ປະຊາຊົນ ບໍ່ຍອມຮັບຄ່າຊົດເຊີຍທີ່ດິນ ຈາກບໍລິສັດຈີນ

ໄຊຍາ
2024.05.15
ປະຊາຊົນ ບໍ່ຍອມຮັບຄ່າຊົດເຊີຍທີ່ດິນ ຈາກບໍລິສັດຈີນ ຊາວບ້ານໜອງຫີນ ກໍາລັງ ຖຽງກັບ ພະນັກງານ ບໍລິສັດ ຈີນ ທີ່ເຂົ້າມາດຸດດິນເຂົາເຈົ້າ ໃນວັນທີ 19 ເມສາ 2024 ຢູ່ບ້ານ ໜອງຫີນ ເມືອງສະໜາມໄຊ ແຂວງ ອັດຕະປື.
ນັກຂ່າວພົນລະເມືອງ

ເມື່ອເດືອນເມສາ 2024 ທີ່ຜ່ານມາ ບໍລິສັດ ລີຊິນ ພັດທະນາກະສິກໍາ ຈໍາກັດ ຂອງນັກລົງທຶນຈີນ ໃຫ້ພະນັກງານດຸດ (ສວນ) ມັນຕົ້ນ ຂອງປະຊາຊົນ ເພື່ອບຸກເບີກເນື້ອທີ່ດິນ ຕາມສິດທີ່ໄດ້ຮັບ ອະນຸຍາດຈາກຂັ້ນເທິງ. ຂະນະທີ່ປະຊາຊົນທີ່ປູກສວນມັນຕົ້ນ ມາໄດ້ຫຼາຍປີຈຳນວນ 04 ຄອບຄົວບໍ່ຍອມຮັບຄ່າຊົດເຊີຍ ແລະ ບໍ່ຍອມຍົກດິນໃຫ້ບໍລິສັດ ຍ້ອນຕ້ອງການດິນປູກມັນຕົ້ນ ຫາລາຍໄດ້ລ້ຽງຄອບຄົວ. ພ້ອມທັງຖາມຂັ້ນເທິງວ່າ ດິນທີ່ມີບັນຫານີ້ຂັ້ນເທິງ ເຄີຍໄດ້ສັ່ງໃຫ້ໂຈະ ໃຫ້ບໍລິສັດຢຸດຂະຫຍາຍເນື້ອທີ່ ປູກກ້ວຍແລ້ວ ເປັນຫຍັງມາບຸກເອົາດິນ ຂອງປະຊາຊົນຕື່ມ.

ດັ່ງຊາວບ້ານ ຢູ່ເມືອງສະໜາມໄຊ ທີ່ຮູ້ເລື່ອງນີ້ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 15 ພຶດສະພານີ້ວ່າ:

“ບໍ່ທັນໄດ້ເອົາຄ່າຊົດເຊີຍ ເພາະວ່າສາເຫດນັ້ນ ເຮົາກໍ່ຮ້ອງຂໍຕໍ່ຕໍາຫຼວດ ໃນເບື້ອງຕົ້ນຫັ້ນແຫຼະວ່າ ເຮົານີ້ບໍ່ມີດິນທຳການຜະລິດ ຈະຂໍນໍາໃຊ້ເອງ. ເພິ່ນກໍ່ອ້າງວ່າ ຂ້ອຍໄດ້ສິດນຳໃຊ້ແລ້ວ ອິສັງແລ້ວ ຈົນເຖິງວ່າມັນມີຄຳສັ່ງຂອງທ່ານເຈົ້າແຂວງ. ທ່ານອັນນັ້ນຫັ້ນແຫຼະ ລົງມາຖືວ່າບໍລິສັດປູກກ້ວຍໄດ້ສໍ່າໃດ ແລ້ວໃຫ້ໄດ້ໂຈະສໍ່ານັ້ນ ເຫຼືອນັ້ນເປັນຂອງປະຊາຊົນ, ປະຊາຊົນເຮົາເຮັດກ່ອນມາແລ້ວ ເຮົາກໍ່ບໍ່ຢາກໃຫ້ແຫຼະສອງມາຄັນໃຫ້ແຕ່ເພິ່ນ. ເຮົາບໍ່ມີບ່ອນເຮັດບ່ອນຫານີ້ ເຂົາຫັ້ນບໍ່ຍອມໃຫ້ມາແຕ່ໃດ ແລ້ວກໍ່ຈຶ່ງໄດ້ສູ່ຫຼາຍເຕີບຫັ້ນແຫຼະ. ທາງຄະນະນໍາຂັ້ນແຂວງນີ້ ກໍ່ເຫັນດີໃຫ້ໂຈະ ແລ້ວຄວາມໝາຍວ່າ ເຈົ້າປູກຮອດສໍ່າໃດ ໃຫ້ເຈົ້າເອົາສໍ່ານັ້ນ ແຕ່ດຽວນີ້ເປັນຫຍັງຈີນ ຈຶ່ງມາບຸກເບີກຕໍ່ໄດ້. ມັນຍ້ອນຫຍັງ ແມ່ນຜູ້ໃດສັ່ງ ແມ່ນຜູ້ໃດ ອະນຸຍາດໃຫ້ເບີກຕໍ່ຫັ້ນນ່າ. ລາວກໍ່ຂ້ອງໃຈ.”

ທ່ານກ່າວຕື່ມວ່າ ກ່ອນໜ້ານີ້ບໍລິສັດສວນກ້ວຍຈີນ ໄດ້ສໍາປະທານດິນທີ່ ເຄີຍເປັນດິນປູກມັນຕົ້ນ ຂອງຊາວບ້ານໄປແລ້ວ 200 ປາຍເຮັກຕ້າເຊິ່ງດິນສ່ວນຫຼາຍ ເປັນດິນຂອງລັດຖະບານ ແລະຊາວບ້ານສ່ວນຫຼາຍ ກໍ່ຍອມຮັບຄ່າຊົດເຊີຍດິນ ສະເລັ່ຍເຮັກຕ້າຣ໌ ລະ 11-30 ລ້ານກີບລາຄາຂຶ້ນ ຢູ່ກັບການຕົກລົງລະຫວ່າງຊາວບ້ານກັບບໍລິສັດ. ປັດຈຸບັນສວນກ້ວຍຈີນ ອອກໝາກຖືກຈໍາໜ່າຍສູ່ທ້ອງຕະຫຼາດແລ້ວ. ຕໍ່ມາໃນປີ 2024 ນີ້ບໍລິສັດສວນກ້ວຍຈີນຕ້ອງການຂະຫຍາຍເນື້ອ ທີ່ປູກກ້ວຍຕື່ມອີກ 50 ປາຍເຮັກຕ້າຣ໌ແຕ່ຊາວບ້ານຈຳນວນໜຶ່ງ ບໍ່ຍອມ.

ສ່ວນເນື້ອທີ່ດິນ 50 ປາຍເຮັກຕ້າຣ໌ ທີ່ບໍລິສັດຈີນຕ້ອງການຂະຫຍາຍເນື້ອທີ່ ປູກກ້ວຍນັ້ນ ກໍ່ມີຊາວບ້ານອີກຈໍານວນໜຶ່ງ ທີ່ຍອມຮັບຄ່າຊົດເຊີຍ ແລະຍົກດິນໃຫ້ຍ້ອນຊາວບ້ານ ຖືກນາບຂູ່ຈາກພາກສ່ວນທີ່ກ່ຽວຂ້ອງ. ໂດຍດິນຈຳນວນນີ້ບໍ່ມີໃບຕາດິນ ທີ່ຈະອ້າງສິດຖືຄອງໄດ້ຕາມກົດໝາຍ.

ດັ່ງຊາວບ້ານ ຢູ່ເມືອງສະໜາມໄຊ ທີ່ຮູ້ເລື່ອງນີ້ກ່າວວ່າ:

“ຈໍານວນໜຶ່ງເຂົາເຈົ້າ ກໍ່ເຫັນດີຮັບເງິນ ແລ້ວເພິ່ນກໍ່ວ່າ ມີແຕ່ວ່າໃຫ້ເຊັນຢ່າງດຽວ ເຊັນເອົາເງິນຫັ້ນແຫຼະວ່າຊັ້ນສາ. ເຊັນເອົາເງິນນໍາຈີນຫັ້ນນ່າ ມອບດິນໃຫ້ຈີນ ມີແຕ່ວ່າເປົ້າໝາຍຫຼັກ ແນວນັ້ນແຫຼະ. ຖ້າພວກເຈົ້າບໍ່ເຊັນ ພວກເຈົ້າບໍ່ຍອມ ມອບທາງພາກລັດ ຂັ້ນເທິງຊິຈັບ-ຊິກຸມ ເຖິງຂັ້ນລະດັບນັ້ນເດ້. ໃສ່ຄຸກ-ໃສ່ຕະລາງ. ເພິ່ນກໍ່ເວົ້າລະດັບນັ້ນພຸ້ນແຫຼະ, ນາບຂູ່ຫັ້ນນ່າ. ບາດນີ້ຢູ່ເຂດນີ້ຖືວ່າໃບແຈ້ງ ເປັນພາສາທ້ອງຖິ່ນຊາວບ້ານໃຊ້ຮຽກໃບຕາດິນ ພວກເຮົານີ້ບໍ່ວ່າແຕ່ດິນຢູ່ຫັ້ນດອກ ຢູ່ໃສກໍ່ແມ່ນບໍ່ມີໃບແຈ້ງ ເພິ່ນກໍ່ວ່າເວົ້າເລື່ອງເສຍພາສີອາກອນດິນ ທຳການຜະລິດນີ້ ເພິ່ນກໍ່ວ່າຖ້າວ່າດິນທີ່ເຮົາບຸກເບີກ ດິນທີ່ເຮົາທຳການຜະລິດ ຖ້າວ່າບໍ່ມີໃບແຈ້ງ ເນື້ອທີ່ຫັ້ນເພິ່ນກໍ່ບໍ່ໃຫ້ເສຍອາກອນເດ້.”

ວັນທີ 13 ພຶດສະພາ 2024 ຜ່ານມາ ເຈົ້າແຂວງອັດຕະປື ໄດ້ລົງເຄື່ອນໄຫວ ເກັບກໍາຂໍ້ມູນ ແລະ ກວດກາກ່ຽວກັບສາເຫດທີ່ເກີດຂຶ້ນ. ໃນຂະທີ່ວັນທີ 15 ພຶດສະພາ 2024 ບໍລິສັດ ສວນກ້ວຍຈີນຍັງສືບຕໍ່ບຸກເບີກເນື້ອທີ່ດິນ ເພື່ອປູກກ້ວຍໂດຍທີ່ຊາວບ້ານເຮັດຫຍັງບໍ່ໄດ້ ແລະບໍ່ຮູ້ວ່າຊິເຮັດແນວໃດ.

“ໂຕບໍລິສັດສີຊິນຫັ້ນບໍ່. ດຽວນີ້ຫັ້ນ ເພິ່ນບຸກເບີກຕໍ່ຫັ້ນ ແລ້ວຍັງເບີກເລີຍຢູ່ນ່າ. ດຽວນີ້ພໍ່ແມ່ປະຊາຊົນ ໄປຫ້າມ ເພິ່ນກໍ່ວ່າ ອ້າງແຕ່ໄດ້ອະນຸມັດ ຈາກຂັ້ນເທິງ. ບາດນີ້ທາງເທິງລົງມານີ້ ວັນທີເທົ່າໃດ ວັນທີ 13 ເດ້. ທ່ານເຈົ້າແຂວງ ມາ. ເອີ ຮອງເຈົ້າແຂວງມາ ເຂົາກໍ່ວ່າ ບໍ່ມີ, ບໍ່ທັນອອກ, ບໍ່ທັນມີເອກະສານ ນິຕິກຳໃດ ເຂົາກໍ່ວ່າແນວໃດ ຈັ່ງໃຈປະຊາຊົນກໍ່ຢືນຢັນແຫຼະ ຜົນສຸດທ້າຍ ເພິ່ນຊິຂະຫຍາຍຕໍ່ ກໍ່ບໍ່ຊ່າງຊິວ່າບໍ່ສ່າງຊິເຮັດ ບໍ່ຈັກຊີວ່າກັນແຫຼະ. ພໍ່ແມ່ປະຊາຊົນຖືວ່າຂ້ອງໃຈຢູ່.”

ເຈົ້າໜ້າທີ່ກ່ຽວຂ້ອງ ແຂວງອັດຕະປືກ່າວວ່າຂັ້ນເມືອງ ແລະຂັ້ນແຂວງໄດ້ປະກາດ ທາງໂທລະໂຂ່ງ ແລະເປີດກອງປະຊຸມປະກາດ ໃຫ້ປະຊາຊົນພາຍໃນບ້ານໜອງຫີນ ຮັບຮູ້ກ່ອນບໍລິສັດຂອງຈີນ ຈະເຂົ້າໄປບຸກເບີກເນື້ອທີ່ ປູກກ້ວຍແລ້ວວ່າ ຈຸດໃດຖືກກຳນົດບໍ່ໃຫ້ປະຊາຊົນ ໄປຈັບຈອງເປັນຂອງໂຕເອງ. ສ່ວນປະຊາຊົນຮູ້ວ່າ ບ່ອນໃດຈະມີໂຄງການ ກໍ່ຟ້າວພາກັນໄປຈັບຈອງ ປູກມັນຕົ້ນໂດຍທີ່ຈຳນວນຫຼາຍ ກໍ່ບໍ່ມີໃບແຈ້ງທີ່ດິນ ເພື່ອຖືສິດເປັນເຈົ້າຂອງດິນ.

ດັ່ງເຈົ້າໜ້າທີ່ ກ່ຽວຂ້ອງແຂວງອັດຕະປືກ່າວວ່າ:

“ດິນເຂດດັ່ງກ່າວບໍລິສັດປູກກ້ວຍຫັ້ນ ບາດທາງຂັ້ນເທິງເພິ່ນໄດ້ກໍານົດແລ້ວວ່າ ບໍ່ໃຫ້ປະຊາຊົນເຂົ້າໄປຈັບຈອງໃນພື້ນທີ່ ໂຕນັ້ນແລ້ວກໍ່ນັບແຕ່ອົງການຈັດຕັ້ງບ້ານ ອິຫຍັງແຫຼະ ຮັບຮູ້ໝົດປະຊາຊົນກໍ່ຮັບຮູ້ ບາດນີ້ປະຊາຊົນຮັບຮູ້ບ່ອນໃດ ມີໂຄງການສິເຂົ້າມາ ເພິ່ນກໍ່ຟ້າວພາກັນໄປຈັບຈອງ ຫຼັງຈາກນັ້ນປະຊາຊົນເຮັດກ່ອນ ປະຊາຊົນເຂົ້າຕາມຫຼັງຫາກໍ່ປູກ 2 ປີ, 3 ປີ ນີ້ແຫຼະ. ສູງສຸດກໍ່ 3 ປີ. ໃບຕາດິນ ໃບແຈ້ງເນື້ອທີ່ດິນບໍ່ມີ ບໍ່ມີຫຍັງ ຈັກຢ່າງເລີຍ ເພາະວ່າທາງລັດເພິ່ນຫ້າມ ບໍ່ໃຫ້ໄປເຮັດ ແບບວ່າຂັດແຍ່ງກັນວ່າປະຊາຊົນ ບໍ່ຍອມໃຫ້ຫັ້ນບໍລິສັດເຮັດ ເລີຍບາດນີ້ປະຊາຊົນ ບໍ່ດຸດມັນຕົ້ນອອກ.”

ສ່ວນເຈົ້າໜ້າທີ່ກ່ຽວຂ້ອງ ອີກທ່ານໜຶ່ງກ່າວວ່າ ເລື່ອງນີ້ພາກສ່ວນທີ່ກ່ຽວຂ້ອງ ໄດ້ລົງໄປກວດກາ ຄືນຈຸດທີ່ມີບັນຫາແລ້ວ ແຕ່ຍັງບໍ່ທັນເຫັນບົດລາຍງານເທື່ອ.

“ຂໍ້ມູນໂຕນີ້ ເພິ່ນຍັງລົງຍັງ ລົງກວດຄືນແຫຼະເນາະ. ຄະນະກໍາມະການ ຍັງລົງກວດກາຄືນ. ອ້າຍຊິປະສານກັບຄະນະຮັບຜິດຊອບ ເຂົາເຈົ້າກ່ອນ ເພາະວ່າເຂົ້າເຈົ້າ ຍັງບໍ່ທັນໄດ້ລາຍງານຄືນນ່າ ເຂົາເຈົ້າລົງໄປກວດ.”

ວັນທີ 13-14 ພຶດສະພາ 2023 ສື່ສັງຄົມອ໋ອນລາຍ ໄດ້ລົງຂ່າວກ່ຽວກັບນາຍທຶນຈີນ ເຂົ້າໄປບຸກລຸກເນື້ອທີ່ ປູກມັນຕົ້ນ ແລະ ສວນກາເຟຂອງປະຊາຊົນ ຢູ່ເຂດບ້ານໜອງຫີນ, ບ້ານໄຊດອນໂຂງ ເມືອງສະໜາມໄຊ ແຂວງອັດຕະປື. ຕໍ່ມາວັນທີ 17 ພຶດສະພາ 2023 ຫ້ອງວ່າການແຂວງແຈ້ງການ ເຖິງພາກສ່ວນທີ່ກ່ຽວຂ້ອງ ລວມເຖິງບໍລິສັດ ລີຊິນ ພັດທະນາ ກະສິກຳ ຈຳກັດ ແລະ ບໍລິສັດກອງແກ້ວ ພັດທະນາ ກະສິກຳ ຈຳກັດວ່າ ໂຈະຊົ່ວຄາວ ການດຳເນີນການບຸກເບີກເນື້ອທີ່ດິນ ສຳປະທານຢູ່ເຂດບ້ານດັ່ງກ່າວ, ຫຼັງຈາກນັ້ນວັນທີ 18 ພຶດສະພາ 2023 ທ່ານ ບຸນເສີນ ສີອາມາດ ນາຍບ້ານໜອງຫີນ ໃຫ້ສຳພາດຜ່ານໂທລະພາບ ແຂວງອັດຕະປືວ່າ ຈຸດທີ່ມີບັນຫານອນໃນເຂດປ່າ ຫວງຫ້າມ ຂອງລັດຖະບານແຕ່ປະຊາຊົນ ເຂົ້າໄປທຳການຜະລິດ ແລະກ່ອນທີ່ບໍລິສັດຈະບຸກເບີກ ເນື້ອທີ່ດິນສຳປະທານ ໄດ້ເປີດກອງປະຊຸມແຈ້ງໃຫ້ບ້ານ, ເມືອງ ແລະ ແຂວງຮັບຮູ້ແລ້ວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.