ຕອບຈົດໝາຍ: ວັນທີ 25 ມິນາ 2010

ໃນຣາຍການ ຕອບຈົດໝາຍ ປະຈໍາສັປດານີ້ ເຊີນທ່ານຟັງ Maysoly ຕອບຈົດໝາຍ ທ່ານ ຄົນຫລົງຊາດ, ທ່ານ ຄ.ຍົມມະຣາຊ, ແລະຈົດໝາຍ ຂອງ (ລາວນອກ) ຕິດຕາມດ້ວຍເພງລາວ (ຈຳປາໃນດວງໃຈ) ເຊີນທ່ານ ເປິດຮັບຟັງໄດ້ເລີຍ… ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"

0:00 / 0:00

ສະບາຍດີ ທ່ານຜູ້ຟັງ ທີ່ເຄົາຣົບ ຣາຍການ ຕອບຈົດໝາຍ ກໍວຽນມາ ຄົບຮອບອີກ ຕາມເວລາເດີມ ກ່ອນອື່ນ ຫວັງວ່າທຸກທທ່ານ ຄົງສບາຍດີ ເເລະພ້ອມດຽວກັນນີ້ Maysoly ກໍຂໍເຊີນທຸກໆທ່ານ ເຂົ້າສູ່ ຣາຍການເລີຍ….. ຈົດໝາຍ ສະບັບທຳອິດ ທີ່ Maysoly ຈະນຳມາອ່ານ ສູ່ທ່ານຟັງມຶ້ນີ້ ກໍຄືຈົດໝາຍ ຂອງທ່ານ ຜູ້ໃສ່ຊື່ວ່າ (ຄົນຫຼົງຊາດ) ຈາກ ເມືອງ ແອວຈີ່ນ ຣັຖ IL ໃນຈົດໝາຍ ເພີ່ນໄດ້ຝາກ ຄຳຕັກເຕືອນ ສັ່ງສອນ ຂອງເຈົ້າຟ້າງຸ່ມ ມະຫາຣາຊ ໃຫ້ຊົນຊາວລາວ ໃນທົ່ວໂລກນຳ ໄປຄິດ ເປັນວຽກບ້ານ ການເຮືອນ ຊ່ວຍກັນ ວ່າຊັ້ນ! ຄຳສອນຂອງ ເຈົ້າຟ້າງຸ່ມ ມີດັ່ງນີ້:

1. ຈົ່ງຮຽນຮູ້ໃນການ ເຂົ້າໃຈ ຊື່ງກັນແລະກັນ

2. ຈົ່ງ ຮຽນຮູ້ການ ໃຫ້ອະພັຍແກ່ກັນ

3. ຈົ່ງຮຽນຮູ້ ການຜ່ອນສັ້ນຜ່ອນຍາວ ໃຫ້ກັນ

4. ຈົ່ງຮຽນຮູ້ວ່າ ຜູ້ໃດຄືມິດແທ້ ແລະຜູ້ໃດຄື ສັຕຣູຂອງຊາດ

5. ຈົ່ງຮຽນຮູ້ ແລະຊາບຊື້ງ ເຖີງຄຸນຄ່າ ຊາດກຳເນິດຂອງຕົນ ທີ່ໄດ້ເກິດເປັນລາວ. “ເຂົ້າໜຽວເປັນແນວໃດ” ໃຫ້ໝູ່ເຈົ້າ ລູກຫຼານລາວຈົ່ງ ຮັກກັນ ແລະເທິດທູນ ຊາດລາວດ້ວຍກຽດ ສັກສີແລະຊີວິດ ຂອງໝູ່ເຈົ້າ ຢ່າງນັ້ນເທິດ…

ທີ່ກ່າວມານີ້ ກໍຄື ຄຳຕັກເຕືອນຂອງ ເຈົ້າຟ້າງຸ່ມ ຝາກໄວ້ໃຫ້ ລູກລາວຫລານລາວ. ທີ່ທ່ານ “ຄົນຫຼົງຊາດ” ຂຽນມາ ນອກຈາກນັ້ນແລ້ວ ຕອນທ້າຍ ຂອງຈົດໝາຍ ເພີ່ນ ບອກວ່າ ຜູ້ຂ້າໄດ້ຝາກ CD ເພງ “ຈຳປາ ໃນດວງໃຈ” ມາໃຫ້ຊ່ວຍນຳ ອອກອາກາດໃຫ້ ຜູ້ຟັງໄດ້ຟັງ ນຳກັນ ແລະເພງນີ້ ຂໍຟັງຮ່ວມກັບ ຄົນລາວທຸກໆຄົນ ທີ່ຍັງມີ ເຊື້ອສາຍໂລຫິດ ລາວທຸກຢົດ ວ່າຊັ້ນ… Maysoly ຂໍຂອບໃຈນຳ ທ່ານ “ຄົນຫຼົງຊາດ” ທີ່ຂຽນຈົດໝາຍ ເຂົ້າມາຮ່ວມ ຣາຍການຕອບຈົດໝາຍ ຂອງພວກເຮົາ ໃນມຶ້ນີ້ ໜ້າເສັຍດາຍ ນ້ອຍນື່ງ ທີ່ທ່ານບໍ່ໄດ້ ບອກຊື່ຜູ້ຮ້ອງ ແລະຜູ້ແຕ່ງມາໃຫ້ ຕາມທັມມະດາ ແລ້ວໃນເມື່ອ ເຮົາເອົາເພງເພີ່ນ ອອກອາກາດ ກໍຄວນໃຫ້ ຜູ້ຟັງຮູ້ຈັກວ່າ ເປັນຜົນ ງານຂອງຜູ້ໃດ ແລະ ນັກຮ້ອງຊື່ວ່າແນວໃດ ແມ່ນບໍ ທ່ານຜູ້ຟັງ?.. ຫວັງວ່າ ໂອກາດຕໍ່ໄປ ທ່ານຈະສົ່ງມາ ໃຫ້ເນາະ...

ຈົດໝາຍ ສະບັບຕໍ່ໄປ ຂຽນຈາກ ທ່ານ ຄ. ຍົມມະຣາຊ ສະບັບນີ້ ເພີ່ນເວົ້າສູ່ທ່ານ ຜູ້ຟັງ ດັ່ງນີ້ ພັກແລະຣັຖບານ ສປປລາວ ຂາດແສງສະວ່າງ ຈາກທິສດີ ມາກສ໌ ເລນີນ ມຶດຮອບດ້ານ ຊອກເພທຸບາຍໃໝ່ ແບບໜ້າໄຫວ້ ຫຼັງຫລອກ ເປີດກ້ວາງຫົນທາງ ສມັກຄີຊາດ ພັກດັນໃຫ້ ມີສູນກາງແນວລາວ ສ້າງຊາດຂື້ນ ເພື່ອເປັນສາກ ບັງໜ້າຊາວໂລກ ຫວັງແກ່ດືງເອົາ ຊາວລາວໃນ ຕ່າງປະເທດ ສຶບຊະຕາກັມ ຕໍ່ຈາກອະດິດ ພວກສັມມະນາກອນ ຈົນກາຍເປັນ ຜລິຕະກອນ ແລະ ກໍ່ສ້າງ ມີຄວາມໝາຍວ່າ “ຂີ່ມອດຄ້າງ ຂີ່ຊ້າງລອດ” ເຖີງເທົ່າມຶ້ນີ້ ພິເສດກໍແມ່ນ ແລ່ນໄປ ຄາຣະວະ ສົມມາ ພະຍາມັງກອນ ເຖີງຖີ່ນ ແລະເຊີນມາເປັນ ນາຍ ຊົມໃຊ້ຊົມກີນ ສົມບັດອັນມີຄ່າ ແລະແຜ່ນດິນຊາດໄດ້ ຕາມໃຈຊອບ ພັກແລະຣັຖບານ ສປປລາວ ປາກບໍ່ໄດ້ໄອບໍ່ດັງ… ຕ້ອງໃຊ້ວິທີ ຫວານ ກໍຕ້ອງອົມ ຂົມກໍຕ້ອງກືນ ພໍໄດ້ເສບ ຄວາມຢາກເປັນວັນໆ ຕໍ່ໄປ ໂດຍບໍ່ຮູ້ຊະຕາກັມ ຂອງຕົນເອງ ແຜ່ນດີນຂອງຊາດ ແລະລູກຫຼານຕາດຳໆ ໃນອານາຄົດເລີຍ… ສີ່ງດຽວພັກແລະຣັຖບານ ຮູ້ຄື ລາວ ເປິດກວ້າງ ລາວສມັກຄີ ລາວຈະເຣີນ ທັນຍຸກທັນສມັຍ. ສນັ້ນ ເພື່ອນຮ່ວມຊາດ ທັງຫລາຍ ກ່ອນຈະເຊື່ອຄົນອື່ນ ໃຫ້ຄົ້ນຫາຕົວເອງ ໃຫ້ພົບ ກ່ອນຈະສົ່ງ ລູກເຕົ້າ ເມືອຊ່ວຍຊາດ ຈົ່ງພິຈະຣານາ ເນື້ອຮ້ອງເພງຊາດລາວ ຍຸກໃໝ່ນີ້ເສັຍກ່ອນ ຊີວິດມີຄຸນຄ່າ ສູງກວ່າ ສີ່ງອື່ນໆ ວ່າຊັ້ນ... ທັງໝົດນີ້ກໍຄື ເນື້ອໃນໃຈຄວາມ ໃນຈົດໝາຍ ຂອງທ່ານ ຄ. ຍົມມະຣາຊ ຟາກໃຫ້ ທ່ານຜູ້ຟັງນຳ ໄປຄິດຊ່ວຍກັນ…

ຈົດໝາຍ ສະບັບຕໍ່ໄປ ຂຽນຈາກ ຜູ້ໃສ່ຊື່ວ່າ “ລາວນອກ” ຂຽນຈາກ ເມືອງ Charlotte North Carolina ສະຫະຣັຖ America ໃນຈົດໝາຍ ເວົ້າວ່າ ຂ້າພະເຈົ້າ ມີຄວາມ ຂ້ອງໃຈ ກ່ຽວກັບ ກໍຣະນີທີ່ ຊາວມົ້ງລາວ ທີ່ຖືກສົ່ງກັບ ປະເທດລາວ ຈາກ ບ້ານຫ້ວຍນ້ຳຂາວ ເມື່ອທ້າຍເດືອນທັນວາ ປີ 2009 ຜ່ານມາ ຊື່ງເຈົ້າໜ້າທີ່ ທາງການລາວ ຄື ທ່ານ ຈະເຣີນເຮີ ກ່າວວ່າຊາວມົ້ງ ດັ່ງກ່າວແມ່ນ ຖືກຕົວະຍົວະ ຈາກມົ້ງ American ໃຫ້ເຂົາເຈົ້າໜີເຂົ້າ ປະເທດໄທ ເພື່ອຈະມີໂອກາດ ໄປຕັ້ງ ຖີ່ນຖານ ໃນຕ່າງປະເທດ ກຽວກັບເຣື້ອງນີ້ ຂ້າພະເຈົ້າຄິດວ່າ ບໍ່ມີມຸນຄວາມຈີງ ຄວາມຈີງກໍມີ ຢູ່ວ່າພີ່ນ້ອງ ມົ້ງກຸ່ມນີ້ ຖືກໃຊ້ເປັນເຄື່ອງມື ໃນການຕໍ່ລອງ ເພື່ອຜົນປໂຍດ ສ່ວນຕົວຣະຫວ່າງ ຣັຖບານ ໄທແລະລາວ ເທົ່ານັ້ນ ສຳລັບ ພີ່ນ້ອງຊາວມົ້ງ American ແທ້ ຄົງບໍ່ໄດ້ຮັບ ຜົນປໂຍດ ຫລາຍພໍເທົ່າໃດ ຢ່າງຫລາຍບາງຄອບຄົວ ມີຄວາມດີໃຈ ທີ່ຈະໄດ້ພົບພໍ້ ຍາດຕິພີ່ນ້ອງ ທີ່ໄດ້ພັດພາກ ຈາກກັນ ເປັນເວລາດົນນານ ແລ້ວເທົ່ານັ້ນ.

ທ່ານຜູ້ຟັງທີ່ຣົບ ເວົ້າມາຮອດນີ້ ເວລາແຫ່ງຣາຍ ການຕອບຈົດໝາຍ ກໍໃກ້ຈະໝົດແລ້ວ ສະນັ້ນຈື່ງຂໍເຊີນ ທ່ານຕິດຕາມ ຮັບຟັງເພງລາວ ເພງນື່ງ ເພື່ອປິດທ້າຍຣາຍການ ແລະເພື່ອ ຕອບສນອງຕາມ ຄຳສເນີຂອງທ່ານ “ຄົນຫຼົງຊາດ” ເພງທີ່ທ່ານ ຈະໄດ້ຟັງຕໍ່ໄປນີ້ ມີຊື່ວ່າ ຈຳປາໃນດວງໃຈ ຈາກສິລປິນ ນັກຮ້ອງຍີງ ສຽງອອນຊອນ ຂໍມອບເປັນ ຂວັນໃຈແດ່ ຊົນຊາວລາວ ໃນທຸກມຸຂອງໂລກ ໂດຍສະເພາະ ຜູ້ທີ່ຍັງມີ ຈຳປາໃນດວງໃຈ.

ຫວັງວ່າເພງນີ້ ຄົງສ້າງຄວາມ ປະທັບໃຈແກ່ຜູ້ຟັງ ຢ່າງຫລວງຫຼາຍ ຢ່າງໃດກໍຕາມ ມາຮອດນີ້ ເວລາຣາຍການ ຕອບຈົດໝາຍ ກໍໝົດລົງແລ້ວ Maysoly ຂໍຄວາມສຸກ ສົມຫວັງ ຈົ່ງມີແກ່ ແຟນຣາຍການ ຕອບຈົດດໝາຍ ທຸກໆທ່ານ ພົບກັນໃໝ່... ສບາຍດີ.