ບໍຣິສັດລາວ ຮ່ວມມືກັບ ບໍຣິສັດຈີນ ຂຸດຄົ້ນແຮ່ 4 ໂຄງການ ຢູ່ເມືອງໝື່ນ

ສິດນີ
2023.04.06
ບໍຣິສັດລາວ ຮ່ວມມືກັບ ບໍຣິສັດຈີນ ຂຸດຄົ້ນແຮ່ 4 ໂຄງການ ຢູ່ເມືອງໝື່ນ ບໍຣິສັດ ລາວ-ຈີນ ລົງນາມສັນຍາ ຮ່ວມທຸຣະກິຈ 4 ໂຄງການ ຢູ່ເມືອງໝື່ນ ແຂວງວຽງຈັນ. ວັນທີ 31 ມີນາ 2023.
ຮູບພາບ: Pasaxon

ໃນວັນທີ 31 ມີນາ 2023 ທີ່ຜ່ານມາ, ໄດ້ມີພິທີເຊັນສັນຍາ ຮ່ວມທຸຣະກິຈ ລະວ່າງ ຣັຖວິສາຫະກິຈ ພັທນາກະສິກັມ-ອຸດສາຫະກັມ (DAI), ບໍຣິສັດ KPS ພັທນາແຮ່ທາດ ຈຳກັດ ແລະກຸ່ມບໍຣິສັດ ພັທນາການລົງທຶນເສສວນ ຈຳກັດຈາກ ແຂວງເສສວນ ປະເທດຈີນ ໂດຍການຮ່ວມເປັນສັກຂີ ພະຍານຂອງທ່ານ ຄຳພັນ ສິດທິຄຳພາ ເຈົ້າແຂວງ ແຂວງວຽງຈັນ, ຜູ້ຕ່າງໜ້າກະຊວງປ້ອງກັນປະເທດລາວ ແລະພາກສ່ວນທີ່ກ່ຽວຂ້ອງ 2 ຝ່າຍລາວ-ຈີນເຂົ້າຮ່ວມ.

ການເຊັນສັນຍາຄັ້ງນີ້ ກວມເອົາ 4 ໂຄງການຄື:

  1. ໂຄງການລົງທຶນ ພັທນາແຮ່ທອງແດງ ແລະແຮ່ຕິດພັນ,
  2. ໂຄງການຮ່ວມທຸຣະກິຈ ດ້ານການຄ້າກະສິກັມ,
  3. ໂຄງການຮວມລົງທຶນ ການຜລິດ ແລະຈຳໜ່າຍມັນຕົ້ນ ແລະ
  4. ໂຄງການຮ່ວມມື ຍຸດທະສາດການຂົນສົ່ງ ໃນລາວ ເຊິ່ງລົງນາມໂດຍ ທ່ານ ວັນທອງ ສິດທິກຸນ ຜູ້ອຳນວຍການ ຣັຖວິສາຫະກິຈ DAI, ທ່ານ ຄຳນ້ອຍ ສຸກຂະວົງ ຜູ້ອຳນວຍການ ບໍຣິສັດ KPS ພັທນາແຮ່ທາດ ຈຳກັດ ແລະທ່ານ ສິວ ເກີ້ (Qiu Ge) ປະທານກຸ່ມບໍຣິສັດ ພັທນາການລົງທຶນ ເສສວນຈຳກັດ.

ໃນໂອກາດນີ້, ທ່ານ ວັນທອງ ສິດທິກຸນ ຜູ້ອຳນວຍການຣັຖວິສາຫະກິຈ DAI ກ່າວຕໍ່ສື່ມວນຊົນຂອງທາງການລາວວ່າ:

(ບົດອ່ານ)

“ນັບແຕ່ຣັຖວິສາຫະກິຈ DAI ກັບບໍຣິສັດ KPS ພັທນາແຮ່ທາດ ຈຳກັດ ແລະກຸ່ມບໍຣິສັດ ພັທນາການລົງທຶນເສສວນ ຈຳກັດ ໄດ້ລົງນາມບົດບັນທຶກຄວາມເຂົ້າໃຈ ນຳກັນ ໃນເດືອນກໍຣະກະດາ 2022 ເປັນຕົ້ນມາ, ໂຄງການທີ່ມີຄວາມຄືບໜ້າ ແມ່ນໂຄງການເກັບກຳຂໍ້ມູນຮອບດ້ານ ກ່ຽວກັບແຮ່ທອງ ຢູ່ເຂດເມືອງໝື່ນ ແຂວງວຽງຈັນ ເພື່ອຂໍອະນຸຍາຕສຳປະທານຊອກຄົ້ນ-ສຳຣວດ ກ່ຽວກັບແຮ່ທອງແດງ ແລະແຮ່ຕິດພັນ ຕາມລະບຽບ ແລະຫຼັກການທີ່ຣັຖບານລາວ ໄດ້ກຳນົດໄວ້.”

ທ່ານວ່າ ສຳລັບເຂດພື້ນທີ່ຊອກຄົ້ນ-ສຳຣວດແຮ່ທອງແດງຂອງໂຄງການດັງກ່າວ ຢູ່ເມືອງໝື່ນ ແຂວງວຽງຈັນ ປະກອບມີ 2 ເຂດ ຄື: ເຂດທີ 1 ເນື້ອທີ່ 8.6 ກິໂລຕາແມັດ ຢູ່ບ້ານໂນນຕ້ອງ, ບ້ານກ້ອນຄຳ ແລະເຂດທີ 2 ເນື້ອທີ່ 175.84 ກິໂລຕາແມັດ ຢູ່ບ້ານນາຍາວ, ບ້ານນ້ຳເພີນ ແລະບ້ານນາບົວ.

ກ່ຽວກັບເຣື່ອງນີ້, ວິທຍຸເອເຊັຽເສຣີ ໄດ້ສອບຖາມໄປຫາເຈົ້າໜ້າທີ່ ແລະຊາວບ້ານ ຢູ່ເມືອງໝື່ນ ແຂວງວຽງຈັນ ຈຳນວນນຶ່ງ, ເຊິ່ງພວກເຂົາເຈົ້າ ເວົ້າແບບດຽວກັນວ່າ ຍັງບໍ່ຮູ້ວ່າຈະມີການຂຸດຄົ້ນແຮ່ທາດດັ່ງກ່າວເທື່ອ.

ດັງທີ່ຊາວບ້ານຄົນນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 5 ເມສາ 2023 ນີ້ວ່າ:

“ຂ້ອຍບໍ່ຮູ້ເດີ້ ວ່າພາກສ່ວນໃດ. ບໍ່, ເຮົາບໍ່ມີເດີ້.”

ໃນຂະນະດຽວກັນ ເຈົ້າໜ້າທີ່ທ່ານນຶ່ງ ຜູ້ບໍ່ປະສົງອອກຊື່ ແລະຕຳແໜ່ງ ກໍເວົ້າວ່າ ທ່ານຫາກໍ່ຮູ້ວ່າຈະມີບໍຣິສັດຈີນ ເຂົ້າມາສຳຣວດຂຸດຄົ້ນແຮ່ຄຳ ຢູ່ໃນພື້ນທີ່ເມືອງໝື່ນ, ແຕ່ຢ່າງໃດກໍ່ຕາມ ຜ່ານມາກໍເຄີຍມີບໍຣິສັດຍີ່ປຸ່ນ ເຂົ້າມາຂຸດຄົ້ນແຮ່ຄຳ ໃນທີ່ສຸດກໍ່ກັບຄືນປະເທດໄປ.

ດັງທ່ານ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນດຽວກັນນີ້ວ່າ:

“ອັນດຽວນີ້ມີບໍຣິສັດແນວນີ້ບໍ່ ຊິມາລົງທຶນຕິບໍ່. ຢູ່ນີ້ແມ່ນຂອບເຂດ ຂອງແຖວບ້ານນີ້ແຫຼະ. ເມື່ອກ່ອນ ມີບໍໍຣິສັດນຶ່ງຂອງຍີ່ປຸ່ນ ເຂົາເຈົ້າກໍ່ມາຂຸດຄົ້ນ ເຂົາເຈົ້າມາສຳຣວດ ພາຍຫຼັງສຳຣວດເໝິດແລ້ວນໍ ສຳຣວດເໝິດແລ້ວ ເຂົາກໍ່ເມືອ. ບໍ່ໄດ້ຍິນຂ່າວຄາວແນວໃດຕື່ມຫັ້ນນ່າ.”

ທ່ານກ່າວຕື່ມວ່າ ນອກຈາກນີ້, ເຄີຍມີບໍຣິສັດທີ່ເຂົ້າມາຂຸດຄົ້ນ ແຮ່ຫີນກາວ ຢູ່ໃນເມືອງໝື່ນ ເຊິ່ງບໍ່ໄດ້ເຂົ້າມາຕິດຕໍ່ພົວພັນ ກັບເມືອງແລະແຂວງ ແຕ່ທາງການແຂວງກໍ່ໄດ້ແນະນຳ ໃຫ້ທາງເມືອງຈັດຕັ້ງປະຕິບັດການກວດກາ ແລະໃຫ້ຣາຍງານໄປຫາແຂວງ ຖ້າຫາກມີກໍຣະນີທີ່ຄ້າຍຄືກັນ ເກີດຂຶ້ນອີກ.

ດັງທ່ານກ່າວຕື່ມວ່າ:

“ກະມີບໍຣິສັດນຶ່ງ (ຂອງຈີນ) ແມ່ນບໍຣິສັດທີ່ເຂົາເຈົ້າມາຂຸດຄົ້ນ ກ່ຽວກັບຫິນກາວນໍ ແຕ່ເຂົາເຈົ້າບໍ່ໄດ້ມາພົວພັນນຳພວກອ້າຍ ທາງແຂວງກະໄດ້ແນະນຳ ມາໃຫ້ອ້າຍແລ້ວວ່າ ພາຍຫຼັງທີ່ເຂົາເຈົ້າມາບຸກເບີກ ເນື້ອທີ່ແນວນັ້ນແນວນີ້ ມີການເຊັນສັນຍາກັນເໝິດແລ້ວ ແຕ່ຖ້າເພິ່ນບໍ່ໄດ້ແຈ້ງໃຫ້ທາງແຂວງ ລະກໍ່ບໍ່ໄດ້ແຈ້ງໃຫ້ທາງອ້າຍຮູ້ ປັດຈຸບັນນີ້ທາງແຂວງກໍ່ແນະນຳ ໃຫ້ທາງອ້າຍວ່າ ຂໍໃຫ້ອ້າຍໄປເບິ່ງຄືນ ຄັນມີມູນຄວາມຈິງແລ້ວ ຂໍໃຫ້ອ້າຍຣາຍງານໄປໃຫ້ທາງແຂວງ ເພື່ອໃຫ້ທາງແຂວງລົງມາກວດກາຊັ້ນນ່າ.”

ທ່ານຍັງບອກອີກວ່າ ຖ້າຫາກມີບໍຣິສັດທີ່ເຂົ້າມາລົງທຶນ ຕ້ອງການແຮງງານ ທ່ານຊິພະຍາຍາມ ຊອກຜູ້ທີ່ມີຄຸນສົມບັດດີ ໄປເຮັດວຽກນຳ ເຊິ່ງທີ່ຜ່ານມາ ຄົນງານທີ່ເຄີຍເຮັດວຽກນຳ ບໍຣິສັດຍີ່ປຸ່ນ ທີ່ເປັນຊາວບ້ານໃນເມືອງໝື່ນ ສາມາດເຮັດວຽກໄດ້ດີພໍສົມຄວນ.

ກ່ຽວກັບເຣື່ອງການລົງທຶນ ຂອງບໍຣິສັດຈີນ ຈາກແຂວງເສສວນຢູ່ລາວນີ້, ສາສຕຣາຈານ ອະດິສອນ ເສມແຍ້ມ ນັກວິຊາການ ດ້ານລາວສຶກສາ ຢູ່ສະຖາບັນເອເຊັຽສຶກສາ ຈຸລາລົງກອນ ມະຫາວິທຍາລັຍ ປະເທດໄທຍ ກ່າວວ່າ ບໍຣິສັດຈີນທີ່ເຂົ້າມາລົງທຶນຢູ່ລາວ ສ່ວນຫຼາຍມີຄວາມກ່ຽວຂ້ອງ ກັບອຳນາດການປົກຄອງທ້ອງຖິ່ນຂອງຈີນ ໂດຍແຂວງເປັນຜູ້ຖືຫຸ້ນ. ແຂວງຈະເປັນຜູ້ຕິດຕໍ່ ກັບຣັຖບານລາວ ໃນການນຳພາບໍຣິສັດເຂົ້າມາລົງທຶນຢູ່ລາວ ໂດຍບໍ່ຜ່ານຣັຖບານກາງ ຂອງຈີນ ເຊິ່ງເປັນການແຂ່ງຂັນກັນຂອງບັນດາ ແຂວງຕ່າງໆ ໃນຈີນຕໍ່ກັບການບັນລຸເປົ້າໝາຍ ທາງເສຖກິຈ ທີ່ຣັຖບານກາງ ກຳນົດໄວ້.

ດັງທີ່ທ່ານກ່າວວ່າ:

“ບັນດາແຂວງຕ່າງໆ ຂອງຈີນ ຈະດຳເນີນການເອງ ໝາຍເຖິງວ່າ ມັນເປັນເຣື່ອງທີ່ດຳເນີນການລະວ່າງຣັຖບານ ແຂວງຂອງຈີນ ກັບຣັຖບານລາວ ບໍ່ໄດ້ເກີດຈາກຣັຖບານ ກາງຂອງຈີນ ເພາະແຂວງຕ່າງໆ ຂອງຈີນ ມີການແຂ່ງຂັນກັນຢູ່ໃນໂຕເອງ ຢ່າງກໍຣະນີຂອງ Belt and Road Initiative (BRI) ເພາະຕ້ອງການເປີດພື້ນທີ່ ທາງເສຖກິຈຂອງໂຕເອງ.”

ເຖິງແມ່ນວ່າ ໂຄງການຂຸດຄົ້ນແຮ່ທອງແດງ ແລະໂຄງການຕ່າງໆ ຂອງ 3 ບໍຣິສັດຂ້າງເທີງນັ້ນ ຈະໄດ້ມີການຮິບໂຮມຂໍ້ມູນ ແລະກຳນົດພື້ນທີ່ຂຸດຄົ້ນແລ້ວກໍຕາມ ແຕ່ກໍ່ຍັງບໍ່ມີຂໍ້ມູນ ກ່ຽວກັບການເວນຄືນທີ່ດິນ ຫຼືການຊົດເຊີຍ ທີ່ດິນແກ່ຊາວບ້ານແຕ່ຢ່າງໃດ ແລະຍັງບໍ່ມີການເປີດເຜີຍວ່າ ມູລຄ່າການລົງທຶນ ຂອງໂຄງການດັ່ງກ່າວທັງໝົດນີ້ ຫລາຍປານໃດ.

ໃນເດືອນກຸມພາ ປີ 2022 ຜ່ານມາ, ວິທຍຸເອເຊັຽເສຣີ ເຄີຍຕິດຕາມກ່ຽວກັບໂຄງການ ຂຸດຄົ້ນຫິນກາວ ຂອງບໍຣິສັດ ວຽງຈັນພັທນາຫິນກາວ ຈຳກັດ ທີ່ໄດ້ເຂົ້າມາສຳຣວດ ແລະສຶກສາຄວາມເປັນໄປໄດ້ຂອງໂຄງການ ຢູ່ໃນເຂດບ້ານນ້ຳແພດ ເມືອງໝື່ນ ແລະບ້ານຜາສັງ ເມືອງເຟືອງ ແຂວງວຽງຈັນ ເຊິ່ງຊາວບ້ານ ກໍ່ກັງວົນວ່າ ຈະເກີດຜົລກະທົບ ໃນການສູນເສັຽທີ່ດິນ ທຳການກະເສດ ແລະການບໍ່ໄດ້ຮັບຄ່າຊົດເຊີຍ ທີ່ເປັນທັມນຳອີກ. ນອກຈາກເມືອງເຟືອງແລ້ວ ທີ່ມີການຂຸດຄົ້ນແຮ່ທາດ ໃນແຂວງວຽງຈັນ ໃນໄລຍະ 1 ປີ ມານີ້ ຢູ່ເຂດເມືອງສັງທອງ ກໍເປັນອີກເມືອງນຶ່ງ ໃນນະຄອນຫລວງວຽງຈັນ ທີ່ມີການດຳເນີນໂຄງການ ຂຸດຄົ້ນແຮ່ທາດ ຈຳນວນຫລາຍໂຄງການ ເປັນຕົ້ນໂຄງການຂຸດຄົ້ນແຮ່ຄຳ ຂອງບໍຣິສັດ ໂຊກໄຊ ຈະເຣີນ ແຮ່ຄຳ-ເງິນ ຈຳກັດ ຜູ້ດຽວ ຢູ່ເຂດບ້ານໂຄກເພີງ ທີ່ໄດ້ເຊັນສັນຍາ ກັບຣັຖບານລາວ ເມື່ອເດືອນກໍຣະກະດາປີ 2022, ໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ຄຳ ຂອງ ບໍຣິສັດ ແສງຍົກ ບໍ່ແຮ່ຈຳກັດ ຢູ່ບ້ານຫ້ວຍຄຳ ແລະ ໂຄງການຂຸດຄົ້ນ ແຮ່ອື່ນໆ.

ບາງໂຄງການ ກໍຜ່ານຣັຖບານ ແລະບາງໂຄງການກໍບໍ່ຜ່ານ ຣັຖບານ ແລະກໍຫລາຍໂຄງການສົ່ງຜົລກະທົບ ຕໍ່ສິ່ງແວດລ້ອມ ແລະຊີວີດການເປັນຢູ່ ຂອງປະຊາຊົນທ້ອງຖິ່ນ ທີ່ທາງການລາວ ບໍ່ເອົາໃຈໃສ່ໃນການກວດກາ ແລະຄວບຄຸມໂຄງການ ດັ່ງກ່າວ ເທົ່າທີ່ຄວນ. ສບາຍດີ

ເລື່ອງທີ່ອ່ານຫຼາຍ
ສະພາບແວດລ້ອມ
ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.