ກໍລະນີການຄາດຕະກໍາອາດີດເຈົ້າເມືອງ ຫ້ວຍຊາຍ ແຂວງ ບໍ່ແກ້ວ ທ່ານ ລີຕູເລັ່ງ ຈົງເຕັງ ອາຍຸ 70 ປີ, ມີພິລຸດ ແລະ ຂໍ້ສັງເກດທີ່ໜ້າຄິດຫຼາຍຢ່າງ ອີງຕາມຫຼັກຖານຈາກກ້ອງວົງຈອນປິດ.
1. ຢ່າງໜ້ອຍມີ 3 ຄົນ ຄື ມືປືນ 2 ຄົນ ແລະ ຄົນຂັບລົດ 1 ຄົນ ໃນຈຸດເກີດເຫດ.
2. ຜູ້ຊ່ຽວຊານດ້ານລົດ ໄດ້ໃຫ້ຄໍາເຫັນວ່າ ລົດທີ່ໃຊ້ກໍ່ເຫດ ເປັນລົດກະບະວີໂກ້ແຊ້ມ 4 ປະຕູ ສີປອນເງິນ ແລະ ທີ່ສໍາຄັນ ກໍຄື ລົດຄັນດັ່ງກ່າວເປັນລົດຂັບພວງມະໄລຊ້າຍ ເປັນລົດທີ່ຂັບຢູ່ປະເທດລາວປະຈໍາ ເພາະ ຖ້າລົດທີ່ມາຈາກໄທ ແລະ ມຽນມາ ຈະມີພວງມະໄລຂວາ.
3. ເຈົ້າໜ້າທີ່ຢູ່ໜ່ວຍງານຄວາມໝັ້ນຄົງ ທ່ານນຶ່ງກ່າວວ່າ ມືປືນ ຜູ້ທີ່ກໍ່ເຫດ ລັກຊະນະຮູບຮ່າງ ລໍ້າສັນ ເປັນລັກຊະນະຄືຄົນ ໄດ້ຮັບການຝຶກດ້ານກາຍຍະພາບ ເປັນຕົ້ນການຫຼິ້ນກິລາ ຫຼື ຝຶກແອບດ້ານວິຊາສະເພາະດ້ານໃດດ້ານນຶ່ງ.
4. ມືປືນ 2 ຄົນລົງຈາກລົດໄປ - ຄົນທີ່ນຸ່ງໂສ້ງຂາຍາວ ເກີດອາການລັງເລ ຈົນຕ້ອງແມ່ນມືປືນ ຄົນທີ່ນຸ່ງໂສ້ງຂາສັ້ນກວັກມື ໃຫ້ຍ່າງເຂົ້ານໍາກັນ ແຕ່ ຄົນທີ່ນຸ່ງໂສ້ງຂາສັ້ນເປັນຜູ້ລົງມືຍິງ.
ເຈົ້າໜ້າທີ່ຢູ່ໜ່ວຍງານຄວາມໝັ້ນຄົງ ທ່ານດຽວກັນນີ້ ໄດ້ກ່າວວ່າ: ຖ້າເຈົ້າໜ້າທີ່ຈະຈັບມືປືນແທ້ໆ ສາມາດຈັບໄດ້ ເພາະວ່າ ກ້ອງວົງຈອນປິດຢູ່ພາຍໃນແຂວງຫຼາຍ ຢ້ານແຕ່ວ່າ ຈະມິດໄປ ຊື່ໆ ຄື ກໍລະນີການຍິງເຈົ້າໜ້າທີ່ຕໍາຫຼວດແຂວງບໍ່ແກ້ວ ທີ່ເກີດຂຶ້ນກ່ອນໜ້ານີ້.
ຜູ້ສັງເກດການທ່ານນຶ່ງ ກໍກ່າວວ່າ: ກໍລະນີເກີດຂຶ້ນແບບນີ້ ເລື່ອງຈະມິດໄປເອງ ໂດຍທີ່ເຈົ້າໜ້າທີ່ບໍ່ໄດ້ອອກມາຊີ້ແຈງຫຍັງ.
ຜູ້ສັງເກດການ ແລະ ເຈົ້າໜ້າທີ່ຕໍາຫຼວດນອກພື້ນທີ່ ໃຫ້ຄໍາເຫັນກົງກັນວ່າ ບັນຫາຢູ່ແຂວງບໍ່ແກ້ວມີເລື່ອງສີເທົາເຂົ້າມາກ່ຽວຂ້ອງ. ໃນປີເດືອນ ພະຈິກ 2025 ທີ່ຜ່ານມາ ມີການຄາດຄະກໍາຄົນຮ້າຍ ໃຊ້ອາວຸດປືນຍິງ ພັນໂທ ສົມພັນ ຈັນທະວົງ ຮອງຫົວໜ້າກອງບັນຊາການແຂວງບໍ່ແກ້ວ ເສຍຊີວິດຢູ່ໃນເຄື່ອງແບບຄໍາຫຼວດ ແຕ່ ຄະດີດັ່ງກ່າວ ກໍມິດມຽບໄປ ຢູ່ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.
ອີກເຫດການນຶ່ງ ໃນເດືອນພຶດສະພາ 2025, ກໍຄື ກຸ່ມກອງກໍາລັງປະກອບອາວຸດບໍ່ຮູ້ຝ່າຍ ເຂົ້າມາຍິງຄ້າຍທະຫານຢູ່ເມືອງປາກທາ ແຂວງ ບໍ່ແກ້ວ ເປັນເຫດເຮັດໃຫ້ເຈົ້າໜ້າທີ່ທະຫານເສຍຊີວິດ.
