Gadhafi ບໍ່ສົມຄວນເປັນຜູ້ນໍາ

ຜູ້ນໍາບັນດາ ປະເທສ ຕາເວັນຕົກ ບໍ່ເຫັນດີ ທີ່ຈະໃຫ້ ທ່ານ Moammer Gadhafi ມີສ່ວນ ນໍາພາ ປະເທສ ລີເບັຽ ຕໍ່ໄປ ແຕ່ຢ່າງໃດ.

0:00 / 0:00

ກົດຟັງສຽງ

ໃນຮ່າງ ຣະບຽບ ກົດໝາຍ ທີ່ທ່ານ Barack Obama ປະທານາ ທິບໍດີ ສະຫະຣັຖ ອະເມຣິກາ, ທ່ານ David Cameron ນາຍົກ ຣັຖມົນຕຣີ ອັງກິດ ແລະ ທ່ານ Nicolas Sarkozy ປະທານາທິບໍດີ ຝຣັ່ງເສສ ໄດ້ຮ່ວມກັນ ຈັດຮ່າງຂຶ້ນ ທີ່ມີກຳໜົດ ນຳອອກເຜີຽແພ່ ໃນມື້ວັນສຸກ ນີ້ນັ້ນ ໄດ້ເນັ້ນວ່າ ໃນຖານະ ທີ່ທ່ານ Gadhafi ຜູ້ນຳ ຜເດັຈກາຣ ໄດ້ອະນຸຍາຕ ໃຫ້ທາງ ເຈົ້າໜ້າທີ່ ດຳເນີນ ກາຣສັງຫາຣ ປະຊາຊົນ ຂອງຕົນ ແບບຮວມໝູ່ ຈຶ່ງບໍ່ເຫັນ ສົມຄວນ ທີ່ຈະໃຫ້ ທ່ານ Gadhafi ເປັນຜູ້ນຳ ຫລືມີສ່ວນ ພົວພັນ ໃນຄນະນຳພາ ປະເທສ ລີເບັຽ ອີກຕໍ່ໄປ ແຕ່ຢ່າງໃດ.

ໃນຮ່າງຣະບຽບ ກາຣປົກຄອງ ດັ່ງກ່າວ ມີຊື່ວ່າ: “ແນວທາງ ໄປສູ່ ສັນຕິພາບ ລີເບັຽ” ຈະບໍ່ມີກາຣ ອະນຸຍາຕ ໃຫ້ທ່ານ Gadhafi ມີອຳນາຈ ປົກຄອງ ປະເທສ ຕື່ມຕໍ່ໄປໄດ້ ແຕ່ຢ່າງໃດ ເພາະ ປະຊາຊົນ ຂາດຄວາມນັບຖື ແລະ ບໍ່ໄວ້ ວາງໃຈ ຕື່ມຕໍ່ໄປ, ສະນັ້ນ ຄນະຜູ້ນຳ ປະເທສ ຕາເວັນຕົກ ທັງ 3 ທ່ານ ຈຶ່ງເຮັດພ້ອມ ໃນກາຣ ພຍາຍາມ ປົດອຳນາຈ ກາຣປົກຄອງ ຂອງທ່ານ Gadhafi ແລະ ຫ້າມບໍ່ໃຫ້ ມີກາຣ ໃຊ້ຄວາມ ຮຸນແຮງ ຕໍ່ປະຊາຊົນ.

ໃນປັຈຈຸບັນ ທາງກຳລັງ ຂອງອົງກາຣ NATO ຈຶ່ງຈະຕ້ອງ ໃຫ້ມີກາຣ ສືບຕໍ່ ກາຣປົກປ້ອງ ປະຊາຊົນ ຊາວ ລີເບັຽ ດ້ວຍກາຣ ໂຈມຕີ ຈຸດສຳຄັນ ຂອງກຳລັງ ກອງທັພ ຂອງຣັຖບາລ ລີເບັຽ ຢູ່ຕໍ່ໄປ. ສ່ວນທາງ ຜູ້ນຳ ປະຊາຊົນ ທີ່ດຳເນີນ ກາຣປະທ້ວງ ມາເປັນເວລາ ດົນນານ ແລ້ວນັ້ນ ກໍປະຕິເສດ ບໍ່ຍອມ ເຈຣະຈາ ກັບຝ່າຍ ຣັຖບາລ ພ້ອມຍັງ ຢືນຢັນ ທີ່ຈະໂຕ້ຕອບ ກາຣໂຈມຕີ ຂອງຝ່າຍ ຣັຖບາລ ຕໍ່ໄປ ຈົນກວ່າ ທ່ານ Gadhafi ຈະໝົດ ອຳນາຈ ແລະ ໜີອອກຈາກ ປະເທສ ລີເບັຽ.