ຖນົນ ຫລວງ ເລກທີ 3 ໃນ ແຂວງ ຫລວງ ນ້ຳທາ ເປ່ເພ ຍຸບລົງ ເປັນ ອຸປສັກ ຕໍ່ການ ສັນຈອນ ຍ້ອນ ມີການ ຂຸດຄົ້ນ ຖ່ານຫິນ ຢູ່ ໃກ້ໆ ແລະ ຊາວບ້ານ ກໍວິຕົກ ກັງວົນ ຢ້ານ ບ້ານ ເຮືອນ ຂອງ ພວກເຂົາ ຈະເປ່ເພ ແລະ ຖືກ ທຳຣາຍ. ດັ່ງ ຊາວບ້ານ ນ້ຳເງິນ ແຂວງ ຫລວງ ນ້ຳທາ ຜູ້ນຶ່ງ ຈົ່ມທາງ Facebook ວ່າ:
“ການ ຂຸດຄົ້ນ ບໍ່ ຖ່ານຫີນ ຫລາຍ ປີແລ້ວ, ມັນເຮັດໃຫ້ ບ້ານ ເຮືອນ ຂອງ ປະຊາຊົນ ແຕກ ແຫງ, ດິນ ບາງບ່ອນ ກໍຍຸບ ຝາ ໂຮງຮຽນ ກໍແຕກ ເພາະ ສະນັ້ນ ຂ້າພະເຈົ້າ ຢາກ ຮຽກຮ້ອງ ຣັຖບານ ຫລື ໜ່ວຍງານ ທີ່ ກ່ຽວຂ້ອງ ເຂົ້າມາ ເບິ່ງ ແຍງ ດູແລ ຢ່າໃ ຫ້ສັມປະທານ ແກ່ ນາຍທຶນ ກໍແລ້ວໄປ ບໍ່ມາເບິ່ງ ແຍງ ຢ່າປ່ອຍ ປະລະ ບ້ານ ເຮືອນ ຂອງ ປະຊາຊົນ.”
ເຈົ້າໜ້າທີ່ ບຸຣະນະ ຮັກສາ ທາງຫລວງ ແຂວງ ຫລວງນ້ຳທາ ກໍຮູ້ເຫັນ ບັນຫາ ນີ້ດີ, ແລະ ໄດ້ຣາຍ ງ່າຍ ຂື້ນ ໄປຫາກົມ ຂົວ ທາງ ກະຊວງ ໂຍທາ ທິການ ແລະ ຂົນສົ່ງ ຂອງ ລາວວ່າ ຖນົນ ຫລວງ ເລກທີ 3 ເປັນ ຖນົນ ສາຍ ທີ່ສຳຄັນ ທີ່ ຕໍ່ຈາກ ຂົວ ມິຕພາບ ລາວ-ໄທ ແຫ່ງ 4 ຂື້ນໄປ ຫາເຂດ ຊາຍແດນ ຈີນ. ເມື່ອ ສິບ ກວ່າປີ ກ່ອນ ບໍຣິສັດ ຂຸດຄົ້ນ ຖ່ານຫິນ ວຽງພູຄາ ຊຶ່ງ ເປັນ ບໍຣິສັດ ຮ່ວມ ຣະຫວ່າງ ນັກ ລົງທຶນ ລາວ ແລະ ໄທ ໄດ້ ຂຸດຄົ້ນ ຖ່ານຫີນ ໃນ ບໍຣິເວນ ໄກຈາກ ບ້ານ ນ້ຳເງິນ ແລະ ຖນົນ ຫລວງ ຫລາຍ ສິບ ກິໂລແມັດ; ແຕ່ລະປີ ກໍຂຸດເຂົ້າ ໄປ ໃກ້ບ້ານ ແລະ ຖນົນ ຫລວງ ເລື້ອຍໆ, ປັດຈຸບັນ ໃກ້ ປະມານ 15 ກິໂລແມັດ ແລ້ວ ແລະ ໄດ້ເຮັດ ໃຫ້ ຖນົນ ແລະ ເຮືອນ ເປ່ເພ.
ເມື່ອ ປີ 2008 ທາງ ບໍຣິສັ ດວຽງພູຄາ ໄດ້ ສ້ອມແປງ ຖນົນ ແຕ່ ບໍ່ດົນ ກໍເປ່ເພ ອີກ. ເປັນທີ່ ສັງເກດ ວ່າ ໃນການ ຂຸດຄົ້ນ ນັ້ນ ບໍຣິສັດ ໄດ້ ຂຸດຂຸມ ໃຫຍ່ ແລະ ເລິກເຖິງ 150 ແມັດ. ຕໍ່ມາ ເມື່ອ ປີ 2013 ຖນົນ ຫລວງ ເລກທີ່ 3 ບໍ່ ພຽງແຕ່ ເປ່ເພ ເທົ່ານັ້ນ ແຕ່ ຍຸບລົງ ເລີຍ. ທາງ ບໍຣິສັດ ກໍພຽງ ແຕ່ ຖອກຫີນ ໃສ່ ບ່ອນ ຫລຸບ ເພື່ອ ພໍໃຫ້ ຣົດແລ່ນ ໄດ້. ເຈົ້າໜ້າທີ່ ຜແແນກ ໂຍທາ ທິການ ແລະ ຂົນ ສົ່ງ ແຂວງ ຫລວງນ້ຳທາ ກໍໄປ ສຳຣວດ ແລະ ສລຸບວ່າ ຖນົນ ເປ່ເພ ແ ລະ ຍຸບລົງ ແມ່ນເປັນ ຍ້ອນ ການ ຂຸດຄົ້ນ ບໍ່ຖ່ານ ຫິນ.
ສຸດທ້າຍ ເຈົ້າໜ້າທີ່ ບຸຣະນະ ທາງຫລວງ ແຂວງ ຫລວງ ນ້ຳທາ ໄດ້ສເນີ ໃຫ້ຣັຖບານແກ້ໄຂບັນ ຫານີ້ໂດຍດ່ວນ.