ທາງການສັ່ງປິດຮ້ານບັນເທີງ ຊົ່ວຄາວ

0:00 / 0:00

ເມື່ອທ້າຽເດືອນມົກຣາ ທີ່ຜ່ານມາ ທາງການລາວ ໄດ້ມີໜັງສືແຈ້ງການ ຈາກຜແນກຖະແຫຼງຂ່າວ, ວັທນະທັມ ແລະ ທ່ອງທ່ຽວ ປະຈຳນະຄອນ ຫຼວງ ວຽງຈັນ ໄປເຖິງຮ້ານບັນເທິງ ຫຼື ດິສໂກເທັກ 5 ຮ້ານ ເພື່ອໃຫ້ປິດກິຈການຊົ່ວຄາວ ເປັນເວລາ 3 ເດືອນ ແລະ 2 ເດືອນ ອັນປະກອບ ດ້ວຽຮ້ານບັນເທິງ ສະຕຣາຣ໌, ໂຣມີໂອ, ພິກຄລັບ, ດາວຄຳ ແລະ ມາຣີນາ. ຫລັງຈາກທາງການໄດ້ ກວດເຫັນວ່າ ຮ້ານບັນເທີງນັ້ນ ເປີດເກີນ ເວລາ ທີ່ທາງການ ກຳນົດໃຫ້ ແລະ ກາຽເປັນແຫຼ່ງມົ້ວສຸມ ຂອງວັຍລຸ້ນ.

ທັງມີການແອບແຝງ ເຮັດໃນສິ່ງທີ່ກົດໝາຽ ຫ້າມໃນສະຖານທີ່ ເຫຼົ່ານັ້ນຢ່າງແຜ່ຫຼາຽ ເປັນຕົ້ນວ່າ ອະນຸຍາດໃຫ້ເດັກນ້ອຽ ອາຍຸ ຕ່ຳກວ່າ 18 ປີ ເຂົ້າໃຊ້ ບໍຣິການ ໂດຽທີ່ບໍ່ມີການ ກວດສອບຄັກແນ່, ມີການລັກລອບ ຄ້າປະເວນີ ແລະມີການກໍ່ເຫດ ວິວາດ ໃຊ້ອາວຸດ ໃນສະຖານທີ່ ບັນເທິງ ເຫຼົ່ານັ້ນ.

ພາຽຫຼັງທີ່ຮ້ານບັນເທິງ 5 ຮ້ານ ດັ່ງກ່າວຖືກສັ່ງປິດ ກິຈການ ຊົ່ວຄາວນັ້ນ ເຮັດໃຫ້ຮ້ານບັນເທິງ ອື່ນໆອັ່ງອໍ ໄປດ້ວຍນັກທ່ອງທ່ຽວ ກາງຄືນ ເປັນຕົ້ນວ່າ ຮ້ານບັນເທິງ ຫວອດຄລັບ ທີ່ຕັ້ງຢູ່ ຖະໜົນ ສີບຸນເຮືອງ, ເມືອງ ຈັນທະບູລີ ຍັງມີການ ເປີດເກີນເວລາ ທີ່ທາງການ ກຳນົດໃຫ້ ແລະ ພວມກາຽ ເປັນແຫຼ່ງ ມົ້ວສຸມ ຂອງວັຍລຸ້ນ. ຫຼາຽຄົນ ກໍວິພາກວິຈານ ກັນວ່າ ເປັນຫຍັງຮ້ານດັ່ງກ່າວ ຄືຍັງເປີດໄດ້ ໃນເມື່ອພຶດຕິກັມ ກໍ່ບໍ່ຕ່າງຫຍັງພໍ ເທົ່າໃດ ຈາກຮ້ານ ທີ່ ຖືກສັ່ງປິດ ແລະ ຍັງສາມາດເປີດເກີນ 12 ໂມງກາງຄືນຢູ່.

ນອກຈາກນັ້ນ ຍັງມີອີກ 10 ຮ້ານບັນເທິງ ທີ່ເປັນເປົ້າໝາຽ ເພື່ອຕິດຕາມ ພຶດຕິກັມ ແລະ 1 ໃນນັ້ນແມ່ນ ຮ້ານ ບັນເທິງ ຫວອດ ຄລັບ.