ຈີນລົງທຶນການກະເສດ ກັບສ້າງ ຜົນກະທົບ

ອຸ່ນແກ້ວ ສຸກສະຫວັນ
2019.03.19
ຊີວິດຂອງລູກນໍ້າຂອງ ໃນເຂດປະເທດລາວ
RFA/TP

ປະເທດຢູ່ຂົງເຂດແມ່ນ້ຳຂອງ ມີ ລາວ, ໄທ, ວຽດນາມ, ກຳພູຊາ ແລະ ພະມ້າ ກຳລັງປະເຊີນກັບບັນຫາ ການສຳປະທານທີ່ດິນປູກພືດ ກະສິກັມ ສົ່ງອອກ ຊຶ່ງມັນສົ່ງຜົນກະທົບ ຕໍ່ການໃຊ້ຊີວິດ ຂອງຊາວບ້ານຢູ່ເຂດຊົນນະບົດ.

ມາເຖິງປັດຈຸບັນ ມີການສໍາປະທານທີ່ດິນ ເຮັດກະສິກັມຫລາຍຂຶ້ນ ເພື່ອປູກມັນຕົ້ນ, ສາລີ, ອ້ອຍ, ຢາງພາຣາ ແລະພືດອື່ນໆ ມີເຖິງ 54 ເຮັກຕາ ຢູ່ໃນ 5 ປະເທດ ນີ້, ເພື່ອສົ່ງອອກໄປຂາຍຢູ່ປະເທດຈີນ.  ມູນຄ່າການສົ່ງອອກ ໃນປີ 2015 ແມ່ນຫຼາຍກວ່າ 100 ຕື້ ໂດລາ ເພີ້ມຂຶ້ນຈາກ 30 ຕື້ໂດລາ ໃນປີ 1996 ອີງຕາມຂໍ້ມູນຈາກ ທ່ານ Jean-Christophe ທີ່ປຶກສາປຶກສາໂຄງການຄຸ້ມຄອງ ທີ່ດິນຂົງເຂດ ແມ່ນ້ຳຂອງ ທີ່ມີຫ້ອງການ ຢູ່ປະເທດ ກຳພູຊາ ໄດ້ກ່າວຕໍ່ເອເຊັຽເສຣີວ່າ:

"ປະເທດຈີນ ເປັນໂຕແປ ທີ່ສຳຄັນຂອງການຜລິດກະສິກັມ ຖ້າທ່ານເບິ່ງການຄ້າ ໃນລະດັບຂົງເຂດ ຈະເຫັນວ່າ ມີສິນຄ້າກະສິກັມ ຈາກ ປະເທດລາວ ກຳພູຊາ ແລະ ພະມ້າ ເກືອບທັງໝົດແມ່ນສົ່ງໄປ ປະເທດຈີນ ສ່ວນວ່າ ປະເທດໄທ ແລະ ວຽດນາມ ແມ່ນມີການແປຮູບ ກ່ອນ ແລ້ວຈຶ່ງສົ່ງອອກຂາຍ ໄປປະເທດຈີນ."

ການເພີ້ມຂຶ້ນຂອງເນື້ອທີ່ຜລິດກະສິກັມ ແບບສົ່ງອອກໃນທາງນຶ່ງ ກໍເຮັດໃຫ້ລວມຍອດຜລິຕພັນພາຍໃນເພີ້ມຂຶ້ນ, ແຕ່ອີກດ້ານນຶ່ງມັນກໍສົ່ງ ຜົນກະທົບຕໍ່ຄຸນນະພາບຊີວິດ ແລະ ການໃຊ້ຊີວິດ ຂອງຊາວກະສິກອນຂະໜາດນ້ອຍ. ດັ່ງທ່ານ Jean-Christophe ອີກວ່າ:

"ພວກເຮົາເຫັນແນວໂນ້ມ ທີຊັດເຈນວ່າການພັທນາ ຂອງບໍຣິສັດຂນາດໃຫຍ່ ທີ່ຜລິດກະສິກັມຈະສົ່ງຜົນກະທົບທາງລົບ ຕໍ່ຄຸນນະພາບຊີວິດ ແລະ ການໃຊ້ຊີວິດຂອງຊາວກະສິກອນກຸ່ມນ້ອຍນ້ອຍ."

ການສຳປະທານທີ່ດິນປູກພືດ ອຸດສາຫະກັມ ໄປກວມເອົາທີ່ດິນທຳກິນ ຂອງປະຊາຊົນ ບັນຫາທີ່ຕາມາກໍຄື ມັນປະຊາຊົນຢູ່ເຂດຊົນນະບົດ ຫລັ່ງໄຫລເຂົ້າໄປໃນຕົວເມືອງ ແລະ ໄປເປັນແຮງງານ ເຄື່ອນທີ່ຢູ່ປະເທດເພືອນບ້ານ ແລະບາງກໍຣະນີ ຊາວກະສິກອນກໍຈະເຂົ້າໄປ ບຸກເບີກເນື້ອທີ່ດິນ ເພີ້ມຂຶ້ນ.

ໃນຂນະທີ່ ເນື້ອທີ່ດິນກະສິກັມ ເພີ້ມຂຶ້ນ ຈາກ 45 ລ້ານ ເຮັກຕາ ໃນປີ 1996 ມາເປັນ 54 ລ້ານ ເຮັກຕາ ໃນປີ 2015, ແຕ່ເນື້ອທີ່ປ່າໄມ້ ທັມມະຊາດຫລຸດລົງເຖີງ 4 ເປີເຊັນ.

ທ່ານ Micah Ingalls ຈາກສູນພັທນາ ແລະ ສິ່ງແວດລ້ອມ ຂອງມະຫາວິທຍາໄລເບີນ ຈາກ ປະເທດ ສະວິດເຊິແລັນ ໄດ້ໃຫ້ສຳພາດຕໍ່ ວິທຍຸເອເຊັຽເສຣີ ວ່າ: ເຊີນຟັງການສັມພາດ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.