ກົດຟັງສຽງ
ໃນປັດຈຸບັນ ຍັງມີ ກຸ່ມຄົນ ທີ່ໃຊ້ ໜ້າທີ່ ຕໍາແໜ່ງ ຂົ່ມຂູ່ ສື່ມວລຊົນ ຢູ່ເລື້ອຍໆ. ຕົວຢ່າງເມື່ອ ສື່ມວນຊົນ ນໍາສເນີ ຂ່າວສານ ຂໍ້ມູນ ກ່ຽວກັບ ບັນຫາ ໃດບັນຫາ ນຶ່ງ ທີ່ແຕະຕ້ອງ ຜົນປໂຍດ ຂອງບຸກຄົນ ກຸ່ມນີ້, ກໍມັກ ຖືກ ກ່າວຫາ ໂຈມຕີ ແລະ ຂົ່ມຂູ່ ດ້ວຍວິທີການ ຕ່າງໆນາໆ, ຊຶ່ງສ່ວນໃຫຍ່ ມັກອ້າງ ອໍານາດ ຫລື ໜ້າທີ່ ຕໍາແໜ່ງ ທາງຣາຊການ. ໃນລະຍະ ຜ່ານມານີ້ ສື່ມວນຊົນ ຫລາຍແຫ່ງ ແລະ ຜູ້ສື່ຂ່າວ ຫລາຍຄົນ ໄດ້ຖືກ ຂູ່ເຂັນ ຈົນເຖິງຂັ້ນ ຈະຖືກ ຈັບກຸມ ຄຸມຂັງ ຍ້ອນວ່າໄດ້ ນໍາສເນີ ຂ່າວສານ ຂໍ້ມູນ ທີ່ກະທົບ ກະເທືອນ ຕໍ່ວຽກງານ ແລະ ໜ້າທີ່ຂອງ ພວກຂະເຈົ້າ, ໂດຍການ ກ່າວຫາວ່າ ສິ່ງທີ່ໄດ້ ນໍາເອົາມາ ສເນີ ບໍ່ເປັນ ຄວາມຈິງ ຫລືເກີນ ຄວາມເປັນຈິງ ທັ້ງໆທີ່ມີ ຫລັກຖານ ຄົບຖ້ວນ ແລະ ການສເນີ ກໍເປັນ ຄວາມຈິງ ທຸກປະການ.
ບັນນາທິການ ໜັງສືພິມ ຈາກ ນະຄອນຫລວງ ວຽງຈັນ ຜູ້ນຶ່ງ ທີ່ບໍ່ປະສົງ ອອກຊື່ ກ່າວວ່າ ສື່ມວນຊົນ ລາວ ເປັນຂອງ ຣັຖບານລາວ ເກືອບທັງໝົດ, ຊຶ່ງມີໜ້າທີ່ ສເນີຂໍ້ມູນ ຂ່າວສານ ເຜີຍແຜ່ ນະໂຍບາຍ ແນວທາງ ຂອງພັກ ແລະ ຣັຖບານ ສູ່ ປະຊາຊົນ ແລະ ນໍາເອົາ ຄໍາຮ້ອງຮຽນ ຂອງ ປະຊາຊົນ ຂຶ້ນຫາ ພາກຣັຖບານ ເພື່ອ ພິຈາຣະນາ ແກ້ໄຂ. ດັ່ງນັ້ນ ສິ່ງໃດທີ່ ບໍ່ມີມູນ ຄວາມຈິງ ວົງການ ສື່ມວນຊົນ ລາວ ຈະບໍ່ນໍາສເນີ ອອກສູ່ສັງຄົມ ຢ່າງເດັດຂາດ ເພາະຕ້ອງ ປະຕິບັດ ຕໍ່ຫລັກ ຈັນຍາບັນ ຂອງ ວິຊາຊີບ ແລະ ກົດໝາຍ ບ້ານເມືອງ.
ຢູ່ ສປປລາວ ຄົງຈະບໍ່ມີ ສໍານັກງານ ສື່ມວນຊົນ ໃດກ້ານໍາ ສເນີ ຂ່າວສານ ທີ່ບິດເບືອນ ຄວາມຈິງ ໂດຍ ເຈຕນາ ທີ່ຈະສ້າງ ຄວາມກະທົບ ກະເທືອນ ເສັຍຫາຍ ຕໍ່ສ່ວນຮວມ. ໃນປີ 2008 ສະພາ ແຫ່ງຊາດ ໄດ້ຮັບຮອງ ເອົາກົດໝາຍ ວ່າດ້ວຍ ສິດທິ ສື່ມວນຊົນ ຊຶ່ງອາຊີບ ສື່ມວນຊົນ ມີອິສຣະ ພາຍໃຕ້ ກົດໝາຍ ໂດຍທີ່ ບໍ່ຄວນຖືກ ນາບຂູ່ກໍ່ກວນ ຈາກບຸກຄົນໃດ ຫລືກຸ່ມໃດ ທີ່ມີອໍານາດ ເພື່ອຜົນ ປໂຍດ ສ່ວນໂຕເລີຍ.
