ໄຟໄໝ້ລາມປ່າເສັຽຫາຍ ກວ່າແສນ ເຮັກຕາ

ສຸພັດຕາ
2020.04.23
f-wild-fire ພາບ ໄຟໄໝ້ປ່າສງວນ ພູຫີຜີ ແຂວງອຸດົມໄຊ
ພາບຈາກ : ນັກຂ່າວພົລເມືອງ

ພາຍຫຼັງທີ່ໄຟໄໝ້ປ່າ ຢູ່ພາກເໜືອຂອງລາວ ດັບມອດລົງ ພາກສ່ວນທີ່ກ່ຽວຂ້ອງ ກໍໄດ້ລົງໄປປະເມີນຄວາມເສັຍຫາຍ ເບື້ອງຕົ້ນ 2 ແຂວງ ຄື; ແຂວງຫຼວງນໍ້າທາ ແລະ ອຸດົມໄຊ ຊຶ່ງແຂວງຫຼວງນໍ້າທາ ຖືກໄຟໄໝ້ ໜັກກວ່າໝູ່ ປ່າໄມ້ເສັຍຫາຍ ປະມານ 1 ແສນປາຍເຮັກຕາ ສ່ວນໃຫຍ່ໄຟໄໝ້ ຢູ່ເຂດປ່າສງວນແຫ່ງຊາດນໍ້າຫ້າ, ປ່າສງວນເຂດບ້ານນໍ້າແງ້ນ ແລະ ຕາມພື້ນທີ່ການກະເສດ ສວນຢາງພາຣາຂອງ ປະຊາຊົນ.

ສາເຫດຂອງໄຟໄໝ້ ສ່ວນໃຫຍ່ເກີດຈາກປະຊາຊົນຈູດໄຮ່, ຈູດສວນ ບໍ່ຣະມັດຣະວັງ, ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ກະສິກັມແລະປ່າໄມ້ ແຂວງຫຼວງນໍ້າທາ ຕໍ່ວິທຍຸເອເຊັຽເສຣີໃນວັນທີ 23 ເມສານີ້:

“ປະມານເບື້ອງຕົ້ນ ກໍປະມານແສນປາຍ ຫ້າພັນຫົກ ສາເຫດມັນກໍ ມີສອງສາມສາເຫດ ປະຊາຊົນຈູດໄຮ່ຈູດສວນ ການນີ້ມັນກໍໄປເອົາເຜີ້ງ ຈູດເຜີ້ງ ບາງເທື່ອມັນກບໍ່ມອດດີ ເພາະວ່າປີນີ້ ມັນກະແຫ້ງແລ້ງໜັກ ມັນຝົນບໍ່ຕົກກະມາເປັນປີພຸ້ນລະ.”

ທ່ານກ່າວຕື່ມວ່າ ສ່ວນໄຟໄໝ້ພື້ນທີ່ການກະເສດ ສວນຢາງພາຣາຂອງປະຊາຊົນ ຍັງບໍ່ທັນໄດ້ມີການຊ່ອຍເຫຼືອ ເບື້ອງຕົ້ນຕ້ອງໄດ້ແຈ້ງຂໍ້ມູນ ໄປຍັງ ກະຊວງກະສິກັມແລະປ່າໄມ້ໃຫ້ຮັບຮູ້ກ່ອນ ວ່າຈະມີມາຕການ ຊ່ອຍເຫຼືອແນວໃດ.

ໃນຂນະທີ່ ຢູ່ແຂວງອຸດົມໄຊ ຈາກການປະເມີນເບື້ອງຕົ້ນ ໄຟໄໝ້ປ່າ ເສັຍຫາຍ 40 ພັນປາຍເຮັກຕ້າ ໂດຍສະເພາະປ່າສງວນແຫ່ງຊາດ ພູຫີຜີ ເສັຍຫາຍໜັກ ພືດ, ພັນໄມ້, ສັດປ່າບາງຊນິດ ໄດ້ຮັບຜົລກະທົບ, ດັ່ງເຈົ້າໜ້າທີ່ ກະສິກັມແລະປ່າໄມ້ ແຂວງອຸດົມໄຊ ກ່າວວ່າ:

“ອຸດົມໄຊນີ້ ທັງໝົດທັງ 7 ເມືອງ ຊິແມ່ນ 40 ພັນເດ້ ສຸດວິໃສ ຂອງປະຊາຊົນຫັ້ນ ແຫຼະວ່າຊັ້ນສະ ການຈູດປ່າ ການເຮັດຮົ້ວເຮັດສວນ ຂອງ ປະຊາຊົນຫັ້ນແຫຼະ ເພາະວ່າ ມັນແຫ້ງຫຼາຍປີນີ້.”

ໃນຂນະດຽວກັນ ເຈົ້າຂອງສວນຢາງພາຣາ ທ່ານນຶ່ງເວົ້າວ່າ ສວນຢາງພາຣາ ແລະສວນໝາກແໜ່ງ ໄດ້ຮັບຜົລກະທົບໜັກ ເສັຍຫາຍເປັນ ຈໍານວນຫຼາຍ:

“ປະໂຕຢາງພາຣາເຮົາມີປະມານ 2 ພັນກວ່າຕົ້ນ ດຽວນີ້ປະມານ 8 ຮ້ອຍ 9 ຮ້ອຍນີ້ ໂອ້ໂຕນີ້ມັນກະຖືກກະທົບ ຢ່າງໜັກໜ່ວງທີ່ສຸດເລີຍ ແຫຼະ ຊິເວົ້າໄປນະ ບໍ່ວ່າໄໝ້ສວນຢາງ ໄໝ້ສວນຫຍັງ ສວນໝາກແໜ່ງ ກໍເສັຍຫາຍຫຼາຍເຕີບເກາະ.”

ເຈົ້າໜ້າທີ່ ກະສິກັມແລະປ່າໄມ້ ອີກທ່ານນຶ່ງ ກ່າວວ່າ ແຜນການຊ່ອຍເຫຼືອປະຊາຊົນ ທີ່ ພື້ນທີ່ການກະເສດຖືກໄຟໄໝ້ ທາງການກໍາລັງ ຮິບໂຮມຂໍ້ມູນວ່າມີພື້ນທີ່ ເສັຍຫາຍເທົ່າໃດ:

“ແຜນນີ້ມີຢູ່ແຕ່ຊິເຮັດແບບໃດ ຈະເອົາແບບໃດຈະເອົາທາງໃດມາຊ່ວຍຂະເຈົ້າຫັ້ນນາ ກໍກໍາລັງສັງລວມ ກໍາລັງປະເມີນຢູ່ວ່າມັນຈະເທົ່າໃດ.”

ໄຟໄໝ້ປ່າ ໃນເຂດພາກເໜືອຂອງລາວປີນີ້ ນັບວ່າຮຸນແຮງທີ່ສຸດ ເນື່ອງຈາກສະພາບອາກາດແຫ້ງແລ້ງໜັກ ອັນເປັນປັດໃຈຫຼັກ ເຮັດໃຫ້ໄຟ ໄໝ້ປ່າເປັນ ບໍຣິເວນກວ້າງ ບໍ່ພຽງແຕ່ແຂວງຫຼວງນໍ້າທາ ແລະແຂວງ ອຸດົມໄຊເທົ່ານັ້ນ ທີ່ປະສົບບັນຫາໄຟໄໝ້ປ່າ ແຂວງຫຼວງພຣະບາງ, ບໍ່ແກ້ວ, ຜົ້ງສາລີ ແລະຫົວພັນ ກໍປະສົບບັນຫາໄຟໄໝ້ປ່າຄືກັນ ແຕ່ບໍ່ຮຸນແຮງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.