ວຽດນາມຕ້ອງປັບປຸງ ສິດທິມະນຸດ

ຜູ້ນຳ ສະຫະພາບ ຢູໂຣບ ຮຽກຮ້ອງ ໃຫ້ວຽດນາມ ປັບປຸງ ການນັບຖື ສິດທິມະນຸດ ໃຫ້ດີຂື້ນ.
ອະວາຣີ
2012.11.01

ທ່ານ Herman Van Rompuy ຜູ້ນຳ ສະຫະພາບ ຢູໂຣບ ຊຶ່ງກຳລັງ ຢ້ຽມຢາມວຽດນາມ ຢູ່ປັດຈຸບັນນີ້ ກ່າວ ໃນກອງປະຊຸມ ນັກຂ່າວ ຢູ່ນະຄອນຫລວງ ຮາໂນ່ຍ ຫລັງຈາກ ພົບປະຫາລື ກັບຜູ້ນຳວຽດນາມ ວ່າ ວຽດນາມ ຄວນປັບປຸງ ການນັບຖື ສິດທິມະນຸດ ໃຫ້ດີຂື້ນ ພ້ອມໆກັບການ ປະຕິບັດ ຕາມກົດໝາຍ ແລະ ການປົກຄອງ ທີ່ດີ.

ທ່ານ Rompuy ຮຽກຮ້ອງ ໃຫ້ວຽດນາມປັບປຸງ ການນັບຖື ສິດທິມະນຸດ ໃຫ້ດີຂື້ນ ກໍເພາະວ່າ ໃນຣະຍະນີ້ ທາງການວຽດນາມ ໄດ້ປາບປາມ ພວກຄັດຄ້ານ ຣັຖບານ ແຮງຂື້ນ ເຊັ່ນເມື່ອອາທິດແລ້ວ ກໍໄດ້ຕັດສິນ ຈຳຄຸກ ນັກດົນຕຣີສອງຄົນ ຜູ້ນຶ່ງ ເປັນເວລາສີ່ປີ ແລະ ອີກຜູ້ນຶ່ງ ຫົກປີ ໃນຖານຮ້ອງເພງ ແຕ່ງເພັງໂຈມຕີ ພັກ ແລະຣັຖບານ.

ໃນຂະນະດຽວກັນ ທ່ານ Christopher Hodges ໂຄສົກ ສະຖານທູດ ສະຫະຣັຖ ອະເມຣິກາ ປະຈຳວຽດນາມ ກໍກ່າວວ່າ ຣັຖບານວຽດນາມ ຄວນປ່ອຍນັກດົນຕຣີ ທັງສອງ ແລະ ນັກໂທດການເມືອງ ທຸກຄົນ ແລະວຽດນາມ ຕ້ອງປະຕິບັດ ຕາມພັນທະ ທີ່ມີກັບ ປະຊາຄົມໂລກ.

ສ່ວນທ່ານ Shiwei Ye ຫົວໜ້າຫ້ອງການ ສະຫະພັນ ນານາຊາດ ເພື່ອສິດທິມະນຸດ ປະຈຳເອເຊັຍ ກໍກ່າວວ່າ:

"ທ່ານເວົ້າວ່າ ສິ່ງທີ່ກຳລັງເກີດຂື້ນ ຢູ່ວຽດນາມ ແມ່ນ ຜູ້ໃດຫາກ ຕຳນິຕິຕຽນ ນະໂຍບາຍ ຂອງຣັຖບານ ຈະຖືວ່າເປັນການ ຕໍ່ຕ້ານຣັຖ ແລະ ຈະຖືກລົງໂທດ ຈຳຄຸກ ການປາບປາມ ແບບນີ້ ເປັນການລະເມີດ ສົນທິສັນຍາ ຣະຫວ່າງຊາດ".

ເຊັ່ນດຽວກັນ ທ່ານ Brad Adams ຜູ້ອຳນວຍການ ອົງການ ສິດທິມະນຸດ Human Rights Watch ທີ່ມີ ສຳນັກງານໃຫຍ່ ຢູ່ສະຫະຣັຖ ອະເມຣິກາ ກໍເວົ້າວ່າ ທາງການ ວຽດນາມ ຈັບແລະກັກຂັງ ປະຊາຊົນ ທີ່ຕ້ອງການ ສິດເສຣີພາບ ແລະ ປະຊາທິປະໄຕ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.