ໂຄງການຂຸດຄົ້ນບໍ່ແຮ່ ທີ່ໄດ້ຮັບອະນຸຍາດຈາກລັດຖະບານລາວ ແລະຂັ້ນແຂວງ ຍັງບໍ່ມີການປະເມີຜົນກະທົບຕໍ່ສິ່ງແວດລ້ອມ ແລະສັງຄົມ, ບົດສຶກສາຄວາມເປັນໄດ້ ທາງດ້ານເສດຖະກິດ-ເຕັກນິກ, ແຜນເປິດ-ປິດບໍ່ແຮ່ຢ່າງລະອຽດ
ມັນສົ່ງຜົນໃຫ້ການຄຸ້ມຄອງ ແລະຄວາມຮັບຜິດຊອບຕໍ່ຜົນໄດ້-ຜົນເສີຍຂອງແຕ່ລະໂຄງການ ເກືອບວ່າ ບໍ່ສາມາດກວດສອບໄດ້ຕາມກົດໝາຍ ເຖິງວ່າ ຈະມີການຄຳສັ່ງຢຸດຈາກນາຍົກລັດຖະມົນຕີກໍຕາມ
ເຈົ້າໜ້າທີ່ຜະແນກພະລັງງານແລະບໍ່ແຮ່ ແຂວງຊຽງຂວາງ ກ່າວໃນມື້ວັນທີ່ 3 ພຶກສະພາ 2026 ນີ້ວ່າ: “ລົງກວດກາກະບໍ່ຮູ້ແຫຼະ ມີແຕ່ວ່າ ແຕະຕ້ອງປະຊາຊົນ ປະຊາຊົນຂັດຂ້ອງມາ ປະຊາຊົນຮ້ອງຮຽນມານີ້ ເພິ່ນບໍ່ໄປແລ້ວ ມັນບໍ່ແມ້ນບໍລິສັດ ເພາະເຂົາເຈົ້າ ບໍ່ມີນ້ຳມັນ ບໍ່ມີລົດເດິນທາງໄປເດ້”
ຫລາຍປີມານີ້ ມີບໍລິສັດຈີນ ໄດ້ຮັບອະນຸຍາດໃຫ້ຂຸດຄົ້ນຄຳຕົກຂ້ອນແບບທົດລອງ ແລະສ້າງຜົນກະທົບຕໍ່ເນື້ອທີ່ທຳການກະເສດຂອງປະຊາຊົນເປັນຈຳນວນຫຼາຍ ປະຊາຊົນກໍໄດ້ຮ້ອງຮຽນ ໃຫ້ທາງການແຂວງ ລົງພື້ນທີ່ ຕິດຕາມກວດກາ ເພື່ອຫຼຸດຜ່ອນຜົນກະທົບທີ່ເກິດຂຶ້ນ ແຕ່ກໍມິດງຽບ ບໍ່ມີການບັງຄັບໃຊ້ກົດໝາຍ ຫຼື ຄຳສັ່ງຂອງນາຍົກລັດຖະມົນຕີແຕ່ຍ່າງໃດ
ປະຊາຊົນລາວ ເມືອງລ້ອງຊານ ແຂວງໄຊສົມບູນ ກ່າວໃນມື້ວັນທີ່ 3 ພຶກສະພາ 2026 ນີ້ວ່າ
: “ກໍລະນີຂຸດຄົ້ນຄຳຕົກຂ້ອນເນາະ ຂອງປະຊາຊົນທີ່ເປັນດິນນາ ລັດຖະບານອະນຸຍາດໃຫ້ເຮັດທົດລອງເນາະ ເຮັດແລ້ວກະເຮັດບໍ່ສຶກສາ ທີ່ຈິງແລ້ວມັນກະຕ້ອງໄດ້ມີ ຜະແນກການທີ່ກ່ຽວຂ້ອງລົງໄປຕິດຕາມ”
ຢູ່ກອງປະຊຸມລັດຖະບານ ປະຈຳເດືອນເມສາ 2026 ຜ່ານມານີ້ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ກໍໄດ້ອອກຄຳສັ່ງຕື່ມອີກວ່າ ໃຫ້ຂະແໜງການກ່ຽວຂ້ອງ ຮີບດ່ວນແກ້ໄຂບັນຫາການລັກລອບຂຸດຄົ້ນແຮ່ທາດ ແລະ ທິດທາງການຄຸ້ມຄອງການພັດທະນາແຮ່ທາດ, ການກວດກາ ແລະ ປະເມີນໂຄງການ ທີ່ໄດ້ອະນຸມັດຜ່ານມາຢ່າງມີປະສິດທິພາບສູງສຸດ
