ກົດຟັງສຽງ
ໃນສົກປີ 2009-2010 ອົງການອັຍການສານ ປະຊາຊົນ ສູງສຸດ ໄດ້ສເນີໃຫ້ ປະທານປະເທດ ອະພັຍໂທດ ໃຫ້ນັກໂທດ ທັງໝົດ 707 ຄົນ, ຊຶ່ງຈຳນວນດັ່ງກ່າວ ເປັນຈຳນວນຫລາຍ ທີ່ສຸດ ທີ່ປະທານ ປະເທດເຄີຍໄດ້ ປະຕິບັດມາ ໃນທຸກໆປີ ທີ່ຜ່ານມາ. ປີ 2010 ຖືເປັນປີ ທີ່ມີຄວາມສຳຄັນ ໃນສປປລາວ ດັ່ງທ່ານສົມພັນ ແພງຄຳມີ ຫົວໜ້າຫ້ອງການ ອັຍການປະຊາຊົນ ສູງສຸດ ໄດ້ເວົ້າໃນໂອກາດ ຖແລງຂ່າວ ຕໍ່ຜູ້ສື່ຂ່າວ ຢູ່ນະຄອນຫລວງ ວຽງຈັນວ່າ:
"ພວກເຮົາໄດ້ ສົມທົບກັບ ພາກສ່ວນທີ່ກ່ຽວຂ້ອງ ມີການຄົ້ນຄວ້າ ເພື່ອສເນີໃຫ້ ປະທານປະເທດ ອະພັຍໂທດ ແລະ ໂຕເລກທີ່ສເນີ ໃຫ້ປະທານປະເທດ ນັກໂທດທີ່ໄດ້ມີ ການປະພຶດ ຕົວດີ ຮູ້ສຶກກິນແໜງ ແຄງໃຈຕໍ່ການ ກະທຳຜິດຂອງຕົນ ແລະ ໄດ້ຮັບການອະພັຍໂທດ ທັງໝົດ 707 ຄົນ ແລະດຽວນີ້ ປະທານປະເທດ ອອກດຳຣັດ ຕົກລົງແລ້ວ".
ທ່ານສົມພັນ ໄດ້ເວົ້າຕໍ່ໄປວ່າ ໃນຈຳນວນນັກໂທດ ທັງໝົດ 707 ຄົນ ທີ່ໄດ້ຮັບ ອະພັຍໂທດນີ້ ແມ່ນມີໃນທົ່ວ ທຸກແຂວງ. 363 ຄົນ ໄດ້ຮັບການ ປ່ອຍຕົວເລີຍ ແລະອີກ 344 ຄົນ ແມ່ນການ ອະພັຍຜ່ອນໂທດ. ສຳລັບຜູ້ທີ່ໄດ້ ຮັບການອະພັຍໂທດ ແມ່ນນັກໂທດ ທີ່ໄດ້ປະພຶດຕົວດີ ແລະໄດ້ສ້າງ ຄຸນງາມຄວາມດີ ເມື່ອຕິດໂທດຢູ່. ສໍາລັບສົກປີ 2009-2010 ປະທານປະເທດ ໄດ້ອອກດຳຣັດ ປ່ອຍນັກໂທດ ຫລາຍກວ່າປີກ່ອນໆ ຍ້ອນວ່າເປັນປີ ມະຫາມຸງຄຸນ, ມີງານບຸນ ສເລີມສລອງ ເກີດຂຶ້ນຫລາຍງານ ພາຍໃນປະເທດ ຈຶ່ງຖືເປັນນິມິດ ອັນດີ. ການປ່ອຍນັກໂທດ ອອກມາກໍເພື່ອ ໃຫ້ພວກຂະເຈົ້າ ອອກມາແກ້ໄຂ ປັບປຸງຕົນເອງ ສໍານຶກ ໃນສິ່ງທີ່ໄດ້ ເຮັດຜິດໄປແລ້ວ ແລະ ໃຫ້ປະພຶດດີ ຕໍ່ສັງຄົມ.
ສຳລັບການ ອະພັຍໂທດ ໃຫ້ແກ່ນັກໂທດ ມີຂຶ້ນທຸກໆປີ ໂດຍສະເພາະ ໃນວັນຊາດທີ 2 ທັນວາ. ນັກໂທດທີ່ໄດ້ຮັບການ ອະພັຍໂທດ ຈະຕ້ອງໄດ້ຮັບ ການພິຈາຣະນາ ຈາກອົງການອັຍການ ປະຊາຊົນ ສູງສຸດ ແລະຄນະກັມມະການ ຄົ້ນຄວ້າກ່ອນ. ອົງການ ແລະຄນະກັມມະການ ດັ່ງກ່າວ ເປັນຜູ້ສເນີໃຫ້ ປະທານປະເທດ ເພື່ອອອກດຳຣັດ ປະກາດການ ອະພັຍໂທດ.
