ກົດຟັງສຽງ
ເຈົ້າໜ້າທີ່ ທາງການ ທະຫານ ຂັ້ນສູງ ຂອງຈີນ ໄດ້ຮຽກຮ້ອງ ວຽດນາມ ໃຫ້ສງົບ ສະຕິ ອາຣົມ ຂອງ ປະຊາຊົນ ເພື່ອຫລີກລ້ຽງ ບໍ່ໃຫ້ເກີດ ຄວາມເຄັ່ງຕືງ ລະຫ່ວາງ 2 ປະເທດ ກ່ຽວກັບ ບັນຫາ ຂັດແຍ້ງ ໃນທະເລ
ຈີນໃຕ້. ຕາມລາຍງານ ຂອງ ໜັງສືພິມ ໃນປະເທດ ຈີນ ໃນວັນ ພຣະຫັດ ນີ້.
ລາຍງານວ່າ, ຄໍາເວົ້າ ດັ່ງກ່າວ ຊື່ງເປັນການ ບອກເຕືອນ ແລະ ແບບສ້າງສັນ ແມ່ນຈາກ ທ່ານ ໝາ ຊ່ຽວຈຽນ ຮອງ ຜູ້ບັນຊາການ ທະຫານ ປົດປ່ອຍ ປະຊາຊົນ ໃນເວລາ ທີ່ພົບປະກັບ ເຈົ້າໜ້າທີ່ ຈາກ ມະຫາວິທຍາໄລ ປ້ອງກັນ ປະເທດ ວຽດນາມ. ໜັງສືພິມ ຂອງຈີນ ທີ່ອ້າງຕາມ ຄໍາເວົ້າ ຂອງ ທ່ານ ໝາ ຊ່ຽວຈຽນ ຕອນນື່ງວ່າ ທ່ານຫວັງວ່າ ຝ່າຍວຽດນາມ ຈະຄວບຄຸມ ບັນຫາ ທີ່ອ່ອນໄຫວ ນີ້ ໃນທາງທີ່ ເໝາະສົມ ແລະ ຊີ້ນໍາຫາງ ສຽງ ປະຊາຊົນ ຢ່າງຖືກຕ້ອງ ເພື່ອບໍ່ໃຫ້ ບັນຫານີ້ ກາຍເປັນ ບັນຫາ ສາກົນ. ໃນສອງເດືອນ ມານີ້ ຈີນ ແລະ ວຽດນາມ ໄດ້ແລກປ່ຽນ ໝັດກັນ ມາຕຣອດ ຫລັງຈາກ ວຽດນາມ ໄດ້ຕູ່ຫາ ວ່າ ກໍາປັ່ນຈີນ ລົບກວນ ຮາວີ ກໍາປັ່ນ ສໍາຣວດ ນໍ້າມັນ ວຽດນາມ ຢູ່ໃກ້ໝູ່ ເກາະ ໃນ ທະເລຈີນ ໃຕ້.
ບໍ່ພຽງແຕ່ ເທົ່ານັ້ນ, ທັງສອງຝ່າຍ ໄດ້ສະແດງ ແສນຍານຸພາບ ກໍາລັງ ທະຫານ ເຮືອ ແລະ ອາວຸດ ໃສ່ກັນ ຊື່ງນັກ ວິເຄາະ ເຫັນວ່າ ວຽດນາມ ແລະ ຈີນ ຄົງບໍ່ມີ ຈຸດປະສົງ ເຮັດໃຫ້ ການຂັດແຍ້ງ ກັນນີ້ ໄປເຖິງຈຸດ ປະທະກັນ ທາງ ອາວຸດ.
ເມື່ອວັນ ອາທິດ ນີ້ ສອງຝ່າຍ ຕົກລົງ ກັນວ່າ ຈະແກ້ໄຂ ບັນຫາ ຂັດແຍ້ງ ກັນນີ້ ແບບສັນຕິ, ແຕ່ໃນຂນະ ດຽວກັນ ຈີນ ກັງວົນ ຢ້ານ ສະຫະຣັດ ເຂົ້າມາ ຫຍຸ້ງກ່ຽວ.
