ຮ້ານກິນດື່ມໃກ້ໂຮງຮຽນຍັງ ມີຢູ່
2016.11.30
ຊາວບ້ານ ແລະ ພໍ່ແມ່ ຜູ້ປົກຄອງ ໃນເຂດໝູ່ບ້ານ ອ້ອມແອ້ມ ມະຫາວິທຍາລັຍ ແຫ່ງຊາຕລາວ, ເຂດ ດົງໂດກ ເມືອງໄຊທານີ ໄດ້ກ່າວຕໍ່ ຜູ້ສື່ຂ່າວ RFA ເມື່ອ ສັປດາ ທີ່ຜ່ານມາວ່າ ທຸກມື້ນີ້ ແມ່ນຍັງເຫັນ ນັກຮຽນ ນັກສຶກສາ ເຂົ້າໄປໃຊ້ ບໍຣິການ ແລະ ມົ້ວສຸມ ໃນຮ້ານກິນດື່ມ ທີ່ ເປີດໃກ້ກັບເຂດ ມະຫາວິທຍາລັຍ ແລະ ສະຖາບັນ ການສຶກສາ ຫຼາຍຂຶ້ນ ເລື້ອຍໆ, ໂດຍສະເພາະ ໃນໂມງຮຽນ ຍັງເຫັນ ນັກຮຽນ ນັກສຶກສາ ເຂົ້າໄປນັ່ງກິນດື່ມ ຢ່າງເປີດເຜີຍ ແທນທີ່ຈະໄປ ໂຮງຮຽນ. ດັ່ງ ຊາວບ້ານ ທ່ານນຶ່ງ ເວົ້າວ່າ:
“ນັກຮຽນປະຈຸບັນນີ້, ໂມງເຂົ້າໂຮງຮຽນ ເຂົາລະບໍ່ເຂົ້າ ໂຮງຮຽນ. ສ່ວນຫຼາຍ ດຽວນີ້ ມັນໄປ ຮ້ານເບັຽເນາະ, ທັ້ງໆທີ່ເປັນ ໂມງຮຽນ ເນາະ, ແຕ່ວ່າເຫັນ ນັກຮຽນ ເປັນຈຳນວນ ຫຼາຍເນາະ, ບໍ່ວ່າຈະເປັນ ຮ້ານເຫຼົ້າ ຮ້ານເບັຽ. ສ່ວນຫຼາຍ ແມ່ນຮອດກາຍ 12 ໂມງ ໄປລະແມ່ນ ບໍ່ເຫັນນັກຮຽນ ໄປໂຮງຮຽນ, ຊາຂ້ອຍຊັ່ງຊາ".
ທ່ານກ່າວຕື່ມວ່າ ໃນບາງມື້ ກໍ່ມີເຫຕການ ນັກຮຽນ ນັກສຶກສາ ດື່ມເຫຼົ້າເມົາ ແລ້ວອາຣະວາດ ຕີກັນ ເປັນກຸ່ມ ເປັນແກ້ງ, ມີການໃຊ້ ອາວຸດ ໃຊ້ຄວາມຮຸນແຮງ ແລະ ມັກເກີດ ອຸບັຕຕິເຫຕ ຣົຖຕຳກັນ ເປັນປະຈຳ ໃກ້ສະຖານທີ່ ກິນດື່ມ ສ້າງຄວາມບໍ່ສງົບ ໃຫ້ຊາວບ້ານ.
ໃນຂນະດຽວກັນ, ຊາວບ້ານ ບ້ານຄຳຮຸ່ງ, ເມືອງໄຊທານີ ກໍໄດ້ຢືນຢັນວ່າ ຮ້ານກິນດື່ມ ຊື່ດັງຫຼາຍແຫ່ງ ທີ່ຕັ້ງຢູ່ ບໍ່ໄກຈາກ ສະຖານທີ່ ການສຶກສາ ພໍປານໃດ ເຊັ່ນວ່າ ຮ້ານບັນເທິງ ພາແລງ, ຕົ້ນຄູນ, ຮ້ານປີ້ງເອັນ ນວນຕາ, ແລະ ຮ້ານບັນເທິງ ໄວຫວານ ກໍ່ຍັງເປີດ ໃຫ້ບໍຣິການ ເປັນ ປົກກະຕິ ຢູ່:
”.ເອີ ຮ້ານໃຫ່ຽໆແບບຊັ້ນ ບໍ່ປິດດອກ, ແຕ່ຮ້ານນ້ອຍໆ ຮ້ານອ້າຍຈູ່ ຮ້ານນ້ອຍໆ 1, ປິດລະເດ. ຮ້ານໃຫ່ຽໆແບບຊັ້ນ ຂ້ອຍວ່າ ຄືຊິຍາກຢູ່. ເຂົາກະຍັງ ເປີດ ຍັງຫາເງິນ ເປັນປົກກະຕິຢູ່ ເຂົາກະຍັງຢູ່ ຫັ້ນລະ".
ນາງກ່າວຕື່ມວ່າ ເຖິງແມ່ນວ່າ ນາຍົກ ຣັຖມົນຕຼີ ຈະມີຄຳສັ່ງ ໃຫ້ປິດ ສະຖານທີ່ ບັນເທິງ, ຮ້ານກິນດື່ມ ແລະ ຮ້ານອະບາຍມຸກ ຕ່າງໆ ທີ່ຢູ່ໃກ້ກັບ ມະຫາວິທຍາລັຍ ແລະ ສະຖາບັນ ການສຶກສາ ແລ້ວກໍ່ຕາມ, ແຕ່ປະຈຸບັນ ກໍ່ຍັງບໍ່ມີ ວີ່ແວວວ່າ ຄຳສັ່ງ ດັ່ງກ່າວ ຈະຖືກ ປະຕິບັດ ເທື່ອ.
ກ່ຽວກັບເຣື້ອງນີ້ ຜູ້ສື່ຂ່າວ RFA ກໍ່ໄດ້ຕິດຕໍ່ ສອບຖາມ ເຈົ້າໜ້າທີ່ ຫ້ອງການ ຖແລງຂ່າວ, ວັທນະທັມ ແລະ ທ່ອງທ່ຽວ ເມືອງໄຊທານີ ເມື່ອວັນທີ 28 ພຶສຈິກາ, ໂດຍ ທ່ານຫົວໜ້າ ຫ້ອງການ, ບົວລີ ແກ້ວມະນີວັນ ໄດ້ຊີ້ແຈງວ່າ ພາກສ່ວນ ກ່ຽວຂ້ອງ ກໍ່ຮັບຮູ້ ບັນຫານີ້ແລ້ວ ແລະ ກຳລັງ ຢູ່ໃນຂັ້ນຕອນ ແກ້ໄຂຢູ່ ທ່ານກ່າວວ່າ:
"ສຳລັບ ເມືອງໄຊທານີ ເຮົານີ້ ບໍ່ວ່າແຕ່ ຄຳເຫັນ ຂອງທ່ານນາຍົກ, ກ່ອນໜ້ານີ້ ເຮົາກໍມີ ຄນະກັມມະການ ແກ້ໄຂ ປະກົດການ ຫຍໍ້ທໍ້ ຢູ່ເຂດ ມະຫາວິທຍາລັຍ ແຫ່ງຊາຕ ສະເພາະແລ້ວ, ໄທເຮົາ ຫັ້ນນ່າເນາະ. ອັນສອງມາ, ປະຈຸບັນນີ້ ພວກເຮົາ ກໍກຳລັງ ຮ່າງນິຕິກັມ ເນາະ ໂດຍພື້ນຖານ ກໍ່ແມ່ນ ຕາມຄຳຊີ້ນຳ ຂອງທ່ານ ນາຍົກ ຫັ້ນແຫຼະ ເພາະວ່າ ພວກເຮົາ ຊິກຳນົດວ່າ ຮ້ານອາຫານ ບັນເທິງ ກິນດື່ມ ອັນນີ້ເຮົາ ຈະໃຫ້ຫ່າງໄກ ຈາກເຂດ ສະຖາບັນ ການສຶກສາ ນີ້ຈັກແມັດ".
ປະຈຸບັນ, ໃນເຂດ ມະຫາວິທຍາລັຍ ແຫ່ງຊາຕ ແລະ ສະຖາບັນ ການສຶກສາ ໃກ້ຄຽງ ແມ່ນເຕັມໄປດ້ວຍ ຮ້ານກິນດື່ມ ແລະ ຮ້ານ ອະບາຍມຸກ ທຸກປະເພດ, ບ່ອນ ການພະນັນ, ຮ້ານເກມ, ຮ້ານສນຸກເກີ້ ແລະ ບໍຣິການ ທາງເພດ, ເປັນບັນຫາ ຮ້າຍແຮງ ຕໍ່ຊາວໜຸ່ມ ນັກຮຽນ ນັກສຶກສາລາວ ຈົນເຮັດໃຫ້ ນາຍົກ ຣັຖມົນຕຼີລາວ, ທ່ານ ທອງລຸນ ສີສຸລິດ ໃຫ້ຄຳໝັ້ນ ສັນຍາ ໃນວັນຄຣູ ແຫ່ງຊາຕລາວ ເມື່ອວັນທີ 7 ຕຸລາ ທີ່ຜ່ານມາ ນີ້ວ່າ ຈະປາບປາມ ບັນຫາ ດັ່ງກ່າວ ໃຫ້ໝົດໄປ ໃຫ້ໄດ້.