ເມື່ອວັນທີ 04 ສິງຫາ ຜ່ານມາ ເກິດນໍ້າຖ້ວມກະທັນຫັນ ເມືອງວຽງໄຊ ແຂວງຫົວພັນ ສ້າງຄວາມເສັຽຫາຍຢ່າງໜັກໜ່ວງ ທັງຖນົນຫົນທາງ ເຮືອນຊານບ້ານຊ່ອງ ຂອງປະຊາຊົນ ເນື້ອທີ່ທໍາການຜລິດ ໂດຍຈຸດທີ່ເສັຽຫາຍໜັກກວ່າໝູ່ ແມ່ນບ້ານຫີນດຳມີເຮືອນ ປະຊາຊົນ ສອງຫຼັງ ຖືກນໍ້າສຸໄຫຼໄປຕາມ ສາຍນໍ້າ ພ້ອມນີ້ຍັງມີຜູ້ຫາຍສາບສູນ 7 ຄົນ.
ປັດຈຸບັນທາງການແຂວງຫົວພັນ ກຳລັງເລັ່ງຄົ້ນຫາ ແຕ່ຄາດວ່າອາດເສັຽຊີວິດແລ້ວ. ດັ່ງເຈົ້າໜ້າທີ່ຂແນງແຮງງານ ແລະ ສວັດດີການ ແຂວງຫົວພັນ ກ່າວຕໍ່ RFA ໃນວັນທີ 05 ສິງຫາວ່າ:
"ແຂວງຫົວພັນແມ່ນມີຜົລກະທົບໜັກກ່ວາໝູ່ ແມ່ນເມືອງວຽງໄຊ ບ້ານຫີນດຳເສັ້ນທາງ ແລ້ວກາຊົລປະທານ ເໝືອງຝາຍ ໄຮ່ນາ ຮົ້ວສວນ ໂຕນີ້ແມ່ນຍັງປະເມີນບໍ່ໄດ້ເນາະ ປັດຈຸບັນສູນຫາຍ 7 ຄົນ ຂ້ອນຂ້າງແນ່ນອນແລ້ວ ໂຕນີ້ຢາກວ່າ 99% ຊັດເຈັນ ປັດຈຸບັນຍັງຊອກບໍ່ເຫັນ ຄາດວ່າຈະເສັຽຊີວິດແລ້ວ."
ທ່ານໄດ້ກ່າວຕື່ມວ່າ ຜົລເສັຽຫາຍຈາກນໍ້າຖ້ວມ ຍັງບໍ່ສາມາດປະເມີນໄດ້ ໂດຍສະເພາະແມ່ນບ້ານຫີນດຳ ເມືອງວຽງໄຊ ມີເຮືອນຖືກນໍ້າພັດ ສຸໄຫຼ ໄປຕາມສາຍນໍ້າ ສອງຫຼັງ ໃນນັ້ນມີຄອບຄົວ ທ້າວ ເຢັ່ງຈີ່ງທໍ ຫາຍສາບສູນ 4 ຄົນ ແລະ ຄອບຄົວ ທ້າວ ເວັງຊົງ ຫາຍສາບສູນ 3 ຄົນ . ປັດຈຸບັນ ທາງການແຂວງໄດ້ປະສານ ຫາເຈົ້າໜ້າທີ່ວຽດນາມ ເພື່ອຊ່ອຍຄົ້ນຫາຜູ້ຫາຍສາບສູນ ຍ້ອນວ່າມີແມ່ນໍ້າຕິດກັບວຽດນາມ ປະມານ 3 ກິໂລແມັດ.
ທັງນີ້ໃນເຫດການຍັງມີຜູ້ໄດ້ຮັບບາດເຈັບ 1 ຄົນ ອາການດີຂຶ້ນແລ້ວ ແລະອີກ 1 ຄົນອາການສາຫັດ ຊຶ່ງເປັນເຈົ້າໜ້າທີ່ທະຫານ ທີ່ເຂົ້າໄປ ຊ່ອຍເຫຼືອປະຊາຊົນ ເກີດເຫດດິນເຈື່ອນ ເຮັດໃຫ້ຕົກລົງເຫວ ທາງເຈົ້າໜ້າທີ່ ຊ່ອຍຂຶ້ນມາໄດ້.
"ມິຄົນໄດ້ຮັບບາດເຈັບສອງຄົນ ຜູ້ນຶ່ງແມ່ນເປັນທະຫານ ທີ່ວ່າໄປຊ່ອຍເຫຼືອນັ້ນແຫຼະ ດິນເຈື່ອນທັບກະທັນຫັນ ກາງຄືນເກືອບບໍ່ລອດ ຕົກ ເຫວປະມານ 50 ແມັດ ໝູ່ກາໄດ້ນໍາລົງໄປເອົາກາໄດ້ພັກຟື້ນຢູ່ ແຖວບ້ານຄ້າຍທະຫານ ຫຍັງກາບໍ່ຮູ້ ບໍ່ສາມາດ ນໍາອອກມາໄດ້ທະຫານນະ ຖ້າເຊົ້າກ່ອນກະນຳອອກມາໄດ້ໜັກຢູ່."
ເຫດການນໍ້າຖ້ວມທີ່ເມືອງວຽງໄຊແຂວງຫົວພັນ ເກີດຈາກພະຍຸ ວິພາ ພັດຜ່ານ ເຮັດໃຫ້ຝົນຕົກໜັກໃນຣວ່າງ ວັນທີ 3-4 ສິງຫາ ຜ່ານມາ ເກີດມີມວນນໍ້າ ມະຫາສານໄຫຼນອງ ເຂົ້າຖ້ວມເມືອງວຽງໄຊ ຢ່າງໄວວາ ຈົນຊາວບ້ານເຂດນັ້ນຕັ້ງໂຕນໍາບໍ່ທັນ ຈື່ງເກີດຄວາມເສັຽຫາຍ ເປັນວົງກວ້າງ ແລະ ທາງແຂວງຫົວພັນ ຍັງປະເມີນຄ່າເສັຍຫາຍບໍ່ໄດ້.