ເຮືອນຖາວອນ ສ້າງບໍ່ແລ້ວ, ຜູ້ປະສົບພັຍ ເຂື່ອນແຕກ ຕ້ອງລໍເກີ້

ໄຊຍາ
2022.04.11
ເຮືອນຖາວອນ ສ້າງບໍ່ແລ້ວ, ຜູ້ປະສົບພັຍ ເຂື່ອນແຕກ ຕ້ອງລໍເກີ້ ເຮືອນຖາວອນ 700 ຫຼັງ ຂອງປະຊາຊົນ ຜູ້ປະສົບພັຍ ເຂື່ອນແຕກ ກໍາລັງເລີ້ມກໍ່ສ້າງ ໂດຍເຈົ້າຂອງໂຄງການ ເຂື່ອນ ເຊປຽນ-ເຊນໍ້ານ້ອຍ ຊຶ່ງຄາດວ່າ ຈະສ້າງສຳເຣັດ ໃນເດືອນ ເມສາ ປີ 2021.
ນັກຂ່າວ ພົລເມືອງ

ຊາວບ້ານຜູ້ປະສົບພັຍເຂື່ອນແຕກ ເມືອງສນາມໄຊ ແຂວງອັດຕະປືຜີດຫວັງເປັນຄັ້ງທີ 2 ເມື່ອການກໍ່ສ້າງເຮືອນຢູ່ຖາວອນ ຈຳນວນ 700 ຫລັງ ບໍ່ສຳເຣັດຕາມແຜນການໃນໄລຍະ ບຸນປີໃໝ່ລາວ. ຂະນະທີ່ຊາວບ້ານ ຜູ້ປະສົບພັຍເຂື່ອນແຕກ ໃນເມືອງສນາມໄຊກ່າວວ່າຮູ້ສຶກເສົ້າໃຈຫລາຍ ຈາກສີ່ງທີ່ທາງການລາວກ່າວອ້າງ ການກໍ່ສ້າງເຮືອນຢູ່ຖາວອນ ສຳເຣັດຕາມແຜນການນັ້ນ ບໍ່ເປັນຄວາມຈິງ ແລະຊາວບ້ານຜູ້ປະສົບພັຍ ສ່ວນຫລາຍຍັງພັກເຊົາ ຢູ່ເຮືອນຊົ່ວຄາວຄືເກົ່າ ແລະຊີວິດການເປັນຢູ່ ຂອງຊາວບ້ານກໍລຳບາກ ທຸກຍາກຢູ່ຄືເກົ່າ.

ດັ່ງຊາວບ້ານຜູ້ນຶ່ງໃນ ເມືອງສນາມໄຊ ແຂວງອັດຕະປື ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 11 ເມສາ ນີ້ວ່າ:

ຍັງບໍ່ທັນແລ້ວລູກບໍ່ ເຂົາຂີ້ຕົວະຫັ້ນຕິລູກ ເຂົາເຮັດຢູ່ກຳລັງຖອກ ຂຶ້ນສີ ຂຶ້ນອີ່ຫຍັງ ໂອ້ຍເດືອນ 5 ເດືອນ 6 ພຸ້ນນ່າ ຈັກສິແລ້ວ ຫລືບໍ່ນີ້ ແຕ່ວ່າເພິ່ນຊິລົງມາມອບໂຕຈີງ ລະຍັງບໍ່ທັນມາມອບໃດລູກ.

ຊາວບ້ານຜູ້ນີ້ກ່າວອີກວ່າ ມີເຮືອນຢູ່ຖາວອນຈຳນວນຫລາຍຫລັງ ທີ່ທາງການລາວບອກວ່າຈະສ້າງ ໃຫ້ສຳເຣັດກ່ອນບຸນປີໃໝ່ລາວ ເພື່ອໃຫ້ຊາວບ້ານໄດ້ຍ້າຍເຂົ້າໄປຢູ່ ແລະຂຶ້ນເຮືອນໃໝ່ໃນໄລຍະ ບຸນປີໃໝ່ລາວນີ້ ແຕ່ຍັງກໍ່ສ້າງບໍ່ແລ້ວ ກໍຈຳເປັນຕ້ອງໄດ້ເລື່ອນເວລາອອກໄປອີກ ແລະຍັງຄາດບໍ່ໄດ້ວ່າຈະສ້າງແລ້ວເມື່ອໃດ.

ຊາວບ້ານຜູ້ປະສົບພັຍເຂື່ອນແຕກ ອີກຜູ້ນຶ່ງກ່າວວ່າພວກເຮົາ ພາກັນຄາດຫວັງວ່າຈະໄດ້ຍ້າຍເຂົ້າໄປຢູ່ເຮືອນຢູ່ຖາວອນ ໄລຍະບຸນປີໃໝ່ລາວນີ້ ແຕ່ການກໍ່ສ້າງເຮືອນ ຢູ່ຖາວອນກໍຊັກຊ້າຫລາຍ ເຮັດໃຫ້ການກໍ່ສ້າງເຮືອນຢູ່ຖາວອນ ບໍ່ສຳເຣັດຕາມແຜນການ ສ່ວນນຶ່ງກໍຍ້ອນວ່າຄົນງານກໍ່ສ້າງ ມີໜ້ອຍຫລາຍ ແລະມີການຣະບາດຂອງ ໂຄວິດ-19 ນຳອີກ.

ດັ່ງຊາວບ້ານຜູ້ນຶ່ງ ໃນເມືອງສນາມໄຊ ແຂວງອັດຕະປື ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 11 ເມສານີ້ວ່າ:

ເພາະວ່າມັນແລ້ວໄປແລ້ວ ຢູ່ເຄິ່ງນຶ່ງຫັ້ນນ່າຢູໃນສູນຕາມໍຢອດນີ້ ບາດນີ້ມັນກາຍັງຫລາຍເຕີບຢູ່ແຫລະ ທີ່ວ່າມັນບໍ່ທັນແລ້ວຫັ້ນ ເພາະວ່າຊ່ວງນີ້ມັນບໍ່ມີກັມກອນ ເຂົາກາຢາກຍ້າຍໝົດ ມັນກາລຳບາກແນ່.

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ທ້ອງຖິ່ນເມືອງສນາມໄຊ ກ່າວວ່າໄລຍະນີ້ການກໍ່ສ້າງເຮືອນ ຢູ່ຖາວອນຈຳນວນ 700 ຫລັງກໍຍັງດຳເນີນ ການກໍ່ສ້າງໄປເລື້ອຍໆ ຫາກເຮືອນຫລັງໃດທີ່ກໍ່ສ້າງສຳເຣັດແລ້ວ ກໍຈະຈັດສັນໃຫ້ກັບຊາວບ້ານ ໄດ້ຍ້າຍເຂົ້າໄປຢູ່ອາສັຍໄດ້ເລີຍ. ແຕ່ກໍຍອມຮັບວ່າ ແຜນການກໍ່ສ້າງເຮືອນຢູ່ຖາວອນ ໂດຍຮວມຖືວ່າຂ້ອນຂ້າງຊັກຊ້າແທ້ ເນື່ອງຈາກຕິດພັນກັບຫລາຍບັນຫາ ໂດຍສະເພາະເຣື່ອງການຣະບາດຂອງໂຄວິດ-19 ແລະ ການນຳເຂົ້າອຸປະກອນ ກໍ່ສ້າງຈາກໄທຍ.

ດັ່ງເຈົ້າໜ້າທີ່ ທ້ອງຖິ່ນເມືອງສນາມໄຊ ແຂວງອັດຕະປື ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 11 ເມສານີ້ວ່າ:

ໂຕ 700 ຫລັງນີ້ ກາຍັງຊ້າໄປຕື່ມນີ້ ກາຖືວ່າຍັງດຳເນີນງານຢູ່ ໂຕໃດຍັງບໍ່ທັນແລ້ວ ກາຈະໄດ້ຢູ່ເຮືອນຊົ່ວຄາວໄປກ່ອນ ດຽວນີ້ປະຊາຊົນກາໄດ້ເຂົ້າໄປຢູ່ຫລາຍເຕີບແລ້ວ ຖ້າທຽບໃສ່ເມື່ອກ່ອນ ມັນກາບໍ່ແອອັດແລ້ວ ມັນກາຫລຸຸດຜ່ອນຫລາຍແລ້ວ.

ຂະນະທີ່ເຈົ້າໜ້າທີ່ແຂວງອັດຕະປື ທ່ານນຶ່ງກ່າວພາຍຫລັງ ທີ່ເກີດການຣະບາດຂອງ ໂຄວິດ-19 ວ່າປະມານສອງປີປາຍມານີ້ ເຮັດໃຫ້ການກໍ່ສ້າງເຮືອນຢູ່ຖາວອນ ແລະການພັທນາ ໂຄງຮ່າງພື້ນຖານຕ່າງໆ ພາຍໃນເມືອງສນາມໄຊ ເກີດຄວາມຊັກຊ້າ ແລະບໍ່ສຳເຣັດຕາມແຜນ ແລະສັນຍາກໍ່ສ້າງກໍໝົດ ໄປລ້າໆ ຊຶ່ງເຮັດໃຫ້ຊາວບ້ານ ຈຳນວນນຶ່ງເກີດຄວາມບໍ່ພໍໃຈ.

ສະນັ້ນແລ້ວທາງການລາວ ຈຶ່ງໄດ້ຕໍ່ສັນຍາກໍ່ສ້າງກັບບໍຣິສັດ ວັນແສງ ຊຶ່ງເປັນບໍຣິສັດຜູ້ຮັບ ເໝົາຄືນໃໝ່ ເພື່ອຈະດຳເນີນການກໍ່ສ້າງເຮືອນຢູ່ຖາວອນ ຈຳນວນ 700 ຫລັງ ໃຫ້ສຳເຣັດພາຍໃນປີ 2023 ນີ້ ແລະ ສຳເຣັດການພັທນາ ໂຄງຮ່າງພື້ນຖານຕ່າງໆ ໃນປີ 2025 ນີ້ ແບບສົມບູນ 100%.

ດັ່ງເຈົ້າໜ້າທີ່ ແຂວງອັດຕະປືທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີໃນວັນທີ 11 ເມສານີ້ວ່າ:

ຫາກໍເຣີ່ມຕໍ່ຄືວ່າເຊັນສັນຍາຄືນຕື່ມອີກ ຕໍ່ສັນຍາກັບບໍຣິສັດວັນແສງຫັ້ນ ຕໍ່ເຣີ່ມໃໝ່ສະເພາະລະແມ່ນຈຸດຫິນລາດ ຕຳມໍຢອດ ຫັ້ນເດ້ແຕ່ຢາກວ່າ ຢູ່ຈຸດຫັ້ນແຫລະ ຈະຊິເຣີ່ມລົງມື ເຣີ່ມຕົ້ນກ່ອນໝູ່ ວ່າຈຸດດົງບາກບ້ານໃໝ່ ບາງຈຸດກາເຣີ່ມຕົ້ນ ກາຍັງບໍ່ໄດ້ສຳເຣັດ 100 ຫັ້ນແຫລະ.

ສ່ວນເຣື່ອງເງິນເບັ້ຍລ້ຽງຕໍ່ເດືອນນັ້ນ ປັດຈຸບັນທາງການລາວ ໄດ້ຢຸດເຊົາໄປແລ້ວ ເພາະຊາວບ້ານຜູ້ປະສົບພັຍ ສ່ວນຫລາຍສາມາດສ້າງອາຊີບ ມີລາຍໄດ້ກັນແລ້ວ ພາຍຫລັງທີ່ທາງການລາວ ໄດ້ບຸກເບີກ ແລະຈັດສັນເນື້ອທີ່ທຳການຜລິດໃຫ້ເມື່ອປີ 2021 ທີ່ຜ່ານມາ ຍົກເວັ້ນແຕ່ຄອບຄົວ ຜູ້ທຸກຍາກບໍ່ມີອາຊີບ ແລະລາຍໄດ້ຈະຍັງໄດ້ຮັບເງິນ ເບັ້ຍລ້ຽງຈາກທາງການລາວຕາມປົກກະຕິ ຊຶ່ງບໍ່ເຖີງ 100 ຄອບຄົວ.

ເມື່ອຕົ້ນເດືອນເມສາຜ່ານມາ ຍານາງ ສວນສວັນ ວິຍະເກດ ຣັຖມົນຕຣີກະຊວງຖແລງຂ່າວ, ວັທນາທັມ ແລະ ທ່ອງທ່ຽວ ກໍໄດ້ລົງພື້ນທີ່ ໄປຕິດຕາມກວດກາໂຄງການ ກໍ່ສ້າງເຮືອນຢູ່ຖາວອນ ເມືອງສນາມໄຊ ແຂວງອັດຕະປື ແລະ ໄດ້ຣາຍງານວ່າ ການກໍ່ສ້າງເຮືອນຢູ່ຖາວອນ ແມ່ນສຳເຣັດ 100% ຈຳນວນ 322 ຫລັງ ຈາກທັງໝົດ 403 ຫລັງໃນໄລຍະທຳອິດ.

ສ່ວນເຮືອນຢູ່ຖາວອນອີກ 297 ຫລັງໃນໄລຍະທີ 2 ຍັງບໍ່ທັນເຣີ່ມກໍ່ສ້າງເທື່ອ ແລະຄາດວ່າຈະເຣີ່ມດຳເນີນການ ກໍ່ສ້າງພາຍໃນທ້າຍປີ 2022 ນີ້ ເພື່ອໃຫ້ສຳເຣັດຕາມແຜນການ ໃນທ້າຍປີ 2023 ນີ້ ແລະ ຮວມເປັນ 700 ຫລັງ. ນອກຈາກນີ້ ຍັງມີເຮືອນຢູ່ຖາວອນທີ່ໄດ້ຮັບການ ສນັບສນູນ ຈາກຣັຖບານໄທຍຈຳນວນ 45 ຫລັງ ແລະ ຣັຖບານຢີ່ປຸ່ນຈຳນວນ 66 ຫລັງ ຮວມທັງໝົດ 111 ຫລັງ ຊຶ່ງສ້າງສຳເຣັດແລະມີຊາວບ້ານ ໄດ້ຍ້າຍເຂົ້າໄປຢູ່ອາສັຍແລ້ວ ເມື່ອທ້າຍປີ 2020 ທີ່ຜ່ານມາ.  

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.