ລາວບໍ່ສາມາດ ປະກາດພົ້ນທຸກ

ມີຄອບຄົວທຸກຍາກເກືອບ 200,000 ຄົນ

ນັກວິຊາການ ແລະ ປະຊາຊົນ ເຫັນວ່າ ມັນເປັນໄປໄດ້ຍາກ ທີ່ລັດຖະບານ ຈະເຮັດໃຫ້ຄອບຄົວທຸກຍາກເກືອບ 2 ແສນ ຄອບຄົວ ຫຼຸດພົ້ນອອກຈາກຄວາມທຸກຍາກພາຍໃນປີ 2026.

ລາວ ບໍ່ສາມາດປະກາດພົ້ນທຸກໄດ້ ອີກແລ້ວ ມີຄອບຄົວທຸກຍາກຢູ່ລາວ ເກືອບ 200,000 ຄົນ ແລະ ລັດຖະບານໄດ້ເລື່ອນການປະກາດພົ້ນທຸກອອກໄປ ຈົນຮອດປີ 2030.​

ລັດຖະບານລາວ ບໍ່ສາມາດປະກາດ ຈະອອກຈາກສະຖານະພາບປະເທດດ້ອຍພັັັດທະນາ ມາຕັ້ງແຕ່ປີ 2020 ແຕ່ ກໍມີຂໍ້ອ້າງວ່າ ຍ້ອນການລະບາດຂອງໂຄວິດ-19. ຕໍ່ມາ ລັດຖະບານລາວຈຶ່ງ ເລື່ອນມາປະກາດໃນປີ 2024 ແຕ່ ກໍບໍ່ສາມາດປະກາດໄດ້, ແລະ ລັດຖະບານ ຈຶ່ງເລື່ອນມາ ປີ 2026.

ລັດຖະບານລາວ ໄດ້ລາຍງານວ່າ ຍັງມີຄອບຄົວທຸກຍາກ ເກືອບ 2 ແສນຄອບຄົວ ຄິດເປັນເບີເຊັນ ປະມານ 14.% ແລະ ຈະຍົກເອົາບັນຫາ ການຫຼຸດຜ່ອນຄວາມທຸກຍາກ ຂຶ້ນເປັນວາລະແຫ່ງຊາດ ໃນປີ 2027 ຫາ 2030 ນີ້.

ນັກວິຊາການ ທາງດ້ານເສດຖະກິດລາວ ເຫັນວ່າ ມັນບໍ່ງ່າຍ ທີ່ຈະປະກາດພາຍໃນປີ 2026.

ການຫຼຸດຜ່ອນຄວາມທຸກຍາກ ພັດທະນາຊົນນະບົດ ມັນບໍ່ພຽງແຕ່ວ່າ ໄປສົ່ງເສີມກະສິກຳ ກັບສ້າງອາຊີບ ມັນມີຫຼາຍປັດຈັຍ ຫຼາຍແນວ ມັນບໍ່ງ່າຍ, GDP ເພິ່ມຂຶ້ນ ສ່ວນຫຼາຍຈະເປັນການລົງທຶນຂະໜາດໃຫຍ່ ແຕ່ມັນບໍ່ສົ່ງຜົນສະທ້ອນຕໍ່ຊີວິດການເປັນຢູ່ຂອງປະຊາຊົນປານໃດ

ປະຊາຊົນລາວຈຳນວນນຶ່ງ ກໍເຫັນວ່າ ເປັນໄປໄດ້ຍາກ ທີ່ຈະໃຫ້ປະເທດລາວ ອອກຈາກສະຖານະພາບປະເທດດ້ອຍພັດທະນາ ປີ 2026 ນີ້.

ສະພາບແວດລ້ອມ ໃນການພັດທະນາຫັ້ນກະ ບໍ່ມີຄວາມຄືບໜ້າ ມັນກະຫຼາຍສາເຫດ ດຽວນີ້ວັດຖຸ ສິ່ງຂອງ ຊິພັດທະນາຫັ້ນບໍ່ມີ ມັນບໍ່ໝັ່ນຄົງ

ຜົນການລາຍງານຂອງລັດຖະບານລາວ ຕໍ່ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ 10 ເລື່ອງ ການຫຼຸດຜ່ອນຄວາມທຸກຍາກ ຍັງບໍ່ສອດຄ້ອງ ແລະສວນທາງ ກັບແຜນການພັດທະນາປະເທດ ທີ່ຈະເຮັດໃຫ້ປະເທດລາວ ຫຼຸດອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃນປີ 2026 ນີ້