ເສລີພາບສື່ລາວຂີ້ຮ້າຍລົງ ສ່ວນ ເອເຊັຍເສລີ ປະກາດກັບມາ

ປະເທດລາວ ຖືກຈັບຢູ່ໃນອັນດັບທີ 154 ໃນຈໍານວນ 180 ປະເທດ ທົ່ວໂລກ ໃນດ້ານເສລີພາບທາງດ້ານສື່ມວນຊົນ

ອັນດັບສິດເສລີພາບຂອງສື່ມວນຊົນລາວໃນປີິ 2026 ຂີ້ຮ້າຍແລະ ຕົກຕໍ່າກວ່າ ປີ 2025​ ເປັນຍ້ອນເຫດຜົນຫຍັງ.

ອັນດັບສື່ລາວຂີ້ຮ້າຍລົງ ສ່ວນ ເອເຊັຍເສລີ ປະກາດກັບມາ ຖືກຈັບຢູ່ໃນອັນດັບທີ 154 ໃນຈໍານວນ 180 ປະເທດ ທົ່ວໂລກ ໃນດ້ານເສລີພາບທາງດ້ານສື່ມວນຊົນ

ໃນປີ 2026, ປະເທດລາວ ຖືກຈັບຢູ່ໃນອັນດັບທີ 154 ໃນຈໍານວນ 180 ປະເທດ ທົ່ວໂລກ ໃນດ້ານເສລີພາບທາງດ້ານສື່ມວນຊົນ ໝາຍຄວາມວ່າ ສື່ມວນຊົນຢູ່ປະເທດລາວຖືກຈໍາກັດສິດຫຼາຍ ສ່ວນວ່າ ປີ 2015 ປະເທດລາວ ຖືກຈັດຢູ່ໃນອັນດັບທີ 150 ຈາກທັງໝົດ 180 ປະເທດທົ່ວໂລກ.

ວັນທີ 3 ພຶດສະພາ ເປັນວັນເສລີພາບສື່ມວນຊົນສາກົນ ແລະ ແຕ່ລະປີ ອົງການຂ່າວບໍ່ມີພົມແດນ Reporters without borders ມີການຈັດອໍາດັບວ່າ 180 ປະເທດໃນໂລກ ມີປະເທດໃດແດ່ ທີ່ສື່ມວນຊົນມີເສລີພາບທີ່ສຸດ ແລະ ປະເທດໃດແດ່ ມີການກໍາຈັດເສລີພາບສື່ມວນຊົນ.

ສະເພາະໃນປີ 2026 ປະເທດ ນໍເວ ເປັນອັນດັບທີ 1 ທີ່ສື່ມວນຊົນມີເສລີພາບທີ່ສຸດໃນໂລກ ຮອງລົງແມ່ນປະເທດ ເນເທີິແລນ.

ມີຄົນເຫດໃຫ້ຜົນວ່າ ນຶ່ງໃນສາເຫດທີ່ອັນດັບສື່ມວນຊົນລາວບໍ່ດີຂຶ້ນ ຍ້ອວ່າ ມີການຈັບກຸມດໍາເນີນຄະດີ ຜູ້ທີ່ວິຈານລັດຖະບານ ຜ່ານສື່ສັງຄົມອອກລາຍ ເຊັ່ນ ກໍລະນີ ນາງ ໝວຍ ຖືກຈັບຂັງຄຸກເປັນເວລາ 5 ປີ ທີ່ວິຈານລັດຖະບານ.

ເມື່ອບໍ່ດົນມານີ້ ແມ່ນກໍ ຜູ້ໃຊ້ເຟສບຸກບ່າວໝໍແຄນ ທີ່ວິຈານການເຮັດວຽກຂອງເຈົ້າໜ້າທີ່ລັດ ຫາຍໂຕໄປ ຢູ່ນະຄອນຫລວງວຽງຈັນ ແລະ ຕໍ່ມາກໍພົບວ່າ ຜູ້ກ່ຽວເສັຍຊີວິດ. ຄົນສ່ວນຫຼາຍກໍເຈົ້າໃຈວ່າ ບ່າວໝໍແຄນ ຖືກອ້ອມ.

ສື່ມວນຊົນກະແສຫຼັກຢູ່ປະເທດລາວ ບໍ່ວ່າຈະເປັນ ໂທລະພາບ, ໜັງສືພິມ ແລະ ວິທະຍຸ ບໍ່ສາມາດລາຍງານຂ່າວໄດ້ຢ່າງອິດສະຫຼະ ຍ້ອນວ່າ ເປັນຖືກໃຊ້ເປັນກະບອກສຽງຂອງລັດຖະບານ.

ເຖິງຢ່າງໃດກໍຕາມ, ວິທະຍຸເອເຊັຍເສລີ ທີ່ເປັນກະບອກສຽງຂອງປະຊາຊົນລາວ ກໍ Come Back ກັບຄືນມາລາຍງານຂ່າວຄືເກົ່າ ຫຼັງຈາກທີ່ຢຸດສະງັກໄປເປັນເວລາປະມານ 1 ປີ.

ທ່ານ ນາງ ເບຟັງ ປະທານວິທະຍຸເອເຊັຍເສລີ ໄດ້ກ່າວວ່າ ໃນວັນທີ 3 ເມສາ ວ່າ: ພວກເຮົາສະຫຼອງ ວັນເສລີພາບສື່ມວນຊົນ ຂ້າພະເຈົ້າຂໍກ່າວຢ່າງພູມໃຈວ່າ ເອເຊັຍເສລີ ກັບມາແລ້ວ ນັກຂ່າວພວກເຮົາກັບມາ ລາຍງານຂ່າວອີກຄັ້ງ ເພື່ອບໍ່ໃຫ້ທຸກຄົນລືມເລືອນ.