ກົດຟັງສຽງ
ທ່ານ ບານກີມູນ ເລຂາທິການ ສະຫະປະຊາຊາດ ກ່າວໃນ ວັນອັງຄານ ນີ້ວ່າ. ແມ້ນແຕ່ ຊາວຕ່າງດ້າວ ທີ່ໂຍກຍ້າຍທີ່ຢູ່ ກໍຈະຕ້ອງ ມີສິດທິພື້ນຖານ ມະນຸດ ຢູ່ໃນປະເທດ ທີ່ເຂົາເຈົ້າ ເດີນທາງໄປເຖິງ. ທ່ານ ບານກີມູນ ໄດ້ກ່າວເຣື້ອງນີ້ ຢູ່ປະເທດ ເປຣູ ທະວີບ ອະເມຣິກາໃຕ້ ໃນເວລານັກຂ່າວ ຖາມກ່ຽວກັບພົລເມືອງ ຈາກຫລາຍປະເທດ ອາຣັບ ໄດ້ຫລົບໜີເຫດການ ຄວາມບໍ່ສງົບ ແລະ ເຂົ້າໄປອາໄສ ຢູ່ໃນຢູໂຣບ ໃນລະຍະນີ້. ທ່ານ ບານກີມູນ ກ່າວໃນຕອນນື່ງວ່າ ມັນມີຄວາມສໍາຄັນ ທີ່ສິດທິພື້ນຖານ ມະນຸດ ຂອງຄົນເລົ່ານີ້ ຕ້ອງໄດ້ ຮັບປະກັນ ເຖິງແມ່ນວ່າ ປະເທດນັ້ນໆ ບໍ່ພໍໃຈຮັບເອົາ ກໍດີ. ເມື່ອບໍ່ນານມານີ້ ມີຊາວອົພຍົບ ຈາກປະເທດ ຕູຍນີເຊັຽ ທະວີບ ອະຟຣິກກາ ເໜືອ ປະມານ 5,000 ຄົນ ໄດ້ຫລົບໜີໄປ ທາງເຮືອ ຂ້າມນໍ້າທະເລ ເມດີເຕຣານເນ ແລ້ວເຂົ້າໄປລີ້ໄພ ຢູ່ໃນເກາະນ້ອຍໆ ແຫ່ງນື່ງ ຂອງ ປະເທດອີຕາລີ.
ເມື່ອນັກຂ່າວຖາມ ກ່ຽວກັບ ປະຊາຊົນ ລຸກຮືຂື້ນຕໍ່ຕ້ານ ຣັຖບານ ໃນຫລາຍປະເທດ ອາຣັບ ທ່ານຕອບວ່າ ມັນເປັນການ ສະແດງອອກເຖິງ ຄວາມບໍ່ພໍໃຈ ຂອງເຂົາເຈົ້າ ຕໍ່ຣັຖບານ ຍ້ອນວ່າບໍ່ມີ ປະຊາທິປະໄຕ ແລະ ບໍ່ສາມາດ
ເຂົ້າຮ່ວມ ໃນການພັທນາ ເສຖກິດ-ສັງຄົມ ຂອງປະເທດຢ່າງ ເຕັມສ່ວນ. ທ່ານກ່າວຢໍ້າວ່າ ບໍ່ວ່າປະເທດໃດ ຢູ່ໃນໂລກນີ້ ຄນະຜູ້ນໍາ ຕ້ອງຟັງສຽງ ຂອງ ປະຊາຊົນ ວ່າເຂົາຕ້ອງການຫຍັງ ແລະ ມີຄວາມເປັນຫ່ວງ ແນວໃດແດ່.