ຊາວບ້ານ ທີ່ໄດ້ຮັບຜົລກະທົບ ຈາກເຂື່ອນແຕກ ຍັງລໍຖ້າຄ່າຊົດເຊີຍ ຊັພສິນເສັຽຫາຍ

ອຸ່ນແກ້ວ
2022.05.27
ຊາວບ້ານ ທີ່ໄດ້ຮັບຜົລກະທົບ ຈາກເຂື່ອນແຕກ ຍັງລໍຖ້າຄ່າຊົດເຊີຍ ຊັພສິນເສັຽຫາຍ ສະພາບຂອງບ້ານໃໝ່ ເມືອງສນາມໄຊ ໃນໄລຍະ 1 ເດືອນຕໍ່ມາ ຫຼັງຈາກ ເຂື່ອນເຊປຽນ-ເຊນໍ້ານ້ອຍ ແຕກພັງລົງ.
File photo: RFA

ຄະ​ນະ​ປະ​ເມີນ​ຜົ​ລ ແລະ ແກ້​ໄຂພັຍ​ພິ​ບັດ ເຂື່ອນ​ແຕກແຂວງ​ອັດ​ຕະ​ປື ເລັ່ງ​ສ​ລຸບການ​ປະ​ເມີນ​ຜົ​ລ​ເສັຽ​ຫາຍ ປະ​ເພດ ສິ່ງ​ປູກ​ສ້າງ ເພື່ອ​ຊົດ​ເຊີຍ ໃຫ້​ແກ່​ຊາວ​ບ້ານເມືອງ​ສ​ນາມ​ໄຊ ທີ່​ໄດ້​ຮັບ​ຜົ​ລ​ກະ​ທົບ ຈາກ​ເຂື່ອນ​ເຊ​ປຽນ-ເຊ​ນ້ຳ​ນ້ອຍ​ແຕກ.

ເຈົ້າ​ໜ້າ​ທີ່​ເມືອງ​ສ​ນາມ​ໄຊ ແຂວງ​ອັດ​ຕະ​ປື ໄດ້​ກ່າວ​ຕໍ່ວິທຍຸ​ເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 27 ພຶ​ສ​ພາ ວ່າ:

ເພາະວ່າ ຂໍ້ມູນບາງບ້ານ ມັນຍັງບໍ່ທັນໄດ້ແລ້ວ ມັນບໍ່ທັນໄດ້ລົງໂຕກັນໄດ້ຫັ້ນນ່າ ໂຕວັດມັນມີຄ່າຫັ້ນເດ້ ມັນປະເມີນບໍ່ໄດ້ ມີແຕ່ຊິຍື່ນຂຶ້ນເມືອທາງເທິງພຸ້ນໂລດ ມັນຊິເໝາະບໍ່ ກັບລາຄາທີ່ວ່າ ສະພາບການເໜັງຕີງຂອງເງິນປັດຈຸບັນ ຫັ້ນນ່າ ຄັນເພິ່ນເປັນເອກະພາບກະແລ້ວປະມານເດືອນ 7 ຄັນຖ້າວ່າ ມັນຊິຍັງປັບປຸງໃໝ່ ກະຕ້ອງໄດ້ຄືນ.”

ທ່ານ ກ່າວ​ຕື່ມ​ວ່າ ປັດ​ຈຸ​ບັນ ຍັງ​ບໍ່​ສາ​ມາດ​ສ​ລຸບ​ໂຕ​ເລກ​ຜົ​ລ​ເສັຽ​ຫາຍໄດ້​ທັງ​ໝົດ ເພາະ​ຍັງ​ມີ​ຫຼາຍ​ບ້ານ ກໍ​ຫຍຸ້ງ​ຍາກໃນ​ການ​ປະ​ເມີນລາ​ຄາ​ຜົ​ລ​ເສັຽ​ຫາຍ ແລະ ບໍ່​ຮູ້​ວ່າຈະ​ປະ​ເມີນ​ລາຄາ​ແບບ​ໃດ ເປັນ​ຕົ້ນ​ວ່າ ຄຳ 1 ບາດ ຈະ​ຕ້ອງ​ປະ​ເມີນ​ຕາມ​ລາ​ຄາ​ທີ່​ຊື້​ເວ​ລາ​ນັ້ນ ຫຼື ປະ​ເມີນ​ຕາມ​ສະ​ພາບ​ລາ​ຄາ​ໃນ​ປັດ​ຈຸ​ບັນ ແລະ ຍັງ​ມີວັດ​ຖຸ​ມີ​ຄ່າ ເປັນ​ຕົ້ນພ​ຣະເຄື່ອງ ແລະ ອັດ​ຖິຂອງ​ບູ​ຮານ ທີ່​ສືບ​ທອດ​ກັນ​ມາ​ແຕ່​ສ​ມັຍ​ກ່ອນ.

ທາງ​ການ​ແຂວງ​ອັດ​ຕະ​ປື ຈະ​ເລັ່ງ​ດຳ​ເນີນ​ການ​ ສ​ລຸບ​ຜົ​ລ​ເສັຽ​ຫາຍ​ທັງ​ໝົດ ເພື່ອ​ສ​ເນີໃຫ້​ຣັ​ຖ​ບານກາງ ກວດ​ກາ ແລະ ພິ​ຈາ​ຣະນາ​ເພີ່ມ​ຕື່ມ ພາຍ​ໃນ​ເດືອນ​ກໍ​ຣະ​ກະ​ດານີ້ ຖ້າ​ຣັ​ຖ​ບານ​ເຫັນ​ດີ ຕໍ່​ຜົ​ລ​ຂອງ​ການ​ປະ​ເມີນ ກໍ​ຈະ​ຈ່າຍ​ເງິນ​ຊົ​ດ​ເຊີຍ​ໃຫ້​ແກ່​ຊາວ​ບ້ານ ແຕ່​ຖ້າບໍ່​ຜ່ານກໍ​ຕ້ອງ​ໄດ້​ກັບ​ມາ​ປະ​ເມີນ​ຄືນ​ໃໝ່.

ຂະ​ນະ​ທີ່​ຊາວ​ບ້ານ​ທີ່​ຖືກ​ຜົ​ລ​ກະ​ທົບ ຈາກ​ເຂື່ອນ​ແຕກ ເມືອງ​ສ​ນາມ​ໄຊ ກໍ​ຍັງ​ລໍ​ຖ້າ ແລະ ຄາດ​ຫວັງ​ຈະ​ໄດ້​ຮັບ​ຄ່າ​ຊົດ​ເຊີຍ​ໄວ​ທີ່​ສຸດ ເພາະ​ວ່າເຂົາ​ເຈົ້າ​ຕ້ອງ​ການ​ເງິນ​ ມາ​ລົງ​ທຶນ​ໃສ່​ການ​ກະ​ເສດ, ການ​ລ້ຽງ​ສັດ ແລະ ໃຊ້​ຈ່າຍ​ອື່ນໆ ເພື່ອ​ຟື້ນ​ຟູ​ສະ​ພາບ​ການ​ເປັນ​ຢູ່ ພາຍ​ໃນ​ຄອບ​ຄົວຂອງ​ຕົນ​ເອງ ໃຫ້​ດີ​ຂຶ້ນກວ່າ​ເກົ່າ ຫຼັງ​ຈາກ​ທີ່​ຕ້ອງ​ທົນ​ລຳ​ບາກ ​ມາ​ຫຼາຍ​ປີ.

ຊາວ​ບ້ານ ລໍ​ຖ້າ ເງິນ​ຊົດ​ເຊີຍ ​ປະ​ເພດ​ສິ່ງ​ປູກ​ສ້າງ ແລະ ວັດ​ຖຸ​ມີ​ຄ່າ ມາ​ແຕ່ 2021 ເພາະ​ວ່າ ເຂົາ​ເຈົ້າ​ຈະ​ເອົາ​ເງິນ​ດັ່ງ​ກ່າວ​ໄປ​ລົງ​ທຶນ​ປູກ​ຕົ້ນ​ໄມ້ ແລະ ເຮັດ​ນາ ແຕ່ປັດ​ຈຸ​ບັນທາງ​ການ ກໍ​ຍັງ​ປະ​ເມີນ​ລາ​ຄາ​ບໍ່​ລົງ​ໂຕ. 

ຊາວ​ບ້ານ​ເມືອງ​ສ​ນາມ​ໄຊ ຄົນ​ນຶ່ງ ໄດ້​ກ່າວ​ຕໍ່ວິທຍຸ​ເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 27 ພຶ​ສ​ພາ ວ່າ:

ກະຍັງບໍ່ທັນໄດ້ເທື່ອ ນີ້ກະລໍຖ້າລົງໄຮ່ ແນວເຮັດ ແນວຫາ ລໍຖ້າເງິນ ກະຍັງບໍ່ທັນໄດ້ເທື່ອ ຢາກເອົາເຮັດສວນມັນ ສວນຫຍັງນີ້ແລ້ວ ກະບໍ່ມີເງິນລົງທຶນແດ່ ລໍຖ້າເງິນເພີ່ມແຫຼະ ຫາກຍັງບໍ່ທັນໄດ້.”

ເງິນ​ຊົດ​ເຊີຍ​ຮອບ​ທີ 2 ຊັກ​ຊ້າ ແລະ ຍັງ​ບໍ່​ມີ​ກຳ​ນົດ​ວ່າ ​ຊາວ​ບ້າ​ຈະ​ໄດ້​ເມື່ອ​ໃດ ເຊິ່ງຊາວ​ບ້ານ ​ຍັງ​ບໍ່​ຮູ້ວ່າຂັ້ນ​ຕອນ​ເປັນ​ແນວ​ໃດ ແລະ ພາກ​ສ່ວນ​ໃດ​ຮັບ​ຜິດ​ຊອບ.

ຊາວ​ບ້ານ​ເມືອງ​ສ​ນາມ​ໄຊ ອີກ​ຄົນ​ນຶ່ງ ໄດ້​ກ່າວ​ຕໍ່​ວິທຍຸເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 27 ພຶ​ສ​ພາ ວ່າ:

ເທື່ອແລ້ວນີ້ 39 ລ້ານ ແລະ ຍັງ 10 ປາຍ [ລ້ານ ກີບ] ລະຍັງບໍ່ທັນຈ່າຍໂຕຫັ້ນນ່າ ຍັງມີການຂັດແຍ່ງກັນ ເປັນນຳແຂວງບໍ່ ຫຼືວ່າ ເປັນຣັບານເພິ່ນ ບໍ່ເຮັດແນວນັ້ນ ຫຼືວ່າ ບໍຣິສັດປະກັນພັຍ ແຕ່ວ່າ າງປະຊາຊົນກໍວ່າ ເປັນນຳແຂວງຫັ້ນແລ້ວ.” 

ທາງ​ດ້ານ ເຈົ້າ​ໜ້າ​ທີ່​ແຂວງ​ອັດ​ຕະ​ປື ກ່າວ​ວ່າ ປັດ​ຈຸ​ບັນ ການ​ປະ​ເມີນຜົ​ລ​ເສັຽ​ຫາຍ ປະ​ເພດ​ສິ່ງ​ປູກ​ສ້າງ ເງິນ​ສົດ ແລະ ວັດ​ຖຸ​ມີ​ຄ່າອື່ນໆ ຍັງ​ຢູ່​ລະ​ຫວ່າງ​ການ​ດຳ​ເນີນ​ການ ຍັງ​ບໍ່​ທັນສຳ​ເຣັດ 100 ເປີ​ເຊັນ ເພາະ​ຈະ​ຕ້ອງ​ເກັບ​ກໍ​າ​ຂໍ້​ມູນ ໃຫ້​ລະ​ອຽດ ຈະ​ແຈ້ງ ຕາມ​ຫຼັກ​ການ​ສາ​ກົ​ນ ແລະ ຍຸ​ຕິ​ທັມກັບ​ຊາວ​ບ້ານ ຂະ​ນະ​ທີ່​ຜົ​ລ​ມີ​ຫຼາຍພັນ​ຄອບ​ຄົວ ​ທີ່​ໄດ້​ຮັບ​ຜົ​ລ​ເສັຽ​ຫາຍ ຈາກ​ເຂື່ອນ​ແຕກເວ​ລາ​ນັ້ນ. 

ເຈົ້າ​ໜ້າ​ທີ່​ແຂວງ​ອັດ​ຕະ​ປື ທ່ານ​ນຶ່ງ ໄດ້​ກ່າວ​ຕໍ່​ວິທຍຸເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 27 ພຶ​ສ​ພາ ວ່າ:

ໃນການກວດກາ ສຳຣວດ ຂໍ້ມູນຜົເສັຽຫາຍນີ້ ກະເຫັນວ່າ ນອນຢູ່ໃນຣະບຽບການຂອງສາກົ ມັນກະຍາກ ມັນຈຳນວນຫຼາຍພັນຄົນ ແລ້ວກະທັງຊັບສິ່ງຂອງ ບໍ່ມີ ສະຖິຕິ ມັນບໍ່ມີຂໍ້ມູນໄວ້ ເອົາກະອີງໃສ່ຄຳບອກເລົ່າ ອີງໃສ່ຫຼັກຖານການຢືນຢັນຂອງບ້ານໃກ້ຄຽງເປັນຖານຂໍ້ມູນ.”

ໄລ​ຍະ​ຜ່ານ​ມາ ບໍ​ຣິ​ສັດ ເຊ​ປຽນ-ເຊ​ນ້ຳ​ນ້ອຍ ຫຼື PNPC ໄດ້​ມອບ​ເງິນ​ຊົດ​ເຊີຍ​ ໃຫ້​ກັບ​ຊາວ​ບ້ານ ກັບທາງ​ການ​ລາວ​ໄປ​ແລ້ວ ປະ​ມານ 800 ຕື້​ກີບ ເພື່ອ​ຊົດ​ເຊີຍ​ຕໍ່​ສະ​ພາບ​ຈິດ​ໃຈແກ່​ຊາວ​ບ້ານ, ຜູ້​ເສັຽ​ຊີ​ວິດ, ຜູ້​ບາດ​ເຈັບ, ນຳ​ໃຊ້​ໃນ​ຊີ​ວິດ​ປະ​ຈຳ​ນ​ວັນ 250,000 ກີບ ຕໍ່​ເດືອນ ແລະ ຟື້ນ​ຟູ​ສ​ນາມ​ໄຊ​ຄືນ​ໃໝ່, ການ​ບຸກ​ເບີກ​ທີ່​ດິນ ແລະ ການ​ພັ​ທ​ນາ​ອື່ນໆ.

ປັດ​ຈຸ​ບັນ ເງິນ​ສົດ 250,000 ກີບ ຕໍ່​ຄົນ ຕໍ່​ເດືອນ ຈ່າຍ​ໃຫ້​ພຽງ​ແຕ່​ຄອບ​ຄົວ ​ທີ່ບໍ່​ສາ​ມາດກຸ້ມ​ໂຕ​ເອງ​ໄດ້ ໂດຍສະ​ເພາະຄອ​ບ​ຄົວ​ທີ່​ມີ​ຫົວ​ໜ້າ​ ຄອບ​ຄົວ​ເປັນ​ເພດ​ຍິງ, ຜູ້​ພິ​ການ ແລະ ຜູ້​ສູ​ງ​ອາ​ຍຸໃນ​ຄອບ​ຄົວ​ທຸກ​ຍາກ, ເດັກ​ນ້ອຍ​ກຳ​ພ້າ-ກຳ​ພອຍ. ນອກ​ຈາກນີ້ ບໍຣິ​ສັດ ເຊ​ປຽນ-ເຊ​ນ້ຳ​ນ້ອຍ ຍັງ​ຮອບ​ຜິ​ດ​ຊອບສ້າງ​ເຮືອນ​ຢູ່​ຖາ​ວອນ ໃຫ້​ຊາວ​ບ້ານ ຈຳ​ນວນ 700 ຫຼັງ ມູນ​ຄ່າ 24.5 ລ້ານໂດລ້າຣ໌, ແຕ່ການ​ກໍ່​ສ້າງ​ຍັງ​ບໍ່​ທັນ​ສຳ​ເຣັດ.

ເຫດ​ການ​ເຂື່ອນ​ເຊ​ປຽນ-ເຊ​ນ້ຳ​ນ້ອຍ ​ແຕກໃນ​ວັນ​ທີ 23 ກໍ​ຣະ​ກະ​ດາ 2018 ເຮັດ​ໃຫ້​ມີ​ຜູ້​ເສັຽ​ຊີ​ວິດ 71 ຄົນ, ອີງ​ຕາມ​ການ​ຂໍ້​ມູນ​ ຈາກ​ເຈົ້າ​ໜ້າ​ທີ່​ແຂວງ​ອັດ​ຕະ​ປື.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.