ຄວາມປອດໄພ ຂອງເຂື່ອນ ໃນລາວ ຖືກເອົາໃຈໃສ່ ຫຼາຍຂຶ້ນ
2024.08.12
ເຫດການ ເຂື່ອນເຊປຽນ-ເຊນ້ຳນ້ອຍ ແຕກ ເມື່ອປີ 2018 ນັ້ນ, ໄດ້ກາຍເປັນບົດຮຽນລາຄາແພງ ໃຫ້ແກ່ບັນດາ ຄະນະຜູ້ບໍລິຫານ ເຂື່ອນໄຟຟ້າ ໃນລາວ ທັງພາກລັດ ແລະ ເອກະຊົນ ຫັນມາເອົາໃຈໃສ່ ຄວາມປອດໄພ ຂອງເຂື່ອນ ຫຼາຍຂຶ້ນ ແລະ ໃນຍາມຝົນນີ້ ກໍຖືເປັນໄລຍະ ທີ່ທົດສອບ ການຄຸ້ມຄອງເຂື່ອນ ໃນລາວ ໄດ້ເປັນຢ່າງດີ.
ຕົກມາໄລຍະຫຼັງໆມານີ້, ຜູ້ບໍລິຫານເຂື່ອນໄຟຟ້າ ໃນລາວ ຫຼາຍແຫ່ງ ກໍໄດ້ມີການເຝົ້າລະວັງ ລະດັບນ້ຳໃນເຂື່ອນ ດ້ວຍການອອກແຈ້ງເຕືອນ ເພື່ອປ່ອຍນ້ຳ ອອກຈາກເຂື່ອນ ໃຫ້ທັນເວລາ ຖ້າຫາກມີຝົນຕົກໜັກ ຕິດຕໍ່ກັນຫຼາຍມື້ ຫຼືມີມວນນ້ຳສູງ ມາຈາກສາຍນ້ຳໃກ້ຄຽງ ທີ່ອາດຈະເປັນຄວາມສ່ຽງ ຕໍ່ໂຄງສ້າງ ຂອງເຂື່ອນ.
ເວົ້າສະເພາະໃນປີນີ້, ກໍມີຫຼາຍເຂື່ອນ ທີ່ບັນດາ ຄະນະຜູ້ບໍລິຫານເຂື່ອນໄຟຟ້າ ໄດ້ອອກແຈ້ງການ ປ່ອຍນ້ຳອອກຈາກເຂື່ອນ ເພື່ອບໍ່ໃຫ້ເກີດເຫດຮ້າຍ ເປັນຕົ້ນວ່າ ເມື່ອວັນທີ 19 ເດືອນ 7 ທີ່ຜ່ານມາ, ຄະນະຜູ້ບໍລິຫານ ເຂື່ອນໄຟຟ້າເຊລະນອງ 1 ກໍໄດ້ອອກແຈ້ງເຕືອນ ການລະບາຍນ້ຳ ອອກຈາກອ່າງເກັບນ້ຳ ໃຫ້ແກ່ເຈົ້າເມືອງ ທັງ 9 ເມືອງ ໃນແຂວງສະຫວັນນະເຂດ ແຈ້ງເຕືອນປະຊາຊົນ.
ຈາກນັ້ນ, ໃນວັນທີ 25 ເດືອນ 7, ຄະນະຜູ້ບໍລິຫານ ເຂື່ອນໄຟຟ້ານ້ຳຊຳ 3 ທີ່ແຂວງຫົວພັນ ກໍໄດ້ທຳການລະບາຍນ້ຳ ອອກຈາກເຂື່ອນໄຟຟ້າ, ແຕ່ພັດບໍ່ໄດ້ມີການແຈ້ງການ ຢ່າງເປັນທາງການ ມີພຽງແຕ່ແຈ້ງໃຫ້ບັນດານາຍບ້ານ ໃນເຂດບ້ານໃກ້ຄຽງ ທີ່ອາໄສຢູ່ກ້ອງເຂື່ອນ ໃຫ້ກະຈາຍຂ່າວ ສູ່ຊາວບ້ານ ແລະ ພາກັນກະຕຽມ ແລະ ເຝົ້າລະວັງເຫດການ ການລະບາຍນ້ຳ ຂອງເຂື່ອນດັ່ງກ່າວ.
ຫຼ້າສຸດນີ້, ເຂື່ອນໄຟຟ້ານ້ຳຄານ 2 ແລະ 3 ກໍໄດ້ມີການແຈ້ງການ ເປີດປະຕູ ລະບາຍນ້ຳລົ້ນ ເພື່ອລະບາຍນ້ຳ ອອກຈາກເຂື່ອນໄຟຟ້າ ທັງ 2 ແຫ່ງ ເພື່ອຮັກສາລະດັບນ້ຳ ໃຫ້ຢູ່ໃນລະດັບ ທີ່ສາມາດບໍລິຫານ ຈັດການໄດ້ ແລະ ຫຼຸດຄວາມສ່ຽງ ຕໍ່ໂຄງສ້າງ ຂອງເຂື່ອນ. ດັ່ງທ່ານ ແສງຈັນ ໄຊຍະວົງ, ຜູ້ອຳນວຍການ ເຂື່ອນໄຟຟ້ານ້ຳຄານ 2 ແລະ 3 ໄດ້ກ່າວຕໍ່ຜູ້ສື່ຂ່າວ ຂອງບໍລິສັດ ຜະລິດໄຟຟ້າລາວ ມະຫາຊົນ ຫຼື ຜ-ຟຟລ ທີ່ໄດ້ເຜີຍແຜ່ ໃນວັນທີ 8 ເດືອນ 8 ນີ້ວ່າ:
“ໃນການລະບາຍນ້ຳ ຄັ້ງນີ້ນັ້ນ, ກະບໍ່ແມ່ນ ເປັນການລະບາຍ ຢູ່ໃນພາວະສຸກເສີນ ອີ່ສັງຕ່າງໆເນາະ, ກະເປັນການລະບາຍນ້ຳ ເພື່ອເປັນການບໍລິຫານ-ຈັດການນ້ຳ, ອັນທີ 1. ອັນທີ 2, ກະແມ່ນເພື່ອຮອງຮັບ ຫຼືວ່າເພື່ອຫຼຸດຜ່ອນ ແຮງກະທົບ ຂອງນ້ຳ ໃສ່ກັບຕົວເຂື່ອນເຮົາ ຢູ່ໃນໄລຍະ ນ້ຳຫຼາກຫຼາຍນີ້ເນາະ. ສະນັ້ນ, ກະໄດ້ແຈ້ງການອອກໄປ ຫຼືວ່າປະຊາສຳພັນໄປແລ້ວ, ບໍ່ໃຫ້ປະຊາຊົນ ຢູ່ລຸ່ມເຂື່ອນ ຂອງໄຟຟ້ານ້ຳຄານ 3 ຫັ້ນ ມີຄວາມແຕກຕື່ນເນາະ.”
ພ້ອມດຽວກັນນີ້, ບັນດາຄະນະຜູ້ບໍລິຫານເຂື່ອນ ອີກຫຼາຍແຫ່ງ ກໍໄດ້ມີການຝຶກຊ້ອມ ກຽມຮັບມື ເຫດສຸກເສີນ ຢ່າງເປັນປະຈຳ ເພື່ອຫຼຸດຄວາມສ່ຽງ ທີ່ອາດຈະເກີດຂຶ້ນ ແລະ ທັງເປັນການເຮັດໃຫ້ ພະນັກງານ ທັງຊາວລາວ ແລະ ຊາວຕ່າງປະເທດ ທີ່ເຮັດວຽກ ແລະ ອາໄສຢູ່ໃກ້ກັບເຂື່ອນ ມີຄວາມພ້ອມ ຂັ້ນສູງສຸດ ໃນການຮັບມື ຖ້າຫາກມີເຫດສຸກເສີນເກີດຂຶ້ນ ເພື່ອໃຫ້ເປັນໄປຕາມ ທີ່ກົມຄຸ້ມຄອງຄວາມປອດໄພ ອຸດສາຫະກຳພະລັງງານ, ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ກຳນົດອອກມາ.
ເປັນຕົ້ນວ່າ ມີຝຶກຊ້ອມ ການອົບພະຍົບ ໃຫ້ຊາວບ້ານ ໃນບັນດາບ້ານ ເຂດລຸ່ມເຂື່ອນໄຟຟ້ານ້ຳກົງ 2 ແລະ ນໍ້າກົງ 3 ໃນລະຫວ່າງວັນທີ 14 ຫາ 15 ເດືອນ 5 ທີ່ແຂວງອັດຕະປື. ການຝຶກຊ້ອມ ແລະ ການສາທິດ ແຜນຮັບມືສຸກເສີນ, ການຝຶກອົບຮົມ ແລະ ແຜນກະກຽມ ອົບພະຍົບ ເຫດສຸກເສີນ ຂອງເຂື່ອນໄຟຟ້ານໍ້າກົງ 2 ແລະ ນໍ້າກົງ 3 ແມ່ນມີຈຸດປະສົງ ເພື່ອປະເມີນຄວາມສ່ຽງ ທີ່ອາດຈະເກີດຂຶ້ນ ແລະ ວິທີການແກ້ໄຂ ເພື່ອປົກປ້ອງ ການສູນເສຍ ທາງດ້ານຊີວິດ, ຊັບສິນ ແລະ ສິ່ງແວດລ້ອມ.
ທີ່ແຂວງບໍລິຄຳໄຊ, ກໍມີການເຜີຍແຜ່ຂໍ້ມູນ ແລະ ຝຶກຊ້ອມ ແຜນຮັບມືເຫດການສຸກເສີນ ໃຫ້ບັນດາບ້ານ ທີ່ຢູ່ລຸ່ມ ເຂື່ອນໄຟຟ້ານ້ຳເທີນ 1 ໃນຕອນເຊົ້າ ຂອງວັນທີ 7 ເດືອນ 6 ທີ່ຜ່ານມານີ້, ໂດຍແມ່ນຕາງໜ້າ ຄະນະຜູ້ບໍລິຫານ ບໍລິສັດໄຟຟ້ານ້ຳເທີນ 1 ຈຳກັດ ໄດ້ຈັດພິທີເຜີຍແຜ່ ແລະ ຝຶກຊ້ອມ ແຜນຮັບມືເຫດການສຸກເສີນ ໃຫ້ແກ່ບ້ານປາກຊຸນ ເມືອງປາກກະດິງ ແຂວງບໍລິຄຳໄຊ, ເຊິ່ງເປັນບ້ານ ລຸ່ມເຂື່ອນໄຟຟ້ານ້ຳເທີນ 1 ເພື່ອກຽມຄວາມພ້ອມ, ຮັບປະກັນຄວາມປອດໄພ ແລະ ຫຼຸດຜ່ອນຜົນເສຍຫາຍ ທີ່ອາດຈະເກີດຂຶ້ນ.
ແລະ ເມື່ອວັນທີ 30 ເດືອນ 5 ທີ່ຜ່ານມາ, ກໍມີການຝຶກຊ້ອມ ແຜນຮັບມືສຸກເສີນ ອຸທົກກະໄພ ຂອງເຂື່ອນໄຟຟ້ານ້ຳອູ 6, 5, 4, 3, ປະຈຳປີ 2024, ເຊິ່ງກໍມີທັງເຈົ້າໜ້າທີ່ລາວ ຈາກແຂວງຫຼວງພຣະບາງ ແລະ ແຂວງຜົ້ງສາລີ ແລະ ເຈົ້າໜ້ທີ່ຈີນ ເຂົ້າຮ່ວມຝຶກຊ້ອມ ໃນການບັງຄັບບັນຊາເຫດການ ຖ້າຫາກເກີດເຫດສຸກເສີນຂຶ້ນ ແລະ ມີແຜນອົບພະຍົບຊາວບ້ານ ໃນເຂດບ້ານກ້ອງເຂື່ອນ ດ້ວຍການສ້າງເຫດການຈຳລອງ 4 ສະຖານະການ ໃນເຂດໃກ້ກັບເຂື່ອນ ທັງ 4 ແຫ່ງດັ່ງກ່າວ ເພື່ອໃຫ້ການປະສານງານ ໃນການຮັບມື ກັບສະຖານະການ ເປັນໄປຕາມເປົ້າໝາຍ.
ຂະນະດຽວກັນ, ຜູ້ສື່ຂ່າວວິທຍຸເອເຊັຽເສຣີ ກໍໄດ້ສຳພາດ ທ່ານ ສາສດາຈານ ດຣ. ອ່ຽນ ແບຣ໌, ສາດສະດາຈານ ປະຈຳມະຫາວິທະຍາໄລ ວິສຄອນຊິ້ນ ເມດິເຊິ້ນ ທີ່ລັດວິສຄອນຊິ້ນ ເມື່ອປີກາຍນີ້, ເຊິ່ງເພິ່ນເອງ ເປັນຜູ້ຊ່ຽວຊານດ້ານພູມສາດ ແລະ ນັກຄົ້ນຄວ້າ ເລື້ອງເຂື່ອນໄຟຟ້າ ກໍໄດ້ໃຫ້ຄວາມເຫັນວ່າ ທ່ານມີຄວາມເປັນຫ່ວງ ກ່ຽວກັບການຄຸ້ມຄອງເຂື່ອນ ໃນລາວ ເນື່ອງຈາກລັດຖະບານລາວ ມີແຜນການ ຈະສ້າງເຂື່ອນໄຟຟ້າ ຫຼາຍຮ້ອຍແຫ່ງ ໃນອະນາຄົດ ແລະ ການຮັບມື ກັບການຄຸ້ມຄອງ ເຂື່ອນໄຟຟ້າເຫຼົ່ານັ້ນ ຍັງເປັນຄຳຖາມ ທີ່ຕ້ອງໄດ້ຕອບ.
“ຂ້າພະເຈົ້າຄຶດວ່າ ຢູ່ເມືອງລາວນີ້ ມັນກະມີເຂື່ອນ ສ້າງມາຫຼາຍຢູ່ແລ້ວ. ກະອາດຈະເອົາໃຈໃສ່ ໃນການຈັດການໃນເຂື່ອນ ຈຳນວນນີ້ກ່ອນ ມັນຊິດີກວ່າ ເພາະວ່າ ຄວາມຊຳນານ ທີ່ມີຢູ່ໃນເມືອງລາວ ມັນອາດຈະບໍ່ທົ່ວເຖິງນີ້ນ່າ. ຖ້າເຂື່ອນມັນຫຼາຍໂພດນີ້ ມັນຊິເບິ່ງບໍ່ໄດ້ ລະອາດຈະມີບັນຫາເກີດຂຶ້ນ ກະຄືເຮົາເຫັນຜ່ານມາ ເຂື່ອນມັນແຕກນີ້ນ່າ ລະກະນ້ຳມັນລົງມາ ໃສ່ປະຊາຊົນ. ເພາະວ່າ ມັນຊິບໍ່ມີຄົນພຽງພໍນີ້ນ່າ, ທີ່ຊິມີຄວາມຮູ້ ໃນເລື້ອງໂຕນີ້ນ່າ ທີ່ຊິຕິດຕາມນີ້ນ່າ, ອັນນີ້ ກະເປັນຫ່ວງ ໃນບັນຫາໂຕນີ້.”
ທ່ານກ່າວຕື່ມວ່າ ບໍ່ພຽງແຕ່ມີ ບຸກຄະລາກອນທີ່ພຽງພໍ ໃນການຄຸ້ມຄອງເຂື່ອນ, ພາກລັດເອງ ກໍຄວນມີມາດຕະການ ໃນການຕິດຕາມ-ກວດກາ ທັງໃນໄລຍະທີ່ກໍ່ສ້າງ ແລະ ຫຼັງຈາກກໍ່ສ້າງເຂື່ອນແລ້ວ ເພື່ອຮັບປະກັນ ໃຫ້ມີມາດຕະຖານ ໃນທຸກດ້ານ.
“ຄືວ່າຢາກໃຫ້ ລັດຖະບານລາວນີ້, ເນັ້ນໃນເລື້ອງຄຸນນະພາບ ຫຼາຍກວ່າຈຳນວນ. ຜ່ານມານີ້, ບາງທີກະສ້າງເຂື່ອນມາ ກະບໍ່ມີການຕິດຕາມ ຫຼືວ່າບໍ່ມີການແກ້ໄຂພຽງພໍ. ລະກະສຳລັບເຂື່ອນ ທີ່ຊິສ້າງຕໍ່ໄປ ຄັນຈຳເປັນຕ້ອງສ້າງ ກະໃຫ້ເອົາໃຈໃສ່ ຫຼາຍກວ່າເກົ່າເນາະ ເພາະວ່າສ່ວນຫຼາຍແລ້ວ ຈະເປັນບໍລິສັດເອກະຊົນນີ້ນ່າ ເປັນຜູ້ສ້າງນີ້ນ່າ. ລະກະຄັນລັດຖະບານ ບໍ່ມີການຕິດຕາມ ຫຼືວ່າບໍ່ມີການໃສ່ມາດຕະການ ໃຫ້ເຂົາເຈົ້າພຽງພໍນີ້ນ່າ ຢ້ານວ່າຄຸນນະພາບ ຂອງການສ້າງເຂື່ອນມາ ມັນຊິບໍ່ມາດຕະຖານ ລະກະຊິເປັນບັນຫາຕໍ່ໄປ.”
ທັງໝົດນັ້ນ, ກໍແມ່ນບາງເຫດການ ກ່ຽວກັບການຄຸ້ມຄອງເຂື່ອນໄຟຟ້າ ໃນລາວ ທີ່ໃນປີນີ້ ບັນດາຄະນະຜູ້ບໍລິຫານ ເຂື່ອນໄຟຟ້າຫຼາຍແຫ່ງ ພາກັນຕື່ນໂຕ ແລະ ເອົາໃຈໃສ່ ຄວາມປອດໄພ ຂອງເຂື່ອນໄຟຟ້າໃນລາວ ຫຼາຍຂຶ້ນ ທັງມີການບໍລິຫານຈັດການນ້ຳ ຕາມພາວະວິໄສ ແລະ ມີແຜນຮັບມືສຸກເສີນ ແບບມີສ່ວນຮ່ວມ ກັບຊາວບ້ານ. ສະບາຍດີ.