ປຸຍເຄມີ ຖືກນໍາໃຊ້ແບບ ຂາດການ ຄວບຄຸມ

ອະວາຣີ
2019.04.03
f-garden ສວນຄົວ ປູກຜັກ ຂອງຊາວບ້ານ ທີ່ອາສັຍຢູ່ຕາມລຽບແມ່ນໍ້າຂອງ
RFA

ຊາວກະສິກອນລາວ ໃຊ້ສານເຄມີເຂົ້າໃນການຜລິດຫລາຍ ນັບແຕ່ການປູກຜັກ ໝາກແຕງ ແລະໝາກຖົ່ວ ໄປເຖິງການປູກເຂົ້າແລະສາລີ, ອີງຕາມຄຳເວົ້າ ຂອງຊາວກະສິກອນລາວ ຫລາຍຄົນໃນຫລາຍເຂດຫລາຍແຂວງ. ຊາວກະສິກອນຜູ້ນຶ່ງ ຊຶ່ງປັດຈຸບັນ ກຳລັງປູກໝາກແຕງ ຂາຍ ຢູ່ເມືອງປາກກະດິງ ແຂວງບໍຣິຄຳໄຊ ໄດ້ຍອມຮັບກັບຂ້າພະເຈົ້າວ່າ:

“ເຮັດສວນໝາກແຕງ ປູກໝາກແຕງຂາຍ; ປູກໝາກແຕງຂາຍ ໄດ້ໃຊ້ສານເຄມີບໍ່?; ກໍໃຊ້ ໃຊ້ປຸຍໃຊ້ອັນນັ້ນແຫຼະ ປຸຍເຄມີ ພວກອັນນັ້ນ ໃຊ້ຢາຂ້າແມງໄມ້ ຫັ່ນແຫຼະ ໃຊ້ຢາຂ້າບົ້ງກັບຂ້າຫຍ້າຫັ່ນແຫຼະ; ແລະ ໄດ້ໃຊ້ຢາຫຍັງບໍ່ເພື່ອເຮັດໃຫ້ມັນໃຫຍ່ໄວ? ເອີກໍມີຫັ່ນແຫລະ ປະເພດຢາ ເຂົາສີດເຮັດໃຫ້ມັນໃຫຍ່ກໍມີ ຢາບຳລຸງ; ທາງບ້ານທາງເມືອງເຂົາ ບໍ່ມີຂໍ້ຫ້າມບໍ່ວ່າ ຫ້າມໃຊ້ສານເຄມີ ຫ້າມໃຊ້ຢາຂ້າຫຍ້າ ຫ້າມໃຊ້ຢາຂ້າແມງໄມ້ບໍ່ມີບໍ່? ບໍ່ ບໍ່ມີໃຜຫ້າມດອກ ບໍ່ມີຂໍ້ຫ້າມ ໃຜເຮັດໄດ້ກໍແລ້ວ ບໍ່ມີຂໍ້ຫ້າມ.”

ຊາວກະສິກອນຜູ້ນີ້ເປີດເຜີຍອີກວ່າ ເວລາເຮັດນາ ຊາວນາໃນບ້ານນີ້ຫລາຍຄົນ ກໍໃສ່ປຸຍເຄມີໃນນາ ໂດຍສະເພາະຜູ້ມີນາດິນຈືດ ທົ່ງນາ ຢູ່ໄກບ້ານ ແລະເຮັດນາເພື່ອຂາຍ. ແຕ່ສຳຣັບຜູ້ມີນາຢູ່ຕີນບ້ານ ກໍບໍ່ຈຳເປັນໃສ່ປຸຍ. ຊາວນາເຂົາຮູ້ດີວ່າ ຖ້າບໍ່ຈຳເປັນ ກໍບໍ່ຢາກໃຊ້ປຸຍເຄມີ ເພາະສານເຄມີ ນອກຈາກຈະມີຣາຄາແພງແລ້ວ ຍັງເປັນໄພອັນຕະຣາຍ ຕໍ່ດິນ ປາແລະກົບຂຽດ. ແຕ່ກ່ອນ ເວລາໄຖນາຄາດນາ ຊາວນາ ສາມາດເກັບປາຂີ້ຄາດ ຊຶ່ງສ່ວນຫຼາຍກໍແມ່ນ ປາເຂັງ ປາດຸກ ປາຄໍ່ນ້ອຍໄດ້ຫຼາຍເຕີບ ແຕ່ປັດຈຸບັນ ປາກົບຂຽດຕາຍໝົດແລ້ວ ສາເຫດ ສ່ວນນຶ່ງກໍຍ້ອນການໃຊ້ສານເຄມີ.

ຄອບຄົວນຶ່ງຢູ່ບ້ານທ່າພະ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ທີ່ຍຶດອາຊີບເຮັດສວນຜັກ ຊຶ່ງມີຜັກບົ່ວ ຜັກກາດ ໝາກເລັ່ນ ໝາກຖົ່ວ ແລະໝາກແຕງ ສົ່ງຂາຍຕລາດນະຄອນຫລວງວຽງຈັນ ເປັນປະຈຳ ເປີດເຜີຍວ່າ ພວກເຂົາຈຳເປັນຕ້ອງໃຊ້ປຸຍ ຢາຂ້າຫຍ້າ ຢາຂ້າແມງໄມ້ ແລະຢາເລັ່ງໃຫ້ຜົນຜລິດໃຫຍ່ໄວ. ສອງຜົວເມັຍຄູ່ນີ້ ທີ່ບໍ່ປະສົງບອກຊື່ແລະອອກສຽງ ອະທິບາຍວ່າ ພວກພໍ່ຄ້າແມ່ຄ້າ ມາຮັບຊື້ຜົນຜລິດກັບພວກເຂົາເຈົ້າ ເປັນປະຈຳທຸກໆສາມມື້; ເມື່ອພວກພໍ່ຄ້າແມ່ຄ້າໃກ້ຈະມາຮັບຊື້ ພວກເຂົາ ຈຳເປັນຕ້ອງສີດຢາເລັ່ງ ໃຫ້ໝາກແຕງໝາກຖົ່ວໃຫ້ໃຫຍ່ໄວ ໃຫ້ທັນເວລາພວກພໍ່ຄ້າແມ່ຄ້າມາຮັບຊື້.

ຜູ້ບໍຣິໂພກຄົນນຶ່ງຢູ່ເມືອງທ່າແຂກ ແຂວງຄຳມ່ວນ ຈົ່ມວ່າ ແຕ່ກ່ອນ ເຂົາມັກຊື້ໝາກຖົ່ວຍາວຈາກຕລາດ ມາຕຳເລື້ອຍ; ເວລາຊື້ໃໝ່ໆ ໝາກຖົ່ວເບິ່ງຄືງາມໃຫຍ່ ຕຶງມີນ້ຳມີນວນຢູ່ ແຕ່ເວລາປະໄວ້ຢູ່ຕູ້ເຢັນສອງສາມມື້ ໝາກຖົ່ວກໍຫ່ຽວ. ເຂົາເຊື່ອວ່າ ເປັນຍ້ອນສີດຢາເຄມີ ເລັ່ງໃຫ້ໃຫຍ່ໄວ ໝາກຖົ່ວຈຶ່ງຫ່ຽວໄວ. ປັດຈຸບັນ ຄອບຄົວເຂົາ ບໍ່ຊື້ຜັກແລະໝາກໄມ້ຈາກ ຕລາດມາກິນແລ້ວ ປູກກິນເອງ.

ເຊັ່ນດຽວກັນ ອາດີດເຈົ້າໜ້າທີ່ທ່ານນຶ່ງ ຊຶ່ງປັດຈຸບັນອອກບຳນານແລ້ວ ແລະຫາກໍຍ້າຍອອກຈາກເມືອງຫລວງ ໄປຢູ່ເມືອງສັງທອງ ນະຄອນຫລວງວຽງຈັນ ກໍເລົ່າເຫດຜົນໃນການໂຍກຍ້າຍວ່າ ເຂົາຢ້ານເບື່ອອາຫານ ທີ່ຊື້ຈາກຕລາດໃນເມືອງ ເພາະ ອາຫານ ສ່ວນຫລາຍ ເຊັ່ນຜັກ ໝາກໄມ້ ຊິ້ນ ໝູ ປາເປັດໄກ່ ລ້ວນແຕ່ມີສານເຄມີ ທັງນັ້ນ ໂດຍສະເພາະຊິ້ນໝູ ທີ່ຖືກລັກລອບເຂົ້າມາຈາກຈີນ ແລະວຽດນາມ ທີ່ກຳລັງມີການຣະບາດອະຫິວາໝູ ຢູ່ໃນຂນະນີ້. ເຂົາເຊື່ອວ່າ ເຖິງຈະລ້າງດີປານໃດ ກໍຕາມ ອາຫານຈາກຕລາດ ກໍຍັງມີສານເຄມີ ເຈືອປົນຢູ່. ເພື່ອຫລີກລ້ຽງອາຫານເປັນພິດ ເຂົາຈຶ່ງຕັດສິນໃຈຍ້າຍມາຢູ່ບ້ານນອກ ເພື່ອປູກຜັກ ລ້ຽງເປັດລ້ຽງໄກ່ ແລະລ້ຽງປາກິນເອງ ປອດໄພກວ່າ.

ປັດຈຸບັນ ທາງການລາວ ກໍໄດ້ກວດກາຜັກ ໝາກໄມ້ ຊິ້ນປາອາຫານເຂັ້ມງວດຂື້ນ; ຕົວຢ່າງເຈົ້າໜ້າທີ່ຜແນກອຸດສາຫະກັມ ແລະການຄ້າ ກັບເຈົ້າໜ້າທີ່ຜແນກກະສິກັມ ແລະປ່າໄມ້ ແຂວງ ບໍຣິຄຳໄຊ ກຳລັງກວດກາສິນຄ້າອາຫານເປັນຕົ້ນ ໝູ ອາຫານ ທະເລ ຜັກແລະໝັກໄມ້ຢູ່ ຕລາດແລະດ່ານສາກົນ ໃນແຂວງບໍຣິຄຳໄຊ ກໍຊີ້ແຈງກັບວິທຍຸເອເຊັຍເສຣີ ເມື່ອວັນທີ່ 28 ມິນານີ້ວ່າ:

“ທາງຜແນກກະສິກັມປ່າໄມ້ ມີກົດໝາຍ ດຳຣັດແລະແຈ້ງການ ຫ້າມການນຳໃຊ້ເຂົ້າໃນການຜລິດ ຢາ ຢາຂ້າຫຍ້າກັບຢາຂ້າແມງໄມ້ ເພິ່ນຫ້າມເດັດຂາດເດ໋ ເຂົ້າໃນການ ຜລິດ ແຕ່ປະຊາຊົນເຮົາໃຊ້ແນວໃດ ກໍຍັງບໍ່ຮູ້.”

ຢູ່ແຂວງສວັນນະເຂດ ເຈົ້າໜ້າທີ່ກໍໄດ້ກວດກາອາຫານທະເລ ຊິ້ນ ຜັກແລະໝາກໄມ້ຢູ່ ຕລາດສາມັກຄີໄຊ ເທສບານແຂວງ ເມື່ອອາທິດ ທີ່ຜ່ານມາ. ແຕ່ເຈົ້າໜ້າທີ່ໃນຫລາຍເມືອງຫລາຍແຂວງ ກໍຍອມຮັບວ່າ ພວກເຂົາບໍ່ສາມາດກວດກາ ໄດ້ຢ່າງທົ່ວເຖິງ.

ເຖິງຢ່າງໃດກໍດີ ສຳຣັບເຂົ້າ ທີ່ປູກພາຍໃນປະເທດ ຊາວນາຫລາຍຄົນ ກໍບໍ່ໄດ້ໃສ່ປຸຍເຄມີ ໃນນາເລີຍ ຕົວຢ່າງຊາວນາ ຢູ່ເມືອງກາສີ ແຂວງວຽງຈັນ ເວົ້າວ່າ:

“ບໍ່ ເຂົາບໍ່ໃຊ້ ເຂົາປູກຕາມທັມມະຊາດ ນີ່ໜ໋າ ບໍ່ວ່ານເດີ ປຸຍເຂົາບໍ່ໃຊ້ ມີແຕ່ບໍ່ໃຊ້ ເຂົ້າຍັງງາມ.”

ກ່ອນນີ້ ມີຣາຍງານຂ່າວວ່າ ມີການໃຊ້ສານເຄມີ ໂດຍສະເພາະຢາຂ້າຫຍ້າ ແລະຢາຂ້າແມງ ໄມ້ຢູ່ສວນກ້ວຍຂອງຈີນ ໃນລາວຫລາຍ ຈົນທາງການລາວ ກໍໄດ້ໃຊ້ມາຕການກວດກາ ແລະຫ້າມປາມແດ່ແລ້ວ.

ເມື່ອປີ 2017 ເຈົ້າໜ້າທີ່ໂຄງການສົ່ງເສີມກະສິກັມຮອບດ້ານ ໄດ້ກວດເລືອດຂອງປະຊາຊົນ ແຂວງຊຽງຂວາງ ນຶ່ງພັນຄົນ ຜົນປະກົດວ່າ ໃນນຶ່ງພັນຄົນນັ້ນ ມີຊາວຊຽງຂວາງເຖິງ 960 ຄົນ ຫລື 96 ສ່ວນຮ້ອຍ ມີສານເຄມີ ຕົກຄ້າງໃນຮ່າງກາຍ ແລະ ເຈົ້າໜ້າທີ່ ຜແນກກະສິກັມ ແລະປ່າໄມ້ແຂວງ ກໍຍອມຮັບວ່າ ເປັນຍ້ອນມີການໃຊ້ສານເຄມີ ຫລາຍໃນສວນປູກສາລີ ພາຍໃນແຂວງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.