ສວນກ້ວຍຢູ່ນະຄອນຫຼວງ ປູກໄດ້ ອີກ 1 ປີ

ມະນີຈັນ
2017.05.11
f-banana ສານເຄມີ ທີ່ນຳໃຊ້ໃນສວນກ້ວຍ ຂອງນັກລົງທຶນ ຈີນ
RFA

ເຈົ້າຂອງສວນກ້ວຍຈີນ ຢູ່ເມືອງປາກງື່ມ ນະຄອນຫລວງວຽງຈັນ ຈໍານວນນຶ່ງ ຍັງຈະປູກກ້ວຍ ໄດ້ຕື່ມອີກ 1 ປີ ເຖິງແມ່ນວ່າ ທາງການ ຈະສັ່ງໂຈະ ແລ້ວກໍຕາມ ຍ້ອນອາຍຸສັນຍາ ເຊົ່າດິນ ປະຊາຊົນ ຍັງບໍ່ທັນໝົດ ເຮັດໃຫ້ ປະຊາຊົນ ກັງວົນນໍາ ເຣື່ອງການໃຊ້ ສານເຄມີ. ດັ່ງເຈົ້າໜ້າທີ່ ເມືອງ ປາກງື່ມ ກ່າວຕໍ່ RFA ໃນວັນທີ 10 ພຶສພາ ນີ້ວ່າ:

"ຄໍາສັ່ງນະຄອນຫລວງ ເພິ່ນໃຫ້ເຊົາແລ້ວ ມັນໃຊ້ເຄມີຫລາຍໂພດ ກະຍັງບໍ່ໄດ້ເຊົາ ຍັງອີກປີນຶ່ງ ປູກກ້ວຍກະມີ ແຕ່ຢູ່ນາທາມ ນີ້ແຫລະ ເພິ່ນກະມີ ສານເຄມີ 100 ປາຍເຮັກຕາ ຈີນມາສັມປະທານ ດິນ ຢູ່ບ້ານນີ້ນະ".

ທ່ານເວົ້າວ່າ ປັດຈຸບັນ ຢູ່ຕາມສວນກ້ວຍ ຍັງມີການ ໃຊ້ຝຸ່ນເຄມີ ຕາມປົກຕິ ຊຶ່ງບາງມື້ ເຈົ້າຂອງສວນ ສັ່ງໃຫ້ຄົນງານ ໃຊ້ຢ່າງຫຼວງຫຼາຍ ເພາະຕ້ອງການ ໃຫ້ໄດ້ຜົລຜລິດ ທັນຕາມເວລາຕ້ອງການ ບໍ່ສົນໃຈວ່າ ຈະເກີດຜົລກະທົບແນວໃດ ເຖິງແມ່ນວ່າ ການປູກກ້ວຍ ຢູ່ເມືອງ ປາກງື່ມ ຈະຍັງບໍ່ສົ່ງ ຜົລກະທົບ ຢ່າງຈະແຈ້ງ ຕໍ່ປະຊາຊົນ ກໍຕາມ ແຕ່ສານເຄມີ ໄດ້ຕົກໃສ່ຫ້ວຍ ແລະໜອງນໍ້າ ທີ່ຢູ່ອ້ອມຂ້າງ ຊຶ່ງຄາດ ວ່າຄົງອີກດົນ ກໍຈະເກີດ ບັນຫາຕາມມາ.

ນອກຈາກນັ້ນແລ້ວ ທ່ານກໍເວົ້າວ່າ ສວນກ້ວຍ ບາງແຫ່ງ ຢູ່ເມືອງສັງທອງ ກໍຍັງສືບຕໍ່ ປູກ ຢູ່ຄືກັນ ເພາະສັນຍາ ຍັງບໍ່ໝົດ ແຕ່ບໍ່ມີ ຣາຍງານ ກ່ຽວກັບ ຜົລກະທົບ ແນວໃດ. ທາງການ ນະຄອນຫລວງວຽງຈັນ ໄດ້ສັ່ງໃຫ້ຊາວຈີນ ໂຈະການປູກກ້ວຍໃນ 2 ເມືອງນີ້ ເມື່ອຕົ້ນປີ 2017.

ບໍຣິສັດຈີນ 5 ບໍຣິສັດ ໄດ້ເລີ່ມເຂົ້າມາປູກກ້ວຍ ຢູ່ເມືອງສັງທອງ ແລະເມືອງປາກງື່ມ ຕັ້ງແຕ່ປີ 2014 ເປັນຕົ້ນມາ. ຈາກການກວດກາ ຂອງພາກສ່ວນ ກ່ຽວຂ້ອງ ພົບວ່າທັງ 5 ບໍຣິສັດ ບໍ່ໄດ້ຈົດທະບຽນ ແລະບໍ່ມີໃບ ປະເມີນ ຜົລກະທົບ ຕໍ່ສິ່ງແວດລ້ອມ.

ເມື່ອປີ 2015 ສວນກ້ວຍຈີນ ບາງແຫ່ງ ເຮັດໃຫ້ຝຸງປາ ໃນລໍານໍ້າຕອນ ຕາຍຈໍານວນຫລາຍ ແລະເມື່ອເດືອນ ກັນຍາປີ 2016 ຄົນງານ ສວນກ້ວຍ 5 ຄົນ ຢູ່ເມືອງປາກງື່ມ ເກີດອາການເບື່ອ ຢາຂ້າຫຍ້າ ແລະ ເມື່ອຕົ້ນປີນີ້ ປະຊາຊົນ ຈໍານວນນຶ່ງ ເກີດເປັນຕຸ່ມຄັນ ຫລັງຈາກ ລົງໄປອາບນໍ້າ ຢູ່ສາຍນໍ້າຕອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.