ຊາວບ້ານ, ຜູ້ປະກອບການຮ້ານອາຫານ, ໂຮງແຮມ ແລະ ຜູ້ທີ່ເຮັດວຽກ ໃນຂແນງການທ່ອງທ່ຽວ ແລະ ບໍຣິການ ພາຍໃນນະຄອນຫລວງພຣະບາງ ຮູ້ສຶກບໍ່ສະບາຍໃຈ ທີ່ນັກທ່ອງທ່ຽວຈີນ ຈໍານວນຫລາຍ ຂີ່ຣົຖຕູ້ແຄມເປີ້ຣ໌ (Camper Van) ແລະ ຣົຖບ້ານເຄື່ອນທີ່ (Motor Home) ເຂົ້າມາທ່ອງທ່ຽວ ໃນລັກສະນະ ການຕັ້ງແຄມປ໌ ເຊິ່ງໄດ້ສ້າງບັນຫາ ດ້ານສິ່ງແວດລ້ອມ ພາຍໃນພື້ນທີ່ ເປັນຕົ້ນ ການປ່ອຍນ້ໍາເສັຍ ແລະ ຖິ້ມຂີ້ເຫຍື້ອຊະຊາຍລົງທໍ່ລະບາຍນ້ໍາ ຕາມແຄມທາງ ແລະ ຈອດຣົຖ ຂວາງທາງສັນຈອນ.
ດັ່ງ ຊາວບ້ານຢູ່ ນະຄອນຫລວງພຣະບາງ ແຂວງຫລວງພຣະບາງ ທ່ານນຶ່ງ ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 27 ກຸມພາ 2023 ນີ້ວ່າ:
“ສ່ວນຫລາຍເປັນຣົຖຂະເຈົ້າເອງ ຣົຖຂັບເອງ ແມ່ນແຫລະ ມາຂີ່ທ່ຽວຫລວງພຣະບາງ ກິນນອນຢູ່ຫັ້ນ ຕາມ style ຂອງ ຂະເຈົ້າ (ສ່ວນສິ່ງເສດເຫລືອ) ມັນອ່າ ຕາມທໍ່ຣະບາຍນ້ໍາ ສາມາດເຂົ້າໄດ້ໃນເຂດ 2 ເຂດ 3, ເຂດ 1 ເຂົ້າບໍ່ໄດ້ ເຂດມໍຣະດົກ ຣົຖແບບນັ້ນ ເຂດ 2 ເຂດ 3 ກໍຄື ເຂດອັນນ່າ ທາງ UNSECO ອນຸຍາດໃຫ້ຣົຖໄປໄດ້ເນາະ ເພາະວ່າເຂດ 1 ກໍຄື ເຂດມໍຣະດົກ UNESCO ກໍຄືບໍ່ສາມາດ ໃຫ້ເຂົ້າໄດ້ ເປັນເຂດ Walking Street.”
ທ່ານກ່າວຕື່ມວ່າ ເນື່ອງຈາກ ນະຄອນຫລວງພຣະບາງ ເປັນພື້ນທີ່ຂ້ອນຂ້າງແຄບ ແລະ ມີຂນາດນ້ອຍ ຈຶ່ງເຮັດໃຫ້ນັກທ່ອງທ່ຽວຈີນ ກຸ່ມດັ່ງກ່າວນີ້ ບໍ່ສາມາດນໍາຣົຖຕູ້ແຄມເປີ້ຣ໌ ແລະ ຣົຖບ້ານເຄື່ອນທີ່ ເຊິ່ງມີຂນາດຂ້ອນຂ້າງໃຫຍ່ ເຂົ້າໄປຈອດໃນບໍຣິເວນ ທີ່ເປັນແຫລ່ງມໍຣະດົກໂລກ ຫລື ພື້ນທີ່ເຂດ 1 ໄດ້, ສະນັ້ນ ພວກເຂົາເຈົ້າ ຈຶ່ງນໍາເອົາຣົຖສ່ວນໂຕ ດັ່ງກ່າວນີ້ ໄປຈອດໃນລັກສະນະຕັ້ງແຄມປ໌ ຕາມແຄມທາງຢ່າງ ແລະ ທາງຣົຖແລ່ນ ໃນພື້ນທີ່ອ້ອມຂ້າງແຫລ່ງ ມໍຣະດົກໂລກ ຫລື ພື້ນທີ່ເຂດ 2-3 ແທນ.
ດັ່ງ ຊາວບ້ານ ຜູ້ດຽວກັນນີ້ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:
ກ່ຽວກັບເຣຶ່ອງ, ນັກທ່ອງທ່ຽວຈີນຈະເຮັດເອກສານ ແລະ ຂໍນໍາໃຊ້ບັນດາຣົຖດັ່ງກ່າວນີ້ ແຕ່ບໍຣິເວນດ່ານກວດຄົນເມືອງ ທາງພາກເໜືອຂອງປະເທດລາວ ທີ່ຕິດຈອດກັບປະເທດຈີນ ທີ່ຈະເດີນທາງມາທ່ອງທ່ຽວ ຍັງພື້ນທີ່ຕ່າງໆ ພາຍໃນປະເທດລາວ ໂດຍສະເພາະເມືອງ ແລະ ແຂວງຕ່າງໆ ທາງພາກເໜືອມາຮອດນະຄອນຫລວງວຽງຈັນ.
ດັ່ງ ໄກດ໌ນໍາທ່ຽວ ຢູ່ນະຄອນຫລວງພຣະບາງ ແຂວງຫລວງພຣະບາງ ທ່ານນຶ່ງ ກ່າວວ່າ:
“ເອອ ບໍ່ມີເດີ້ ຢູ່ຫລວງພຣະບາງ ບໍ່ມີຣົຖບ້ານ ມີແຕ່ຂະເຈົ້າເອົາມາແຕ່ຕ່າງປະເທດ ແມ່ນແຫລະ ຂອງຄົນຈີນ-ໄທຍ ຂະເຈົ້າຂີ່ມາເອງ. ເອີ ສ່ວນຫລາຍ ຂະເຈົ້າມາຫລວງພຣະບາງ ອຸດົມໄຊ ແລ້ວ ກໍໄປນະຄອນຫລວງ.”
ທີ່ຜ່ານມາ ນັກທ່ອງທ່ຽວຈີນ ທີ່ເດີນທາງເຂົ້າມາປະເທດລາວ ໃນລັກສະນະດັ່ງກ່າວນີ້ ສ່ວນຫລາຍມັກມີຈຸດໝາຍ ມາຍັງນະຄອນຫລວງພຣະບາງ ຍ້ອນເປັນເມືອງ ມໍຣະດົກໂລກ ອີກທັງ ພວກເຂົາເຈົ້າຍັງນິຍົມເດີນທາງທ່ອງທ່ຽວ ໄປຕາມບ່ອນຕ່າງໆ ແບບເປັນກຸ່ມ ກຸ່ມລະປະມານ 3-10 ຄົນ ແລະ ຢູ່ທ່ອງທ່ຽວໃນແຕ່ລະບ່ອນ ເປັນໄລຍະເວລາສັ້ນໆ ຈາກນັ້ນ ພວກເຂົາເຈົ້າ ກໍຈະເດີນທາງຕໍ່ໄປຍັງເມືອງ ແລະ ແຂວງອື່ນໆ.
ດັ່ງ ເຈົ້າຂອງຮ້ານອາຫານ ຢູ່ນະຄອນຫລວງພຣະບາງ ນາງນຶ່ງ ກ່າວວ່າ:
“ກໍເຫັນມາຫລາຍແລ້ວກໍ ແຕ່ຕ້ອງໄດ້ເຮັດເອກສານ ເຫັນມາຫລາຍ ເຫັນອັນນ່າ ເຫັນມາແຕ່ຈີນ ກັບ ເຫັນຕ່າງປະເທດ ຂີ່ເຂົ້າມາລາວນີ້ ມາ ກໍບໍ່ແມ່ນມາໃຊ້ຢູ່ດົນເນາະ ກໍມາໃນໄລຍະນຶ່ງເນາະ ປະມານມາທ່ຽວມາຫຍັງຫັ້ນນ່າກໍເຫັນມີຢູ່.”
ຂະນະດຽວກັນ ເນື່ອງຈາກນັກທ່ອງທ່ຽວຈີນ ສາມາດນໍາຣົຖຂະນາດໃຫຍ່ ມາໃຊ້ເປັນບ່ອນນັ່ງຫລີ້ນ, ບ່ອນນອນ ແລະ ບ່ອນເຮັດອາຫານໄດ້ ສນັ້ນ ພວກຂະເຈົ້າຈຶ່ງບໍ່ຈໍາເປັນຕ້ອງເສັຍຄ່າທີ່ພັກ ຫລື ຊື້ອາຫານຈາກຜູ້ປະກອບການໃນທ້ອງຖິ່ນ ເຮັດໃຫ້ ທຸຣກິຈຂອງຄົນລາວບໍ່ໄດ້ຣາຍຮັບແນວໃດ ຈາກນັກທ່ອງທ່ຽວຈີນກຸ່ມດັ່ງກ່າວນີ້ເທື່ອ ທັງທີ່ພວກເຂົາເຈົ້າເຂົ້າມາໃຊ້ ຊັພຍາກອນ ດ້ານການທ່ອງທ່ຽວພາຍໃນປະເທດລາວ.
ດັ່ງ ຜູ້ທີ່ເຮັດວຽກດ້ານການທ່ອງທ່ຽວ ຜູ້ທີ່ບໍ່ປະສົງອອກຊື່ ແລະ ຕໍາແໜ່ງ ທ່ານນຶ່ງກ່າວວ່າ:
“ຢູ່ຫລວງພຣະບາງ ເປັນເມືອງນ້ອຍຫັ້ນນ່າ ມັນເອົາຣົຖຂນາດໃຫຍ່ເຂົ້າບໍ່ໄດ້ ແຕ່ວ່າປົກຕິສ່ວນຫລາຍກໍມີແຕ່ ຄົນຈີນເພິ່ນເອົາຣົຖສ່ວນໂຕ ເພິ່ນມາແຕ່ຈີນເລີຍ ຖ້າວ່າເອົາຣົຖເຮືອນມາ ອາດໄດ້ນອນຢູ່ບົນເທິງຣົຖກໍໄດ້ ແຕ່ວ່າ ຕ້ອງຈອດຢູ່ບ່ອນທີ່ຖືກຕ້ອງ ບໍ່ສາມາດຈອດຢູ່ບ່ອນແຄມທາງ ໄດ້ນານ ບໍ່ສາມາດຈອດຢູ່ໃນບ້ານພັກ ແຕ່ວ່າ ນອນຢູ່ໃນຣົຖຫັ້ນນ່າ ແຕ່ວ່າ ຂະເຈົ້າເອົາມາແບບວ່າໄປ Picnic ປ່າ ໄປ ແຄມປ໌.”
ຂະນະທີ່ ທາງການລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ ພັດຍັງບໍ່ມີແນວທາງໃນການແກ້ໄຂ ບັນຫາ ກ່ຽວກັບການຈັດບ່ອນອາບນ້ໍາ, ບ່ອນຈອດຣົຖສະເພາະ ທີ່ມີການເກັບຄ້າຈອດຣົຖຄ້າງຄືນ ພ້ອມສິ່ງອໍານວຍຄວາມສະດວກຂັ້ນພື້ນຖານ ເປັນຕົ້ນ ນ້ໍາປະປາ ຫລື ໄຟຟ້າ, ບ່ອນຖີ້ມຂີ້ເຫຍື້ອ ແລະ ນ້ໍາເສັຍ ໃນລັກສະນະນີ້ເທື່ອ.
ດັ່ງ ເຈົ້າໜ້າທີ່ ທີ່ເຮັດວຽກດ້ານການທ່ອງທ່ຽວ ຜູ້ບໍ່ປະສົງອອກຊື່ ແລະ ຕໍາແໜ່ງ ທ່ານນຶ່ງກ່າວວ່າ:
“ໂຕນີ້ ມັນຂອງນັກທ່ອງທ່ຽວ ຂະເຈົ້າເອົາມາເລີຍ ນັກທ່ອງທ່ຽວຈີນ ຜ່ານດ່ານແລ້ວເອົາເຂົ້າມາໄດ້ ຫລວງພຣະບາງຂະເຈົ້າຍັງບໍ່ທັນມີ ມາຕການ ຫຍັງເທື່ອ ຂະເຈົ້ານ່າຈະເອົາໄປຖີ້ມບ່ອນຫ້ອງນ້ໍາສາທາຣະນະກໍໄດ້ (ສ່ວນທີ່ຈອດຣົຖສະເພາະ) ຢູ່ຫລວງພຣະບາງຍັງບໍ່ມີ ແຕ່ວ່າສາມາດຈອດເອົາໄວ້ ຕາມແຄມທາງແມ່ນຫຍັງກໍໄດ້ ສ່ວນຫລາຍຂະເຈົ້າເອົາມາ ມັນກໍສໍ່າເປັນຣົຖກະບະ ປະມານຣົຖກະບະ ແຕ່ວ່າຂະເຈົ້າເອົາມາດັດແປງ ເປັນຕຽງນອນ ມັນເປັນ ຂນາດນ້ອຍ ສ່ໍາກັບຣົຖຕູ້ຫັ້ນແຫລະ.”
ກ່ອນໜ້ານີ້ ເມື່ອວັນທີ 24 ກຸມພາ ທີ່ຜ່ານມາ ທ່ານ ໂພສີ ແກ້ວມະນີວົງ ຣັຖມົນຕຣີ ວ່າການ ກະຊວງຖແຫລງຂ່າວ ວັທນະທັມ ແລະ ທ່ອງທ່ຽວ ໄດ້ນໍາສເນີ ຮ່າງແຜນການຮັບມື ນັກທ່ອງທ່ຽວຈີນ ທີ່ເດີນທາງເຂົ້າມາທ່ອງທ່ຽວ ພາຍໃນປະເທດລາວ ພາຍຫລັງຈາກທີ່ຈີນ ປະກາດເປີດປະເທດຢ່າງເປັນທາງການ ເມື່ອວັນທີ 8 ມົກກະຣາ 2023 ທີ່ຜ່ານມາ ພ້ອມຄາດຄະເນວ່າ ໃນປີ 2023 ຈະມີນັກທ່ອງທ່ຽວຈີນ ເດີນທາງໄປທ່ອງທ່ຽວ ຍັງຕ່າງປະເທດ ເປັນຈໍານວນ 250,000 ຄົນ/ມື້, ປະມານ 7.5 ລ້ານຄົນເດືອນ ຫລື 56 ລ້ານຄົນ/ປີ
ທີ່ຜ່ານມາ ໃນໄລຍະ ກ່ອນການແຜ່ຣະບາດ ຂອງໂຄວິດ-19 ລະຫວ່າງປີ 2019 ຫາ ຕົ້ນປີ 2020 ມີນັກທ່ອງທ່ຽວຈີນ ເດີນທາງເຂົ້າມາປະເທດລາວ 1,022,727 ຄົນ, ສ່ວນໃນປີ 2022 ທີ່ທາງການຈີນ ຈະຍັງບໍ່ທັນໄດ້ດໍາເນີນ ການເປີດປະເທດຢ່າງເປັນທາງການ ພັດມີຊາວຈີນ ເດີນທາງມາປະເທດລາວ ຜ່ານປະເທດທີ່ສາມ 45,249 ຄົນ, ຂະນະທີ່ ໃນປີ 2023 ນີ້ ທາງການລາວໄດ້ຄາດຄະເນວ່າ ຈະມີຊາວຈີນ ເດີນທາງເຂົ້າ ມາປະເທດລາວ ປະມານ 368,000 ຄົນ ສ່ວນນຶ່ງເປັນຍ້ອນທາງການຈີນ ໄດ້ອານຸມັດ ແພັກເກດທົວຣ໌ໃຫ້ແກ່ ພົລເມືອງຈີນ ຈໍານວນ 20 ປະເທດ ເຊິ່ງໃນນີ້ ກວມເອົາປະເທດລາວນໍາ, ອີງຕາມຣາຍງານ ຂອງ ກະຊວງຖແລງຂ່າວ ວັທນະທັມ ແລະ ທ່ອງທ່ຽວ.