ການລ່າສັດປ່າ ຄວບຄຸມບໍ່ໄດ້


2013.03.05

ເຈົ້າຫນ້າທີ່ ລາວ ຍອມຮັບວ່າ ການລ່າ ສັດປ່າ ໃນລາວ ຍາກທີ່ຈະ ຄວບຄຸມ ໄດ້.

ດຣ ອາຄົມ ຕຸນາລົມ ຮອງຣັຖມົນຕຣີ ກະຊວງ ຊັພຍາກອນ ທັມມະຊາດ ແລະ ສິ່ງແວດລ້ອມ ໃຫ້ສຳພາດ ກັບ ເອເຊັຽເສຣີ ວ່າ ປັດຈຸບັນ ບັນຫາ ການລ່າສັດປ່າ ໃນເຂດ ຊົນນະບົດ ເພື່ອ ເອົາມາຂາຍ ຍັງເປັນບັນຫາ ທີ່ຫນັກຫນ່ວງ ແລະ  ກໍຍາກ ທີ່ຈະ ຄວບຄຸມໄດ້ ເນຶ່ອງຈາກ ຊາວບ້ານ ໃນເຂດ ຊົນນະບົດ ບໍ່ມີອາຊີບ ອຶ່ນ ໃນການ ທຳມາ ຫາກິນ. ດັ່ງທ່ານກ່າວ ໃນຕອນນຶ່ງວ່າ:

"ກໍຍັງ ຫນັກຫນ່ວງຢູ່ ອັນນີ້ ກໍແມ່ນຄວາມ ຊິນເຄີຍ ຂອງ ປະຊາຊົນ, ປະຊາຊົນ ກວ່າ 80 ສ່ວນຮ້ອຍ ອາສັຍ ຢູ່ໃນເຂດ ຊົນນະບົດ ເຂົາກໍອາສັຍ ເຄຶ່ອງປ່າຂອງນາ ເພື່ອຢູ່ລອດ".

ທ່ານກ່າວ ຕໍ່ໄປວ່າ ເພື່ອແກ້ໄຂ ບັນຫາ ດັ່ງກ່າວ ໃນອະນາຄົດ ຕ້ອງມີການ ຈັດສັນ ພື້ນທີ່ ທຳມາຫາກິນ ໃຫ້ຊາວບ້ານ ແລະ ຝຶກອາຊີບ ໃຫ້ຂະເຈົ້າ ໃນການຫາຢູ່ ຫາກິນ ເພື່ອບໍ່ໃຫ້ ປະຊາຊົນ ລ່າສັດປ່າ ມາເປັນອາຫານ ແລະ ໃຫ້ຮູ້ຈັກ ການປົກປັກ ຮັກສາ ສັດປ່າ ໃນລາວ ທີ່ນັບມື້ ຈະສູນ ພັນໄປ. ກ່ຽວກັບ ຊາວຕ່າງຊາດ ທີ່ລັກເຂົ້າມາ ລ່າສັດປ່າ ໃນລາວ ເປັນຕົ້ນຊ້າງ ດຣ ອາຄົມ ກ່າວວ່າ ກໍຣະນີ ຂອງຊາວຕ່າງຊາດ ນັ້ນ ມີຫນ້ອຍ ແລະ ກໍບໍ່ເປັນ ບັນຫາຮຸນແຮງ ແຕ່ຢ່າງໃດ ທາງເຈົ້າຫນ້າທີ່ ກ່ຽວຂ້ອງ ກໍຕິດຕາມ ຢູ່ຕຣອດ.

ເຖິງຢ່າງໃດ ກໍຕາມ ທ່ານວ່າ ກອງປະຊຸມ ກ່ຽວກັບ ການຄ້າສັດປ່າ ແລະ ພືດພັນ ທີ່ຫາຍາກ ທີ່ໃກ້ຈະສູນພັນ ຣະຫວ່າງ ປະເທດ ເທຶ່ອນີ້ ຈະເປັນ ປໂຍດ ແກ່ ສປປ ລາວ ຫລາຍຢ່າງ ໂດຍສະເພາະ ແມ່ນການ ປະຕິບັດ ໃຊ້ກົດຣະບຽບ ການປາບປາມ ກຸ່ມລ່າສັດປ່າ ແລະ ພືດພັນ ທີ່ຫາຍາກ ທີ່ຜິດກົດຫມາຍ ໃນລາວ. ບັນຫາ ດັ່ງກ່າວ ຈະສາມາດ ລົບລ້າງໄດ້ ຖ້າມີຫລາຍ ພາກສ່ວນ ຮ່ວມມືກັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.