ເມືອງມໍລາມຽນ, ປະເທດພະມ້າ

ຕຳຣວດໄດ້ໃຊ້ລູກປືນຢາງຍິງໃສ່ ກຸ່ມຜູ້ປະທ້ວງ ຕໍ່ຕ້ານການຣັຖປະຫານ ທີ່ ມະຫາວິທຍາໄລ ມໍລາມຽນ ຣັດ ມອນ ພາກໃຕ້ຂອງພະມ້າ. ມີຜູ້ໄດ້ຮັບບາດເຈັບສາມຄົນ ແລະ ຜູ້ປະທ້ວງຫຼາຍ ຄົນຖືກຈັບຂັງ. ຕໍ່ມາຕຳຣວດໄດ້ປ່ອຍຕົວ ຜູ້ປະທ້ວງ ທີ່ໄດ້ຖືກປະກັນຕົວ. ພວກປະທ້ວງຍັງພາກັນເດີນຂະບວນ ຢູ່ຕາມຖນົນຫົນທາງ ເຖິງວ່າຈະມີຄໍາສັ່ງຫ້າມ ຂອງພວກທະຫານຜູ້ກໍາອໍານາດ.