ສາ​ເຫດຊົດເຊີຍ ເຂື່ອນແຕກ ສນາມໄຊ ຫຼ້າຊ້າ

0:00 / 0:00

ທ່ານ ຄໍາມະນີ ອິນທິລາດ, ຣັຖມົນຕຣີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຣາຍງານຕໍ່ກອງປະຊຸມສມັຍສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ 8 ທີ່ກໍາລັງດໍາເນີນໄປຢູ່ໃນຂະນະນີ້ວ່າ ຣັຖບານ ກຽມຈະຊົດເງິນທັງໝົດ ໃຫ້ກັບປະຊາຊົນເມືອງສນາມໄຊ ແຂວງອັດຕະປື ທີ່ໄດ້ຮັບຜົລກະທົບຈາກເຫດການ ເຂື່ອນເຊປຽນ-ເຊນໍ້ານ້ອຍ ແຕກ.

ປະຈຸບັນ, ຣັຖບານກໍາລັງສັງລວມຂໍ້ມູນຢ່າງຣະອຽດ ເພື່ອການຊົດເຊີຍ ໃຫ້ຍຸຕິທັມກັບທຸກຝ່າຍ ແລະ ບໍ່ໃຫ້ຝ່າຍໃດຝ່າຍນຶ່ງເສັຽຜົລປໂຍດ. ສະນັ້ນ, ຈຶ່ງເກີດຄວາມລ່າຊ້າ, ດັ່ງທ່ານກ່າວ ໃນຕອນນຶ່ງວ່າ:

" ສາເຫດຂອງການຊັກຊ້າ ກໍຍ້ອນການເກັບກໍາຂໍ້ມູນຄາດເຄື່ອນກັນຫຼາຍ , ດ້ານລາຄາສູງ. ສະນັ້ນ, ຈຶ່ງໄດ້ມີການວ່າຈ້າງ ບໍຣິສັດທີ່ປຶກສາ ມາກວດຄືນໃໝ່ ເພື່ອຄວາມຍຸຕິທັມ ທັງສອງຝ່າຍ. "

ທ່ານກ່າວຕື່ມວ່າ ດຽວນີ້, ບໍຣິສັດ ຊັບສາມັກຄີ ປະກັນພັຍ, ເຊິ່ງເປັນບໍຣິສັດປະກັນພັຍ ໃຫ້ກັບໂຄງການ ເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍ ໄດ້ລົງກວດກາ ແລະ ປະເມີນຄວາມເສັຽຫາຍໃນພື້ນທີ່ ທີ່ໄດ້ຮັບຜົລກະທົບ ສໍາເຣັຈແລ້ວ, ໂດຍບໍຣິສັດປະກັນພັຍ ຈະຊົດເຊີຍໃຫ້ 54 ລ້ານໂດລ້າສະຫະຣັຖ ແລະ ບໍຣິສັດປະກັນພັຍ ໄດ້ໂອນເງິນເຂົ້າບັນຊີຣັຖບານລາວແລ້ວ ຈໍານວນເກືອບ 50 ລ້ານໂດ​ລ້າ​ສະ​ຫະ​ຣັ​ຖ. ແຕ່ຣັຖບານ ຍັງບໍ່ທັນກໍານົດວ່າ ມື້ໃດຈະເຣີ່ມຈ່າຍຄ່າຊົດເຊີຍ ໃຫ້ແກ່ປະຊາຊົນທີ່ຮັບຜົລກະທົບນັ້ນເທື່ອ.

ນອກຈາກເຣື້ອງຄ່າຊົດເຊີຍນັ້ນແລ້ວ, ທ່ານ ຄໍາມະນີ ຍັງໄດ້ຣາຍງານອີກວ່າ ມີປະຊາຊົນຈໍານວນນຶ່ງ ຕ້ອງການເງິນຊົດເຊີຍຈາກຣັຖບານ ເພື່ອໄປສ້າງເຮືອນຢູ່ບ່ອນໃໝ່, ໂດຍບໍ່ຍອມໄປຢູ່ບ້ານຈັດສັນ ທີ່ທາງການກຽມຈະສ້າງໃຫ້ໃນອີກບໍ່ດົນນີ້.

ກ່ຽວກັບເຣື້ອງທີ່ວ່ານີ້, ປະຊາຊົນ ບ້ານໃໝ່, ເມືອງສນາມໄຊ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າ ຕ້ອງການເງິນຊົດເຊີຍຈາກຣັຖບານ ເພື່ອອອກໄປຫາສ້າງເຮືອນຢູ່ບ່ອນອື່ນ ຍ້ອນຢ້ານເຂື່ອນແຕກ ຊໍ້າຮອຍອີກ. ເຫດການດັ່ງກ່າວ ໄດ້ເຮັດໃຫ້ ສູນເສັຽຄົນພາຍໃນຄອບຄົວໄປ:

" ຄິດວ່າ ບໍ່ຢາກຢູ່ແລ້ວ ຢ້ານມັນຊິເປັນອີກ ຢ້ານຄັນຢູ່ມີຄວາມສ່ຽງແນວນີ້ ກໍບໍ່ຢາກຢູ່ແລ້ວ ຄິດຮອດຢູ່ດອກບ້ານເມືອງ , ມີແຕ່ເສດເຫຼັກເສດຫຍັງ ມັນຍັງຫາກິນບໍ່ໄດ້ ກໍຊິເວົ້າບໍ່ຢາກຢູ່ ຄືໄປຢູ່ບ້ານຈັດສັນ ແຖວສນາມໄຊ ແຖວນັ້ນ ກໍອາຊີບເຮົາບໍ່ມີ ບໍ່ໄດ້ມີເງິນກິນເງິນເດືອນ ນາເຮັດກໍນາເຂົາໝົດ ກໍຍັງຄິດກັງວົນໃຈ ບໍ່ຈັກຊິຢູ່ໃສ. "

ປະຊາຊົນບ້ານສົ້ມປ່ອຍ, ເມືອງສນາມໄຊ ຊຶ່ງເປັນບ້ານນຶ່ງ ທີ່ໄດ້ຮັບຜົລກະທົບຈາກເຂື່ອນແຕກ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 22 ພຶສຈິກາ ນີ້ວ່າ ທາງການ ກໍລົງມາປະເມີນຄວາມເສັຽຫາຍ ແລະ ຖ່າຍຮູບເປັນຫຼັກຖານຫຼາຍເທື່ອແລ້ວ, ແຕ່ມາຮອດປະຈຸບັນ ປະຊາຊົນທຸກຄອບຄົວ ກໍຍັງບໍ່ທັນໄດ້ຮັບຄ່າຊົດເຊີຍເທື່ອ:

" ບໍ່...ບໍ່ທັນໄດ້ ເສັ ຽຫາຍຄວາຍ, ງົວ ມັນຕາຍ ເປັນຣົດເປັນນາ ມັນນໍ້າຖ້ວມ ມັນຫຼຸບມັນຕາຍຫັ່ນເດ້. ກໍບອກວ່າຊິຊົດເຊີຍ ຫາກບໍ່ເຫັນຈັກເທື່ອ ເຫັນຕັ້ງແຕ່ເມືອງລົງມາຖ່າຍຮູບ, ຫັ່ນແຫຼະ, ແຕ່ວ່າເງິນຫັ້ນ ຍັງບໍ່ທັນໄດ້. "

ທ່ານ ສິງເພັດ ບຸນສະຫວັດທິພັນ, ຮອງປະທານອົງການກວດກາແຫ່ງຣັຖ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນັ້ນວ່າ ກໍາລັງຢູ່ໃນຂັ້ນຕອນຫາລືກັນ ຣະຫວ່າງ ຣັຖບານລາວ ວ່າຈະຊົດເຊີຍໃຫ້ປະຊາຊົນ ໃນຮູບແບບໃດ ເພື່ອໃຫ້ເກີດຄວາມຍຸຕິທັມທີ່ສຸດ ຄາດວ່າອີກບໍ່ດົນ ຈະຮູ້ຣາຍຣະອຽດ:

" ຣາຍງານໃຫ້ຂັ້ນເທິງແລ້ວລະ ຄັນຕົກລົງແນວໃດ ກໍປະຕິບັດຕາມນັ້ນແຫຼະ , ກໍຄົ້ນຄວ້າກັນຢູ່ວ່າ ຊິໃຊ້ເວລາດົນປານໃດ ເພິ່ນຕົກລົງແນວໃດ ກໍແນວນັ້ນ. "

ເຫດການ ເຂື່ອນເຊປຽນ-ເຊນໍ້ານ້ອຍ ແຕກ, ເກີດຂຶ້ນໃນວັນທີ 23 ເດືອນກໍຣະກະດາ ປີ 2018, ເຮັດໃຫ້ປະຊາຊົນ ເມືອງສນາມໄຊ ແຂວງອັດຕະປື ມີຜູ້ເສັຽຊີວິດ 71 ຄົນ ແລະ 6,000 ປາຍຄົນ ທີ່ໄດ້ຮັບຜົລກະທົບ, ອີງຕາມຂໍ້ມູນຈາກ ເຈົ້າເມືອງ ເມືອງສນາມໄຊ.