ຂະບວນຣົດຂົນໄມ້ເຖື່ອນ ຖືກຈັບ

0:00 / 0:00

ເຈົ້າໜ້າທີ່ ລາວ ເປີດເຜີຍ ວ່າ ໃນຊ່ວງ ບຸນ ປີໃໝ່ລາວ ນີ້ ໜ່ວຍ ກວດກາ ປ່າໄມ້ ນະຄອນ ຫລວງ ວຽງຈັນ ໄດ້ຈັບ ຂະບວນ ຣົດຂົນ ໄມ້ ທີ່ ຜິດ ກົດໝາຍ ຊຶ່ງເປັນ ໄມ້ດູ່ ແປຮູບ ໄດ້ 20 ຕັນ. ດັ່ງ ເຈົ້າໜ້າທີ່ ເວົ້າວ່າ:

"ຜູ້ກະທໍາ ຜິດ ຂະເຈົ້າ ຂົນໄມ້ ດູ່ເດ ແປຮູບເນາະ ຄື 20 ໂຕນ ກໍຄືແມ່ນ ຜິດ ກົດໝາຍ ລະເນາະ ໂອ້ ແນ່ນອນ ກໍຕາມ ກົດໝາຍ ບໍ່ມີແລ້ວ ເອກສານ ກໍາກັບໄມ້".

ທ່ານເວົ້າ ຕໍ່ໄປວ່າ ເຈົ້າໜ້າທີ່ ຈັບຄົນ ຂັບຣົດ ຂົນໄມ້ໄດ້ 2 ຄົນ ພ້ອມທັງ ຣົດຂົນໄມ້ 2 ຄັນ ທີ່ ຂົນໄມ້ດູ່, ໄມ້ຍາງ ແລະ ໄມ້ກວາງ ແດງ ຈໍານວນ 258 ຕັບ ປະມານ 7 ແມັດກ້ອນ.

ຈາກການ ສອບສວນ ຜູ້ຕ້ອງຫາ 2 ຄົນ ເບື້ອງຕົ້ນ ຈຶ່ງຮູ້ວ່າ ພວກເຂົາ ຖືກສັ່ງ ໃຫ້ຂົນໄມ້ ຈໍານວນ ດັ່ງກ່າວ ມາແຕ່ ແຂວງ ໄຊສົມບູນ ເພື່ອ ສົ່ງໃຫ້ ລູກຄ້າ ຢູ່ ນະຄອນ ຫຼວງ ວຽງຈັນ. ເຈົ້າໜ້າທີ່ ບອກວ່າ ພວກເຂົາ ຈະຖືກ ດໍາເນີນ ຄະດີ ຕາມຣະບຽບ ກົດໝາຍ ໃນຂັ້ນ ຕໍ່ໄປ.

ໃນຣະຍະ 6 ເດືອນ ຜ່ານມານີ້ ໜ່ວຍ ກວດກາ ປ່າໄມ້ ນະຄອນ ຫລວງ ວຽງຈັນ ສາມາດຍຶດ ໄມ້ ຜິດ ກົດໝາຍ ໄດ້ ທັງໝົດ 6 ພັນ ກວ່າ ຕັນ ຊຶ່ງ ສ່ວນຫລາຍ ເປັນໄມ້ ຂະຍູງ, ໄມ້ຄໍາພີ, ໄມ້ດູ່ ຊຶ່ງເປັນໄມ້ ທີ່ບໍ່ມີ ເອກສານ ບໍ່ຮູ້ທີ່ມາ ຢ່າງຈະແຈ້ງ. ເຈົ້າໜ້າທີ່ ໄດ້ຍຶດຣົດ ຂົນສົ່ງ ຮວມທັງ ອຸປກອນ ຕັດໄມ້ ແລະ ເງິນສົດ ອີກ ຈໍານວນ ນຶ່ງ.