ບໍຣິສັດຈີນ ຂຸດດິນຕັນທາງ ຊາວບ້ານ ບ້ານບໍ່ໂພນຕີ້ວ ເມືອງຫິນບູນ

ໄຊຍາ
2022.12.13
ບໍຣິສັດຈີນ ຂຸດດິນຕັນທາງ ຊາວບ້ານ ບ້ານບໍ່ໂພນຕີ້ວ ເມືອງຫິນບູນ ຣົຖຂອງບໍຣິສັດຈີນ ແຫ່ງນຶ່ງທີ່ໄດ້ສັມປະທານແຮ່ກົ່ວ ກຳລັງຂຸດດິນຕັນທາງ ອອກໄປໄຮ່, ໄປສວນ ຂອງຊາວບ້ານ (ຮູບຊ້າຍມື) ແລະ ທາງເຂົ້າໝູ່ບ້ານ (ຮູບຂວາມື).
ນັກຂ່າວ ພົລເມືອງ

ເມື່ອວັນທີ 30 ພຶສຈິກາທີ່ຜ່ານມານີ້ ເຟສບຸກຂອງທ່ານ ໂຈເຊັຟ ອັກຄະຣະວົງ ນັກເຄື່ອນໄຫວເພື່ອສິດເສຣີພາບ ຊາວລາວ ທີ່ຕອນນີ້ໄປລີ້ພັຍທາງການເມືອງ ຢູ່ປະເທດຝຣັ່ງ ໄດ້ເຜີຍແຜ່ ວີດີໂອເຫດການຊາວບ້ານ ຢູ່ບ້ານໂພນຕີ້ວ ເມືອງຫີນບູນ ແຂວງຄຳມ່ວນ ໄດ້ຮັບຄວາມເດືອດຮ້ອນ ເຣື່ອງການທຳມາຫາກິນ ໃນເຂດບ້ານ ເນື່ອງຈາກ ບໍຣິສັດ ຂຸດຄົ້ນແຮ່ກົ່ວແຫ່ງນຶ່ງ ຂອງຈີນໄດ້ໃຊ້ຣົຖຈົກດິນ ຕັດເສັ້ນທາງບໍ່ໃຫ້ຊາວບ້ານ ໄປຮ່ອນແຮ່ທາດ ປະເພດກົ່ວ ແລະ ແກ້ວ ໃນຂອບເຂດທີ່ທາງບໍຣິສັດດັ່ງກ່າວ ໄດ້ຮັບສັມປະທານ ສົ່ງຜົລໃຫ້ຊາວບ້ານ ໄດ້ຮັບຄວາມເດືອດຮ້ອນ ເພາະບໍ່ສາມາດໄປຮ່ອນກົ່ວ ແລະແກ້ວ ມາສ້າງອາຊີພ ບໍ່ໄດ້ອີກ ແລະກໍເຮັດໃຫ້ການເດີນທາງ ໄປພື້ນທີ່ເຮັດການກະເສຕ ຂອງພວກເຂົາເຈົ້າ ມີຄວາມຫຍຸ້ງຍາກ.

ດັ່ງຊາວບ້ານ ທ່ານນຶ່ງກ່າວ ໃນວີດີໂອ ຄລີບ ເຫດການດັ່ງກ່າວຕອນນຶ່ງວ່າ:

ຕັດທາງແລ້ວບ່ອນປະຊາຊົນ ໄປຫາຢູ່ຫາກິນຕັດແລ້ວ ເອົາຣົຖຈົກມາຕັ ແລ້ວເພິ່ນບໍ່ໃຫ້ໄປ ບໍ່ໃຫ້ມາແລ້ວຕັດແລ້ວທາງໄປໄຮ່ ໄປນາ ໄປສວນ ບ່ອນຫາຢູ່ຫາກິນເດ້.

ສ່ວນຊາວບ້ານ ບໍ່ໂພນຕີ້ວ ນາງນຶ່ງກໍຢືນຢັນວ່າ ບໍຣິສັດຈີນດັ່ງກ່າວ ໄດ້ໃຊ້ຣົຖຈົກດິນ ຕັດເສັ້ນທາງເພື່ອປ້ອງກັນ ບໍ່ໃຫ້ຊາວບ້ານ ໄປຮ່ອນກົ່ວ ແລະແກ້ວ ຈຶ່ງເຮັດໃຫ້ຊາວບ້ານ ທີ່ເຄີຍໄປຮ່ອນກົ່ວ ແລະແກ້ວ ເພື່ອນຳໄປຫາລາຍໄດ້ ລ້ຽງຄອບຄົວ ກໍໄດ້ຖືກຕັດຊ່ອງທາງ ທຳມາຫາກິນ ດັ່ງກ່າວ.

ດັ່ງຍານາງກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 01 ທັນວາ ນີ້ວ່າ:

ເພິ່ນບໍ່ໃຫ້ເຮັດຫຍັງແລ້ວ ປິດໝົດແລ້ວເດເພິ່ນຕັດທາງໝົດແລ້ວ ເພິ່ນບໍ່ໃຫ້ໄປແບບໄປຮ່ອນແກ້ວ ຮ່ອນຫຍັງຫັ້ນນ່າ ບ່ອນໄປເອົາກົ່ວຊີ້ນ່າ ບ່ອນນັ້ນແຫລະເພິ່ນມາລົງທຶນໃໝ່ ແລ້ວເພິ່ນໄລ່ປະຊາຊົນ ອອກໝົດບໍ່ໃຫ້ເຮັດ.”

ຊາວບ້ານບ້ານ ບໍ່ໂພນຕີ້ວ ອີກທ່ານນຶ່ງກ່າວວ່າ ສຳລັບຊາວບ້ານ ສ່ວນໃຫຍ່ ຢູ່ບ້ານບໍ່ໂພນຕີ້ວ ກໍເຄີຍສ້າງລາຍຮັບ ໃຫ້ຄອບຄົວ ຈາກການໄປຮ່ອນກົ່ວ ແລະແກ້ວ ມາເຮັດເປັນຜລິຕພັນ ຊຸມຊົນ ແຕ່ພາຍຫລັງ ບໍຣິສັດຈີນ ສັມປະທານ ເພື່ອຂຸດຄົ້ນບໍ່ແຮ່ ຢູ່ເຂດດັ່ງກ່າວ ບໍຣິສັດ ພະຍາຍາມປິດກັ້ນ ບໍ່ໃຫ້ຊາວບ້ານ ເຂົ້າໄປຮ່ອນກົ່ວ ແລະແກ້ວໄດ້ອີກ ຊຶ່ງທ່ານເອງກໍເຫັນວ່າ ເປັນການເອົາປຽບ ແລະຍາດແຍ່ງອາຊີພ ຂອງຊາວບ້ານ ໃນທ້ອງຖີ່ນ.

ດັ່ງທ່ານກ່າວວ່າ:

ຊ່ວງນີ້ເພິ່ນເຂົ້າມາສັມປະທານ ເພິ່ນສິສຳຣວດຕິ ເພິ່ນກາເລີຍຫ້າມ ໃຫ້ປະຊາຊົນຂຸດຄົ້ນແຮ່ກົ່ວຫັ້ນ ໄດ້ມີແຕ່ວ່າ ແນວນັ້ນແຫລະ ສ່ວນຫລາຍມັນກາເດືອດຮ້ອນ ເຣື່ອງໄປຂຸດແຮ່ຂຸດຫຍັງ ແຫລະປະຊາຊົນ ຢູ່ບ້ານບໍ່ໂພນຕີ້ວນີ້ ຢາກຫາກິນຢ່າງດຽວ.

ຊາວບ້ານ ທີ່ຢູ່ບ້ານໃກ້ຄຽງ ບ້ານບໍ່ໂພນຕີ້ວ ທ່ານນຶ່ງກ່າວວ່າ ທ່ານເອງກໍຮູ້ຂ່າວດັ່ງກ່າວ ພາຍຫລັງທີ່ໄດ້ເບິ່ງວີດີໂອ ເຫດການດັ່ງກ່າວທາງສື່ສັງຄົມອ໋ອນລາຍນ໌ ແຕ່ບໍ່ສາມາດເວົ້າເຖິງຣາຍລະອຽດ ກ່ຽວກັບເຣື່ອງນີ້ໄດ້ຢ່າງຄັກແນ່ ເນື່ອງຈາກເປັນວຽກ ຂອງພາກສ່ວນທີ່ກ່ຽວຂ້ອງ.

ດັ່ງທ່ານກ່າວວ່າ:

ເຂົາເຈົ້າຈົກແລ້ວ ເອີຂ້ອຍກາບໍ່ເຂົ້າໃຈເດ້ ຂ້ອຍຢູ່ທ່າຍໍ້ແຕ່ວ່າ ອອກທ່າ ບໍ່ໄກໄປຫາໂພນຕີ້ວຫັ້ນ 3 ຫລັກເພິ່ນຈົກແທ້ ດຽວນີ້ເພິ່ນບໍ່ໄດ້ຈົກແລ້ວ ຂ້ອຍກາບໍ່ເຂົ້າໃຈປານໃດນ່າ.

ທາງດ້ານເຈົ້າໜ້າທີ່ເມືອງ ຫິນບູນທ່ານນຶ່ງກ່າວວ່າ ກ່ຽວກັບເຫດການນີ້ ກໍຢູ່ນອກເໜືອອຳນາດ ທີ່ທ່ານຈະສາມາດກ່າວເຖິງ ຣາຍລະອຽດໄດ້ ເນື່ອງຈາກທາງຂັ້ນສູນກາງ ເປັນຜູ້ອະນຸຍາດ ໃຫ້ບໍຣິສັດຈີນ ດັ່ງກ່າວມາສັມປະທານການຂຸດຄົ້ນແຮ່ທາດ ຢູ່ໃນເຂດນີ້ໂດຍຕຣົງ ແລະການທີ່ທາງບໍຣິສັດ ຕັດເສັ້ນທາງຂອງຊາວບ້ານນັ້ນ ກໍ່ອາດແມ່ນສິດຂອງເຂົາເຈົ້າ.

ດັ່ງທ່ານກ່າວວ່າ:

ຂ້ອຍກາບໍ່ກ້າເວົ້າວ່າ ມັນມີຄວາມຈິງ ຫລືບໍ່ມີຄວາມຈິງ ຂ້ອຍບໍ່ຮູ່ ບໍ່ຮູ້ຜູ້ໃຫຍ່ ເພິ່ນວ່າ ເພິ່ນມາເຮັດ ແນວໃດໆ ຢາກຮູ້ກໍຕ້ອງລົງມາເບິ່ງ ໂຕຈິງ.”

ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽ ເສຣີ ໄດ້ຕິດຕໍ່ໄປຫາຜແນກ ພລັງງານ ແລະບໍ່ແຮ່ ແຂວງຄຳມ່ວນ ເພື່ອສອບຖາມ ຣາຍລະອຽດ ເພີ່ມຕື່ມ ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ບໍ່ສະດວກໃຫ້ຂໍ້ມູນ ເພີ່ມຕື່ມ ແລະບໍ່ແຈ້ງໃຫ້ຮູ້ວ່າ ບໍຣິສັດຈີນ ດັ່ງກ່າວແມ່ນບໍຣິສັດໃດ ແລະຈະສັມປະທານ ຂຸດຄົ້ນແຮ່ກົ່ວ ເປັນເປັນເວລາ ຈັກປີກໍບໍ່ໄດ້ຮັບຄຳຕອບເທື່ອ.

ສຳລັບເຫດການ ບໍຣິສັດຈີນໃຊ້ຣົຖຈົກ ຕັດເສັ້ນທາງເພື່ອບໍ່ໃຫ້ຊາວບ້ານ ບ້ານບໍ່ໂພນຕີ້ວ ເຂົ້າໄປຮ່ອນກົ່ວແລະແກ້ວໄດ້ ເກີດຂຶ້ນຕັ້ງແຕ່ເດືອນສິງຫາປີນີ້ ໂດຍທາງບໍຣິສັດອ້າງວ່າ ໄດ້ຮັບອະນຸຍາດ ຈາກທາງການແລ້ວແລະເຖິງແມ່ນວ່າ ຊາວບ້ານໄດ້ຮຽກຮ້ອງໃຫ້ເຈົ້າໜ້າທີ່ ທີ່ກ່ຽວຂ້ອງມາແກ້ໄຂບັນຫາ ແລະທາງເຈົ້າໜ້າທີ່ໄດ້ຮັບປາກວ່າ ຈະຫາທາງຄົ້ນຄ້ວາ ແລະແກ້ໄຂກໍຕາມ ແຕ່ມາຮອດປັັດຈຸບັນ ກໍບໍ່ທັນແກ້ໄຂຫຍັງເທື່ອ.

ໃນໄລຍະຜ່ານມາ ຣັຖບານລາວໄດ້ອະນຸຍາດໃຫ້ ນັກລົງທຶນຈີນ, ວຽດນາມ ແລະ ລາວມາລົງທຶນຂຸດຄົ້ນແຮ່ທາດ ຢູ່ບ້ານຕ່າງໆ ໃນເຂດເມືອງຫິນບູນ ເປັນຈຳນວນຫລາຍໂຄງການ ເປັນຕົ້ນໂຄງການຂຸດຄົ້ນແຮ່ກົ່ວ ຂອງບໍຣິສັດຈີນ ແລະບໍຣິສັດລາວ-ເກົາຫລີ ຢູ່ບ້ານບໍ່ໂພນຕີ້ວ, ໂຄງການຂຸດຄົ້ນແຮ່ເຫລັກ ຂອງບໍຣິສັດເພັດໄລພອນ ບໍ່ແຮ່ຈຳກັດ ຢູ່ບ້ານສະນາກ ໂຄງການຂຸດຄົ້ນແຮ່ເຫລັກ ຂອງບໍຣິສັດ ນາໂດນ ມາຍນີ້ງ ຈຳກັດຜູ້ດຽວ ຢູ່ບ້ານນາໂດນ ແລະ ໂຄງການຂຸດຄົ້ນແຮ່ເຫລັກ ຂອງບໍຣິສັດ ໄຮຢູລາວ ການຄ້າສາກົນ ຈຳກັດຜູ້ດຽວ ຢູ່ບ້ານວັງເຜີ້ງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.