ການຕັດໄມ້ຢູ່ລາວ ນັບມື້ຮ້າຍແຮງ

0:00 / 0:00

ການຕັດໄມ້ ໃນລາວ ໄດ້ກາຍ ເປັນເຣື້ອງ ທັມມະດາ ປະຈໍາວັນ ນັບມື້ ນັບຫລາຍ ຂຶ້ນ ແລະ ປະຊາຊົນ ລາວ ຢູ່ແຂວງ ຜົ້ງສາລີ ກໍຮູ້ ເຣື້ອງນີ້ດີ ແຕ່ກໍເວົ້າ ຫຍັງບໍ່ໄດ້ ເນື່ອງຈາກ ເປັນການຕົກລົງ ຣະຫວ່າງ ຣັຖບານ ກັບ ພວກພໍ່ຄ້າ ຫຼືນາຍທືນ ຕ່າງປະເທດ. ຊາວລາວ ທ່ານນຶ່ງເວົ້າວ່າ:

“ຄືຊິຫນັກຢູ່ ຄືຢູ່ແຂວງເຮົາ ເຣື້ອງໄມ້ ເຣື້ອງຕໍ ກໍອອກມາ ຫລາຍໆ ເຮົາເຂົ້າໃຈວ່າ ມັນຕ້ອງ ມີບັນຫາ ແຕ່ເຮົາ ກໍບໍ່ຮູ້ ນຳເຂົາ ກໍບໍມີໃຜ ເວົ້າຈັກເທື່ອ ພວກພໍ່ຄ້າ ຊາວຂາຍເຂົາ ໄດ້ຜົນ ປະໂຫຍດ ແລະ ເຂົາກໍບໍ່ເວົ້າ ແນວຫາກິນ ຂອງເຂົາເຈົ້າ ເຣື້ອງໄມ້ ເຣື້ອງຕໍ ມັນເສັຍໄປ ກໍຄືເສັຍປ່າ ຝົນຕົກລົງມາ ກໍບໍ່ມີຫຍັງ ຈະຮັກສານ້ຳ ປະຊາຊົນ ລາວເຮົາ ສ່ວນຫລາຍ ກໍອາສັຍ ນຳປ່າ”

ຊາວລາວ ທ່ານນີ້ ເວົ້າຕໍ່ໄປວ່າ ບັນຫານີ້ ມີຫາງສຽງ ຈາກ ປະຊາຊົນ ຢ່າງຫລວງຫລາຍ ເພາະວ່າ ບັນຫາ ການຕັດໄມ້ ເຖີງແມ່ນວ່າ ສາກໜ້າ ສ່ວນຫລາຍ ຈະເປັນ ບໍຣິສັດ ຂອງຄົນລາວ ກໍຕາມ ແຕ່ ຄົນທີ່ເຂົ້າໄປ ຕັດໄມ້ ແທ້ນັ້ນ ແມ່ນຄົນຈີນ ບາງເທື່ອ ເຂົາຢາກຕັດ ບ່ອນໃດ ກໍຕັດ ລາມໄປເຖີງ ເຂດປ່າສງວນ ຂອງ ປະຊາຊົນ ນຳ.

ໃນຂະນະດຽວກັນ ເຈົ້າໜ້າທີ່ ກົມປ່າໄມ້ ຂອງລາວ ຍອມຮັບວ່າ ມີຄວາມ ບໍ່ໂປ່ງສັຍ ຫລາຍຂື້ນ ເນື່ອງມາຈາກ ບາງເທື່ອ ການກວດກາ ຣະຫວ່າງ ກະຊວງ ກະສິກັມ ແລະ ປ່າໄມ້ ກັບກະຊວງ ອຸດສາຫະກັມ ແລະ ການຄ້າ ເຮັດໃຫ້ ເກີດ ຄວາມສັບສົນ:

“ເຣື້ອງການ ຄຸ້ມຄອງ ການກວດກາ ປ່າໄມ້ ນັ້ນ ມັນມີ ຂະບວນການ ທີ່ບໍ່ໂປ່ງສັຍ ຫລາຍຂື້ນ ມັນຣະບົບ ການຄຸ້ມຄອງ ມັນບໍ່ຣະອຽດ ມັນສັບສົນ ເພາະວ່າ ມັນມີ 2 ພາກສ່ວນ ທີ່ຢູ່ໃນ ຄວາມຄຸ້ມຄອງ ປ່າ”

ຈາກ ການສໍາຣວດ ຂອງ ອົງການ Environment Investigation Agency }n (EIA) ພົບວ່າ ການລັກລອບ ຕັດໄມ້ ເພື່ອການ ຄ້າເຖື່ອນ ໃນລາວ ບໍ່ພຽງແຕ່ ມີຂື້ນ ໃນເຂດພື້ນ ທີ່ ຕິດຊາຍແດນ ກັບ ວຽດນາມ ເທົ່ານັ້ນ ຫາກຍັງມີ ກວ້າງຂວາງ ໃນພື້ນທີ່ ທີ່ມີຊາຍແດນ ຕິດກັບຈີນ ແລະ ໄທ ນຳອີກ ຊື່ງ ອົງການ (EIA) ເຊື່ອວ່າ ໃນແຕ່ລະປີ ປ່າໄມ້ ໃນລາວ ຖືກຕັດ ແລະ ລັກລອບ ຂົນສົ່ງ ໄປຂາຍ ໃຫ້ບັນດາ ພໍ່ຄ້າໄມ້ ໃນ ວຽດນາມ, ຈີນ, ແລະໄທ ຮວມທັງໝົດ ບໍ່ໍ່ຕໍ່່າກ່ວາ 1 ລ້ານ ແມັດກ້ອນ.