US-ລາວ ເພີ້ມສາຍສັມພັນ

ຊາວລາວ ມີຄວາມຍີນດີ ໃນການ ຢ້ຽມຢາມ ສປປລາວ ຂອງ ມາດາມ Hillary Clinton ຣັຖມົນຕຣີ ການຕ່າງປະເທດ ສະຫະຣັຖ ອະເມຣິກາ.
ສິດນີ
2012.07.12
F-Clinton-Thongsing ມາດາມ Hillary Clinton ຣັຖມົນຕຣີ ການຕ່າງປະເທດ ຈາກ ສະຫະຣັດ ອະເມຣິກາ ຖືກຕ້ອນຮັບ ໂດຍ ທ່ານ ທອງສິງ ທັມມະວົງ ນາຍົກ ຣັຖມົນຕຣີ ສປປລາວ
us-embassy-laos

ໃນໂອກາດ ທີ່ ມາດາມ Hillary Clinton ຣັຖມົນຕຣີ ການຕ່າງປະເທດ ສະຫະຣັຖ ໄດ້ມາ ຢ້ຽມຢາມ ສປປລາວ ເປັນຄັ້ງ ປະຫວັດສາດ ໃນມື້ວານນີ້ ຊາວລາວ ຫລາຍຄົນ ໄດ້ອອກ ມາສະແດງ ຄວາມຍີນດີ ແລະ ປະທັບໃຈ ໃນການມາ ຂອງທ່ານ ເປັນຢ່າງຍີ່ງ ເນື່ອງຈາກວ່າ ຍັງມີຄວາມຫວັງຕໍ່ ການປ່ຽນແປງ ໃນລາວ. ດັ່ງຊາວລາວ ທີ່ ນະຄອນຫຼວງ ວຽງຈັນ ຜູ້ນື່ງເວົ້າວ່າ:

"ຄວາມຮູ້ສຶກ ກໍຖືວ່າ ຮູ້ສຶກດີ ຖືວ່າຂະເຈົ້າເລີ້ມ ໃຫ້ຄວາມສຳຄັນ ກັບປະເທດ ທີ່ມີການ ພົວພັນກັນ ມາກອ່ນ ຄືຈາກ ປົກກະຕິ ຂະເຈົ້າກໍມີ ການຊ່ອຍເຫລືອ ຢູ່ແລ້ວ ຖືວ່າເປັນການ ປີ່ນປົວ ບາດແຜ ສົງຄາມ ເພາະວ່າ ມັນກໍມີ ໂຄງການ ຊ່ອຍເຫລືອ ຫລາຍຢູ່ແລ້ວ ຈາກ ອະເມຣີກາ".

ທ່ານກ່າວ ຕໍ່ໄປວ່າ ຫລັງຈາກການ ເບີ່ງຂ່າວ ແລະ ເຫັນມາດາມ Clinton ຈະໃຫ້ການ ຊ່ອຍເຫລືອ ລາວ ໃນຫລາຍດ້ານ ໃນຖານະຕົນ ເປັນຄົນລາວ ກໍຢາກໃຫ້ ສtຫະຣັຖ ຊ່ອຍ ເຫລືອລາວ ໃນເລື້ອງ ການສ້າງຝີມື ແຮງງານ ໃຫ້ມີ ປະສິດທິພາບ ແລະ ພັທນາເລື້ອງ ການສຶກສາ ໃນປະເທດ:

"ຄົນລາວຕ້ອງການ ການພັທນາ ເລື້ອງຝີມື ໃຫ້ຫລາຍຂື້ນ ກວ່ານີ້ ຄັນຖ້າຊີ່ເປັນ ແບບນີ້ຕໍ່ໄປ ແຮງງານລາວ ກໍຈະ ຫາກີນຍາກ ກໍຢາກໃຫ້ ຊ່ອຍດ້ານ ການສຶກສາ ຫລາຍກວ່າ ເພາະວ່າ ເປີເຊນ ຂອງ ຄົນຍັງບໍ່ທັນ ຮູ້ຫນັງສື ຢູ່ລາວ ຍັງສູງຢູ່".

ໃນຂນະດຽວກັນ ຄົນລາວ ອີກຄົນນື່ງ ກໍຢາກໃຫ້ ສະຫະຣັຖ ຊ່ອຍເຫລືອ ງົບປະມານ ໃນການສ້າງ ໂຮງຮຽນ ໃນລາວ ເນື່ອງຈາກວ່າ ໃນເຂດ ຊົນນະບົດ ຂອງລາວ ຍັງບໍ່ມີ ໂຮງຮຽນ ພຽງພໍ ສຳລັບ ຈຳນວນນັກຮຽນ ທີ່ເພີ້ມຂື້ນ ໃນແຕ່ລະປີ ຈື່ງຢາກໃຫ້ ສະຫະຣັຖ ຊ່ອຍສ້າງ ໂຮງຮຽນເພີ້ມຕຶ່ມ ເພື່ອເດັກນ້ອຍ ລາວ ຈະມີໂອກາດ ໄດ້ຮັບ ການສຶກສາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.