ກົດຟັງສຽງ
ກັມມັນຕະພາບຣັງສີທີ່ປົນເຈືອຕາມອາກາສເຖິງຂັ້ນທີ່-7-ຂອງຂີດອັນຕຣາຍໃນຣະ ດັບສາກົລເຊັ່ນດຽວກັບທີ່ວັດແທກໄດ້ໃນຂັ້ນສູງສຸດຄາວທີ່ເຕົາໄຟຟ້າ-Chernobyl ຣະເບີດໃນປີ-1986-ນັ້ນ.
ເຈົ້າໜ້າທີ່ກ່ຽວຂ້ອງຂອງເຕົາໄຟຟ້າຍີ່ປຸ່ນໄດ້ແຈ້ງວ່າຣະດັບອັນຕຣາຍຂັ້ນ-7-ດັ່ງ ກ່າວໄດ້ເພີ້ມຂຶ້ນຈາກຣະດັບເກົ່າທີ່ວ່າມີແຕ່ໃນຣະດັບ-5-ເທົ່ານັ້ນຊຶ່ງທາງເຈົ້າໜ້າ ທີ່ກໍໃຫ້ກາຣຢືນຢັນວ່າປະຣິມານຂອງກັມມັນຕະພາບຣັງສີທີ່ຮົ່ວໄຫລອອກຈາກ ເຕົາແຍກໄຟຟ້ານີວເຄລັຽທີ່-Fukushima-Daiichi-ຍັງຢູ່ໃນຣະດັບທີ່ຕໍ່າກວ່າ 15-ເທົ້າຂອງຂັ້ນອັນຕຣາຍທີ່ຮັບຮູ້ກັນໃນຣະດັບໂລກຊຶ່ງຈຳນວນດັ່ງກ່າວກໍຕົກ ເປັນປະມານ10%ຂອງປະຣິມານອັນຕຣາຍທີ່ອອກຈາກເຫຕກາຣຢູ່Chernobyl ໃນປະເທສຣັສເຊັຽ.
ເພື່ອວັດແທກອັນຕຣາຍກ່ຽວກັບກັມມັນຕະພາບຣັງສີດັ່ງກ່າວນີ້ທາງເຈົ້າໜ້າທີ່ກ່ຽວ ຂ້ອງທີ່ໃສ່ຊຸດປ້ອງໄດ້ຂີ່ຣົຖຖີບທີ່ບັນຈຸເຄື່ອງວັດແທກມຸ້ງໜ້າເຂົ້າໄປຍັງເຂຕເຕົາ ໄຟຟ້າແລະໃນເມື່ອເຂົ້າໄປໃກ້ວົງຣັສມີ-20-ກິໂລແມ໊ຕກໍຈະໄດ້ຍິນສຽງສັນຍານ:
"ນັກວິຊາກາຣຍີ່ປຸນວ່າເວລາທີ່ຂີ່ຣົຖເຂົ້າໄປຍິ່ງໃກ້ເຕົາໄຟຟ້າເທົ່າໃດສຽງສັນ ຍານກໍຍິ່ງແຮງຂຶ້ນເປັນອັນດັບຊຶ່ງກໍໝາຍຄວາມວ່າໃນເມື່ອໄດ້ຍິນສຽງສັນຍານ ວ່າມີກັມມັນຕະພາບຣັງສີນັ້ນຍິ່ງເຂົ້າໄປໃກ້ກໍຍິ່ງເປັນອັນຕຣາຍ”.
ພ້ອມດຽວກັນນີ້ເຈົ້າໜ້າທີ່ທາງກາຣຍີ່ປຸ່ນກໍວ່າສາມາຖເຂົ້າໄປໃກ້ໄດ້ແຕ່ພຽງນ້ອຍ ດຽວເທົ່ານັ້ນແລະຖ້າຫາກວ່າເຂົ້າໄປກາຍຣັສມີ-20-ກິໂລແມ໊ຕເຄື່ອງວັດແທກ ກັມມັນຕະພາບຣັງສີກໍຍິ່ງຈະດັງແຮງຂຶ້ນກວ່າເກົ່າ.
