ກົດຟັງສຽງ
ອົງການ ອະນາມັຍ ໂລກ WHO ໄດ້ຈັດ ກອງປະຊຸມ ປຶກສາ ຫາລືກັນ ກ່ຽວກັບ ອະນາຄົດ ຂອງຕົວຢ່າງ ເຊື້ອພຍາດ ໝາກສຸກ ໝາກໄສ ຊຶ່ງຣັດເຊັຍ ແລະ ສະຫະຣັຖ ຢາກເກັບ ຮັກສາໄວ້ ສ່ວນ ປະເທດ ອື່ນໆ ຢາກໃຫ້ ທໍາລາຍ ຖິ້ມ. ຄໍາຖາມ ເຄີຍມີ ມາແຕ່ກ່ອນ ໃນການ ຢາກທໍາລາຍ ເຊື້ອ ວາຍຣັສ ທີ່ ຣັດເຊັຍ ແລະ ສະຫະຣັຖ ໄດ້ເກັບ ຮັກສາໄວ້ ໃນຫ້ອງ ທົດລອງ ຂອງ ອົງການ ອະນາມັຍ ໂລກ ຕັ້ງແຕ່ປີ 1986.
ວໍຊິງຕັນ ແລະ ມົສກູ ຢາກເກັບ ຮັກສາ ເຊື້ອວາຍຣັສ ພຍາດ ໝາກສຸກ ໝາກໄສ ໄວ້ເພື່ອ ການຄົ້ນຄວ້າ ດ້ານ ວິທຍາສາດ, ອ້າງວ່າ ມັນຈໍາເປັນ ທີ່ຈະຕ້ອງ ມີໄວ້ ເພື່ອຄົ້ນຄວ້າ ຢາສັກ ປ້ອງກັນ ຫາກມີການ ແຜ່ລະບາດ ຂຶ້ນ, ຊຶ່ງພຍາດ ຮ້າຍແຮງ ໝາກສຸກ ໝາກໄສ ໄດ້ຖືກ ທໍາລາຍ ໄປຢ່າງ ສິ້ນຊາກ ແຕ່ປີ 1979.
ເຖິງຢ່າງໃດ ກໍຕາມ ຫລາຍ ປະເທດ ຢ້ານວ່າ ຣັດເຊັຍ ແລະ ສະຫະຣັຖ ຈະເກັບ ຮັກສາ ເຊື້ອວາຍຣັສ ພຍາດ ໝາກສຸກ ໝາກໄສ ໄວ້ຢ່າງລັບໆ ເພື່ອມາຜລິດ ເປັນອາວຸດ ຊີວະພາບ.
ໃນຮ່າງ ຍັດຕິ ທີ່ເປີດເຜີຍ ໃນມື້ ວັນຈັນ ທີ 23 ພຶສພາ 2011 ຣັດເຊັຍ ແລະ ສະຫະຣັຖ ອີກເທື່ອນຶ່ງ ສເນີຢາກ ເກັບຮັກສາ ຕົວຢ່າງ ເຊື້ອວາຍຣັສ ໄວ້ ແລະ ຈະປຶກສາ ຫາລື ໃນການ ທໍາລາຍຖິ້ມ ພາຍໃນ 5 ປີ ຂ້າງໜ້ານີ້.
ຝ່າຍຣັດເຊັຍ ຢໍ້າວ່າ ບໍ່ມີຫຍັງ ປະກັນ ໄດ້ວ່າ ເຮົາຈະສາມາດ ຜລິດ ຢາສັກ ກັນພຍາດ ໄດ້ທັນ ຫາກພຍາດ ລະບາດຂຶ້ນອີກ ແລະ ການທໍາລາຍ ຖິ້ມແລ້ວ ຈະເອົາຫວນ ກັບຄືນມາ ບໍ່ໄດ້ ແລະ ມັນຈໍາເປັນ ຕ້ອງໄດ້ ລະມັດ ລະວັງ ສອງເທົ່າ ຫາກກ່ຽວກັບ ຄວາມປອດພັຍ ຂອງ ມະນຸດຊາດ.
