກ່ຣັຖບານ ປະກອບສ່ວນເຂົ້າກັບ ຣັຖບານ ໃນການພັທນາ ປະເທດຊາດ. ແຜນການດັ່ງກ່າວຖືວ່າ ເປັນການ ສ້າງຄວາມເຂົ້າໃຈໃຫມ່ ກັບບັນດາຊົນເຜົ່າ ໃນລາວ ໃຫ້ຊ່ອຍກັນຮັກສາ ຄວາມປອດພັຍແລະ ຄວາມສງົບໃນປະເທດ ໃນຣະບອບໃຫມ່.

ການພັທນາຊົນຊາດ ຊົນເຜົ່າໃນລາວ ເປັນແຜ່ນການສຳຄັນ ອັນນື່ງ ທີ່ຄນະຂັ້ນນຳຖືວ່າ ເປັນວຽກງານ ບຸຣິມະສິດ ທີ່ຣັຖບານຈະຕ້ອງເຮັດ ຍ້ອນວ່າບັນຫາ ການຫຍໍ້ທໍ້ທາງສັງຄົມ ຈາກຊົນເຜົ່າຕ່າງໆ ໃນລາວ ຈະພາໃຫ້ເກິດ ຄວາມຂັດແຍ່ງຣະຫວ່າງ ກັນຂື້ນມາໄດ້ ແລະ ກໍ່ຈະເປັນອຸປສັກ ຕໍ່ການພັທນາ ທາງດ້ານເສຖກິດ.