ປະເມີນຜົນກະທົບ ສິ່ງແວດລ້ອມ ພະລັງງານລົມ ເຈືອງເຊີນຄືນໃໝ່

ໄຊຍາ
2024.05.07
ປະເມີນຜົນກະທົບ ສິ່ງແວດລ້ອມ ພະລັງງານລົມ ເຈືອງເຊີນຄືນໃໝ່ ນີ້ເປັນພຽງຮູບປະກອບ ເຊິ່ງແມ່ນໂຄງການໄຟຟ້າພະລັງງານລົມແຫ່ງໜຶ່ງ ໃນແຂວງເຊກອງ. ວັນທີ 19 ເດືອນມີນາ 2024.
RFA

ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ຈັດກອງປະຊຸມເພື່ອປຶກສາຫາລື ແບບມີສ່ວນຮ່ວມກ່ຽວກັບບົດປະເມີນຜົນ ກະທົບສິ່ງແວດລ້ອມແບບລະອຽດ ແລະ ແຜນຄຸ້ມຄອງຕິດຕາມກວດກາສິ່ງແວດລ້ອມ ໂຄງການພະລັງງານລົມ ເຈືອງເຊີນ ທີ່ຕັ້ງຢູ່ເມືອງຄຳເກີດ ແລະ ເມືອງໄຊຈຳພອນ ແຂວງລິຄຳໄຊ ເມື່ອວັນທີ 03 ພຶດສະພາ 2024 ຜ່ານມາ.  

ໂຄງການພະລັງງານລົມ ເຈືອງເຊີນ ແມ່ນລັດຖະບານຮັບຜິດຊອບໂດຍກົງ ໃນການເຮັດໂຄງການ ແລະ ຮັບຜິດຊອບການສຶກສາທັງໝົດ. ເຊິ່ງປັດຈຸບັນໂຄງການດັ່ງກ່າວ ຍັງຢູ່ໃນຂັ້ນຕອນ ການສຶກສາຄວາມເປັນໄປໄດ້.

ດັ່ງເຈົ້າໜ້າທີ່ກ່ຽວຂ້ອງ ກັບໂຄງການຢູ່ແຂວງບໍລິຄຳໄຊ ທ່ານກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 07 ພຶດສະພາ 2024 ນີ້ວ່າ:

“ຍັງຢູ່ໃນຂັ້ນຕອນເພິ່ນສຶກສາ ຢູ່ເຈົ້າຍັງບໍ່ທັນແລ້ວເທື່ອສຶກສາທີ່ວ່າຄົບຊຸດຫັ້ນແຫຼະ ກ່ຽວກັບໂຄງການແບບວ່າເປັນໄປໄດ້ບໍ່ ຕົວນີ້ເປັນໂຄງການຂອງລັດຖະບານ ສ່ວນຫຼາຍລັດຖະບານເປັນຜູ້ເຊັນເລີຍ ບໍ່ແມ່ນຂັ້ນແຂວງເພິ່ນຈະລາຍງານ ໃຫ້ກະຊວງເລີຍເຈົ້າເພາະວ່າ ກະຊວງເພິ່ນເປັນຜູ້ຮັບຜິດຊອບ ໂຄງການເຂດນັ້ນກໍສິຕິດພັນກັບປ່າ ສະຫງວນປ່າຫຍັງ ແຕ່ປ່າຫຼາຍແຕ່ເຮົາກໍ່ບໍ່ຮູ້ວ່າ ຖືກຫຼາຍຖືກໜ້ອຍ.”

ປັດຈຸບັນໂຄງການ ດັ່ງກ່າວໄດ້ເລີ່ມບຸກເບີກເສັ້ນທາງຢູ່ບໍລິເວນພູ ແລ້ວໂດຍບຸກເບີກເສັ້ນທາງມາຕັ້ງແຕ່ເດືອນມັງກອນທີ່ຜ່ານມາ. ສ່ວນບໍລິເວນພູທີ່ບຸກເບີກນັ້ນ ສ່ວນໃຫຍ່ເປັນພື້ນທີ່ອຸທິຍານ ນາກາຍ-ນໍ້າເທີນ.

ດັ່ງຊາວບ້ານ ນາແປ ເມືອງຄໍາເກີດ ແຂວງບໍລິຄໍາໄຊ ທ່ານກ່າວວ່າ:

“ໂອເຂົາກໍາລັງເລັ່ງເຮັດທາງຢູ່ ທາງມັນຊອດກັນໝົດແລ້ວ ເຂົາເຮັດມັນຮອດກັນໝົດແລ້ວ ມັນເປັນພູຄາພູຫຍັງນີ້ແຫຼະ ຕັດເສັ້ນພູຄາເຮົາກໍ່ບໍ່ຮູ້ປານໃດເປັນດິນປ່າ ສະຫງວນຂອງເທີນ 2 ນີ່ ບໍ່ໂຕດິນຊາວບ້ານມັນບໍ່ມີດອກແຖວນີ້ຫັ້ນນ່າ.”

ການບຸກເບີກເສັ້ນທາງ ເຂົ້າສູ່ບໍລິເວັນໂຄງການເຊິ່ງເປັນບ່ອນຕິດຕັ້ງ ກັງຫັນລົມມີເສັ້ນທາງບາງເສັ້ນ ທີ່ຖືກດິນປະຊາຊົນສ່ວນຫຼາຍ ເປັນທີ່ດິນສວນຂອງຊາວບ້ານໂດຍມີຊາວບ້ານປະມານ 20 ປາຍຄອບຄົວ ທີ່ໄດ້ຮັບຜົນກະທົບ ຈາກການບຸກເບີກທາງດັ່ງກ່າວ ແຕ່ກໍໄດ້ຮັບການຊົດເຊີຍແລ້ວ.

ດັ່ງຊາວບ້ານນາແປ ເມືອງຄໍາເກີດ ແຂວງບໍລິຄໍາໄຊ ອີກທ່ານໜຶ່ງກ່າວວ່າ:

“ຕັດໄປຕາມຈອມພູດອຍຫັ້ນແຫຼະ ຕັດໄປຕາມສັນພູຫັ້ນເລີຍກໍມີບາງບ່ອນຢູ່ແຄມທາງໃຫຍ່ ນີ້ຖືກດິນປະຊາຊົນ ມັນຢູ່ທາງເລີຍເຂົາຕັດມາກໍ່ຖືກບ່ອນທາງໃຫຍ່ ບ່ອນທຳອິດບ່ອນເຂົາເຮັດສວນກໍ່ມີ ເຂົາກໍຊົດເຊີຍໃຫ້ແຕ່ກໍ່ບໍ່ຫຼາຍປານໃດ ປະມານ 20 ຄອບຄົວນີ້ບໍ່ບ່ອນທີ່ຖືກເຂົາເສຍຫາຍ.

ປັດຈຸບັນໂຄງການ ເຮັດເຖິງຂັ້ນຕອນໃດແລ້ວເຊິ່ງຊາວບ້ານ ຜູ້ທີ່ຢູ່ເຂດດັ່ງກ່າວກໍຍັງໃຫ້ຄຳຕອບບໍ່ໄດ້ຈະແຈ້ງມີແຕ່ຄາດວ່າ ໂຄງການນີ້ເປັນຂອງຫວຽດນາມ ຍ້ອນເຫັນລົດຫວຽດນາມເຂົ້າ-ອອກຫຼາຍ.

ດັ່ງຊາວຊາວບ້ານນາແປ ເມືອງຄຳເກີດ ແຂວງບໍລິຄຳໄຊ ນາງກ່າວວ່າ:

“ມີແຕ່ວ່າເຮັດທາງເຮັດຫຍັງລົດຫັ້ນແຫຼະ ແຕ່ວ່າຮອດຂັ້ນຕອນໃດເຮົາກໍ່ບໍ່ເຫັນ ຂອງຕົນຫວຽດຕິເຫັນລົດຫວຽດ ທຽວເຂົ້າ-ອອກຄື ຊິແມ່ນອອກຫວຽດແລະ.”

ຕໍ່ກັບການປັບປຸງ ບົດປະເມີນຜົນກະທົບດ້ານສິ່ງແວດລ້ອມ ຂອງໂຄງການພະລງງານລົມ ເຈືອງເຊີນ ທາງວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຍັງພະແນກຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ, ພະແນກກະສິກຳ ແລະ ປ່າໄມ້ແຂວງບໍລິຄຳໄຊ ແລະ ຫ້ອງການຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມເມືອງຄຳເກີດ ແຕ່ເຈົ້າໜ້າທີ່ບໍ່ສະດວກໃຫ້ຂໍ້ມູນ.

ຕາມການລາຍງານ ໃນກອງປະຊຸມເທື່ອນີ້ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມໄດ້ແນະນໍາໃຫ້ໂຄງການຄົ້ນຄ້ວາ ແລະປັບປຸງເອກະສານບົດປະເມີນຜົນ ກະທົບ ແຜນຄຸ້ມຄອງ ແລະ ຕິດຕາມກວດກາ ສິ່ງແວດລ້ອມເພີ່ມເຊັ່ນ ລົງສຳຫຼວດ ແລະເກັບກຳຂໍ້ມູນເນື້ອທີ່ດິນປ່າໄມ້ ໃນໂຄງການພ້ອມທັງສະເໜີ ການຫັນປ່ຽນດິນປ່າໄມ້ ເປັນດິນປະເພດອື່ນ.

ເຈົ້າຂອງໂຄງການ ກັບອົງການປົກຄອງທ້ອງຖິ່ນຂັ້ນແຂວງ ແລະ ບ້ານຕ້ອງກໍານົດງົບປະມານ ພັດທະນາທ້ອງຖິ່ນເພື່ອຊ່ອຍປະຊາຊົນ ໄດ້ຮັບຜົນກະທົບເຊັ່ນການສ້າງເສັ້ນທາງ ແລະ ການສົ່ງເສີມການສຶກສາ.

ໃຫ້ບູລິມະສິດແຮງງານທ້ອງຖິ່ນ ໂດຍສະເພາະບ້ານທີ່ໄດ້ຮັບຜົນກະທົບ ເຂົ້າໄປເຮັດວຽກໃນໂຄງການ, ເຈົ້າຂອງໂຄງການ ຕ້ອງພິຈາລະນາສະໜອງງົບປະມານ ໃຫ້ແກ່ຄະນະກຳມະການ ລົງຊຸກຍູ້ຕິດຕາມ, ກວດກາ, ແກ້ໄຂຜົນກະທົບຕໍ່ສິດທິນຳໃຊ້ທີ່ດິນ ແລະຊັບສີນເທີງໜ້າດິນ ຂອງປະຊາຊົນ.

ໃຫ້ພິຈາລະນາ ຄືກ່ຽວກັບການດໍາເນີນໂຄງການ ໄຟຟ້າພະລັງງານລົມທີ່ນອນ ຢູ່ໃນເຂດອຸທິຍານນາກາຍ-ນໍ້າເທີນ ຍ້ອນອຸທິຍານມີສັນຍາ ກັບບໍລິສັດໄຟຟ້ານໍ້າເທີນ 2 ຈຳກັດ.

ກວດກາຄືນກັບພື້ນທີ່ ສໍາປະທານຂອງໂຄງການ ເພາະເຫັນວ່າກວມເອົາແຕ່ເມືອງຄໍາເກີດ ສ່ວນເມືອງໄຊຈຳພອນແມ່ນບໍ່ມີເນື້ອທີ່ໂຄງການ ແລະ ໃຫ້ກວດກາຄືນກ່ຽວກັບການກໍ່ສ້າງ ໂຄງການວ່າຈະມີຜົນກະທົບຕໍ່ ເຂດປ່າສະຫງວນແຫ່ງຊາດ, ປ່າປ້ອງກັນແຫ່ງຊາດນໍາຍ່ວງ-ນໍ້າມ່ວນ ແລະ ອຸທິຍານແຫ່ງຊາດ ນໍ້າເທີນ-ນາກາຍ.

ໂດຍຂອບເຂດ ຂອງການສຶກສາໂຄງການນີ້ມີພື້ນທີ່ ທັງໝົດ 24,576 ເຮັກຕ້າຣ໌ ມູນຄ່າການລົງທຶນປະມານ 536 ລ້ານປາຍໂດລ້າຣ໌ສະຫະລັດ. ສ່ວນຮູບແບບການລົງທຶນແມ່ນ Build Operation-Business ໃນໄລຍະ 25 ປີ ຕາມກົດໝາຍກຳນົດ.

ໂຄງການໄຟຟ້າພະລັງງານລົມ ເຈືອງເຊີນຄາດວ່າ ຈະມີກໍາລັງຕິດໄຟຟ້າ 600 ເມກະວັດ ໂດຍການເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງບໍລິສັດ ຮຸ້ນສ່ວນລົງທຶນ ແລະ ພັດທະນາພະລັງງານ ຫວຽດ-ລາວ ກັບ ລັດຖະບານ ສປປ ລາວ ເມື່ອວັນທີ 11 ຕຸລາ 2023. ໂຄງການນີ້ ນອນຢູ່ໃນພື້ນທີ່ ເມືອງຄຳເກີດ 3 ບ້ານ ຄືບ້ານ ນາເຮືອງ, ບ້ານນາຫາດ ແລະ ບ້ານທົ່ງແປ ຫຼື ບ້ານນາແປ ແລະ ເມືອງໄຊຈຳພອນສອງບ້ານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.