ກົດຟັງສຽງ
ສປປລາວ ຊຶ່ງເປັນນຶ່ງ ໃນຈໍານວນ ປະເທດ ທີ່ທຸກຍາກ ທີ່ສຸດ ຂອງ ຂົງເຂດເອເຊັຽ ຈັດພິທີເປີດ ເຂື່ອນໄຟຟ້າ ທີ່ມີມູນຄ່າ 1 ພັນ 3 ຮ້ອຍລ້ານ ໂດລາ ໃນວັນທີ 9 ທັນວາ ນີ້ ຊຶ່ງຄາດວ່າ ຈະຊ່ວຍໃຫ້ ມີຣາຍໄດ້ ທີ່ຕ້ອງການຍິ່ງ ສໍາລັບ ລາວ ແລະ ຈະຊ່ວຍສ້າງ ໃຫ້ມີ ມາຕຖານໃໝ່ ໃນການຈໍາກັດ ຫລື ຫລຸດຜ່ອນ ຜົນກະທົບ ອັນບໍ່ດີ ຕໍ່ສະພາບ ແວດລ້ອມ ແລະ ທັງຈະຊ່ວຍ ປັບປຸງ ຊີວິດການ ເປັນຢູ່ ຂອງປະຊາຊົນ ທີ່ຖືກໂຍກຍ້າຍ ຈາກບ້ານເດີມ ນໍາດ້ວຍ. ຕາມຣາຍງານ ຂອງອົງການຂ່າວ AP ຈາກ ນາກາຍ.
ເຂື່ອນນໍ້າເທີນ 2 ທີ່ຕັ້ງຢູ່ ແຂວງ ຄໍາມ່ວນ ເປັນເຂື່ອນ ໄຟຟ້າ ຂນາດໃຫຍ່ ແຫ່ງທໍາອິດ ທີ່ໄດ້ຮັບການ ສະໜັບສະໜູນ ຈາກ ທະນາຄານໂລກ ພາຍຫລັງທີ່ ປະເຊີນບັນຫາ ມາເປັນ ເວລານານ ຂນະທີ່ມີການ ວິພາກວິຈານ ວ່າ ເຂື່ອນສ້າງຄວາມ ເສັຽຫາຍຫລາຍ ແກ່ຊຸມຊົນ ແລະ ສະພາບແວດລ້ອມ.
ກຸ່ມນັກເຄື່ອນໄຫວ ຕົວຕັ້ງຕົວຕີ ເຕື່ອນວ່າ ມັນໄວເກີນໄປ ທີ່ຈະເວົ້າວ່າ ນີ້ເປັນໂຄງການ ທີ່ປະສົບຄວາມ ສໍາເຣັດ ຊຶ່ງບັນຫາ ກໍຍັງຈະເປັນ ເລື່ອງຜົລກະທົບ ຂອງເຂື່ອນ ຕໍ່ຄຸນນະພາບ ນໍ້າ; ຕໍ່ການຫາປາ ແລະ ການຕັ້ງ ຖີ່ນຖານໃໝ່ ຂອງປະຊາຊົນ ທີ່ຈະສາມາດ ທໍາມາຫາລ້ຽງຊີບ ກຸ້ມຕົນເອງ ໄດ້ຫລືບໍ່. ຄາດກັນວ່າ ເຂື່ອນນໍ້າເທີນ 2 ຈະສ້າງຣາຍໄດ້ ໃຫ້ລາວເຖິງ 2 ພັນລ້ານ ໂດລາ ໃນລະຍະ 25 ປີ ຂ້າງໜ້າ ຊຶ່ງເປັນ ຈຳນວນເງິນ ທີ່ຣັຖບານລາວ ໄດ້ໃຫ້ສັນຍາ ວ່າຈະໃຊ້ ເຂົ້າໃນ ການຫລຸດຜ່ອນ ຄວາມທຸກຍາກ ຢູ່ ປະເທດລາວ.
ທະນາຄານໂລກ ປະເມີນວ່າ ເຂື່ອນນໍ້າເທີນ 2 ຈະຊ່ວຍໃຫ້ ເສຖກິດຂອງລາວ ເຕີບໂຕ ເກືອບເຖິງ 40%. ທ່ານ Robert Zoellic ປະທານ ທະນາຄານໂລກ ວ່າ ເຂື່ອນໄຟຟ້າ ພະລັງນໍ້າ ເປັນແຫລ່ງ ພະລັງງານ ທີ່ສະອາດ ແລະ ກໍຈະພິຈາຣະນາ ສນັບສນູນ ໂຄງການເຂື່ອນ ໃນລາວຕໍ່ໄປ.