ເກມແລ້ວ ມືປືນຍິງລົດ ຢູ່ເມືອງສີໂຄດ ຖືກຈັບພ້ອມຢາເສບຕິດ ແລະ ອາວຸດປືນ

ຈັບໂຕຊາຍຊາວຈີນ 3 ຄົນ ຜູ້ກໍ່ເຫດຍິງລົດ ຢູ່ເມືອງສີໂຄດຕະບອງນະຄອນຫລວງວຽງຈັນ

ເຈົ້າໜ້າທີ່ຕໍາຫຼວດນະຄອນຫລວງວຽງຈັນ ໄດ້ຈັບໂຕຊາຍຊາວຈີນ 3 ຄົນ ຜູ້ກໍ່ເຫດຍິງລົດ ຢູ່ເມືອງສີໂຄດຕະບອງນະຄອນຫລວງວຽງຈັນ ພ້ອມກັນຢາເສບຕິດ ແລະ ອາວຸດປືນ.

ອັນດັບສື່ລາວຂີ້ຮ້າຍລົງ ສ່ວນ ເອເຊັຍເສລີ ປະກາດກັບມາ ຖືກຈັບຢູ່ໃນອັນດັບທີ 154 ໃນຈໍານວນ 180 ປະເທດ ທົ່ວໂລກ ໃນດ້ານເສລີພາບທາງດ້ານສື່ມວນຊົນ

ນອກຈາກນີ້, ຄົນຈີນທັງ 3 ຄົນ ຍັງມີອາວຸດປືນຍາວ 5 ກະບອກ ແລະ ປືນສັ້ນ 5 ກະບອກ ແລະ ລູກປືນ 500 ລູກ ແລະ ຢາເສບຕິດປະເພດຢາໄອສຈໍານວນ 137 ຖົງນ້ອຍ ໄວ້ໃນຄອບຄອງ.

ອີງຕາມຂໍ້ມູນຈາກເຈົ້າໜ້າທີ່ຕໍາຫຼວດນະຄອນຫລວງວຽງຈັນ ໃນວັນທີ 30 ເມສາ ໄດ້ຮູ້ວ່າ, ຊາຍຊາວຈີນທັງ 3 ຄົນ ກໍ່ຍິງລົດໃນວັນທີ 22 ເມສາ 2026 ແລະ ຖືກຈັບ ໃນວັນທີ 23 ເມສາ. ທີ່ຜ່ານມາ ເຈົ້າໜ້າທີ່ຕໍາຫຼວດ ກໍເຄີຍຈັບ ຄົນຈີນຢູ່ລາວ ທີ່ກໍ່ເຫດປຸ້ນຈີ້ຊິງຊັບ, ກໍ່ອາດສະຍາກໍາ ແລະ ການຈັບຮຽກຄ່າໄຖ່.

  • ປີ 2018,​ ນັກທຸລະກິດຈີນ ເຈົ້າຂອງເທັກຕີຮ່າວ ຖືກຄາດຕະກຳຄາບ່ອນນອນ ແລະ ຊັບສິນທັງມົດຢູ່ໃນຕູ້ເຊບຖືກເອົາໄປໝົດ.
  • ປີ 2019, ເຈົ້າໜ້າທີ່ຕໍາຫຼວດເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຈັບທ້າວ ມົວຊິງຟາງ ອາຍຸ 28 ປີ ສັນຊາດຈີນ ພ້ອມຢາບ້າ 3 ພັນ ເມັດ, ຝິ່ນດິບ 6 ກິໂລ, ສານປະສົມຜລິດຢາເສບຕິດ ແລະ ອາວຸດປືນ.