ລາວໄທວຽດນາມຈະຮ່ວມ ພັທນາເຂດສາມຫລ່ຽມ

ລາວໄທ ແລະວຽດນາມ ໄດ້ຕົກລົງ ທີ່ຈະຮ່ວມກັນ ພັທນາເຂດ 3 ຫລ່ຽມເສຖກິດ ຊຶ່ງປະກອບ ດ້ວຍເຂດ ພາກກາງ ແຂວງກົງຕໍ່າ ກວງໄງ ແລະບິນດິນ ຂອງວຽດນາມ ເຂດພາກ ຕາເວັນອອກ ສ່ຽງເໜືອ ແຂວງ ອຸບົນ ຣາຊທານີ ແລະ ສີສະເກດ ຂອງໄທ ແລະແຂວງ ຈໍາປາສັກ ເຊກອງ ແລະອັດຕະປື ຂອງລາວ.

0:00 / 0:00

ກົດຟັງສຽງ

ທັງ 8 ແຂວງ ມີສັກກະຍາພາບ ທາງເສຖກິດ ທີ່ແຕກຕ່າງກັນ ວຽດນາມ ຕິດກັບທະເລ ລາວແລະໄທ ມີຄວາມກ້າວໜ້າ ທາງດ້ານ ການກະເສຕ ແລະບໍ່ແຮ່ ຊຶ່ງຈະມີ ຄວາມສໍາຄັນ ໃນການພັທນາ ເສຖກິດ ສັງຄົມ ໃນພູມີພາຄ ໃນອະນາຄົດ ອັນໃກ້ນີ້.

ໃນກອງປະຊຸມ ຢູ່ແຂວງ ກົງຕໍ່າ ປະເທດວຽດນາມ ຫວ່າງມໍ່ໆ ຜ່ານມາ ເຈົ້າໜ້າທີ່ ທີ່ເຂົ້າຮ່ວມ ປະຊຸມ ໄດ້ເຫັນດີ ຈັດຕັ້ງ ເຄືອຂ່າຍ ເຊື່ອມໂຍງ 8 ແຂວງ ຊ່ວຍເຫລືອກັນ ພັທນາ ຂຍາຍເສຖກິດ ໃຫ້ຍືນຍົງ ແລະ ສົ່ງເສີມ ສັງຄົມ ໃຫ້ນັບຖືສິດ ອະທິປະໄຕ ຄວາມສເມີພາບ ແລະ ບໍ່ຫຍຸ້ງກ່ຽວ ກິຈການ ພາຍໃນ ຂອງກັນແລະກັນ.

ການຮ່ວມມື ຂອງທັງ 8 ແຂວງ ຈະເນັ້ນໃສ່ ການພັທນາ ເຂດເສຖກິດ ພູເຄືອ ໃນແຂວງ ອັດຕະປື ຂອງລາວ ພ້ອມທັງ ດ່ານຊາຍແດນ ນາໆຊາດ ບໍອີ ທີ່ຕິດກັບ ແຂວງ ກົງຕໍ່າ ຂອງວຽດນາມ ທັງ 3 ປະເທດ ຈະຮ່ວມກັນ ພັທນາ ໃນການ ປູກພືດ ອຸດສາຫະກັມ ເຊັ່ນ ຢາງພາຣາ ໝາກກາເຟ ແລະ ປຸກສ້າງ ໂຄງຮ່າງພື້ນຖານ ພາຍໃນແຂວງ ຂອງຕົນ ເພື່ອໃຫ້ ຄວາມສດວກ ໃນການພັທນາ.