ຂ. ວຽງຈັນ ກວດກາໂຮງງານ ຜລິດພລາສຕິກ ຂອງຈີນ

ພູວົງສ໌
2019.01.22
ທັມມະຊາດ ນໍ້າຊອງ ເມືອງວັງວຽງ ແຂວງວຽງຈັນ
RFA

ຫຼາຍພາກສ່ວນ ຂອງທາງການເມືອງແກ້ວອຸດົມ, ແຂວງວຽງຈັນ ກຳລັງ ລົງກວດກາ ໂຮງງານຜລິດພລາສຕິກ ຂອງບໍຣິສັດ ຊີຊິ້ນ, ເຊິ່ງຄົນຈີນ ເປັນເຈົ້າຂອງ ທີ່ຕັ້ງຢູ່ເຂດ ບ້ານໂພນຄຳ ພາຍຫຼັງ ກວດພົບວ່າ ໂຮງງານແຫ່ງດັ່ງກ່າວ ໄດ້ປ່ອຍນ້ຳເສັຽ ຈາກການລ້າງ ເສດຂີ້ເຫຍື້ອ ໃນໂຮງງານ ແລ້ວໄຫຼລົງສູ່ນ້ຳລີກ, ເຊິ່ງອາຈເປັນບັນຫາ ຮ້າຍແຮງ ຕໍ່ສິ່ງແວດລ້ອມ ໃນອະນາຄົດ ຖ້າຫາກບໍ່ຮີບຮ້ອນ ແກ້ໄຂ, ດັ່ງເຈົ້າໜ້າທີ່ ແຂວງວຽງຈັນ ທ່ານນຶ່ງ ໄດ້ກ່າວຕໍ່ ຜູ້ສື່ຂ່າວ ເອເຊັຽເສຣີ ໃນມື້ວັນທີ 21 ມົກກະຣາ ນີ້ວ່າ:

“ດຽວນີ້ ຂະເຈົ້າ ກະຍັງກວດກາກັນຢູ່ ປ່ອຍລົງນ້ຳມັນກະມີ ຜົລກະທົບຫັ້ນແຫຼະ ມັນລົງນ້ຳລີກເດ ຕໍ່ທໍ່ອອກ ລົງມານ່າ. ຜົລກະທົບ ຍັງບໍ່ຫຼາຍ ມັນເຣີ້ມປ່ອຍ ມັນເຣີ້ມເຮັດເດ. ສິ່ງແວດລ້ອມນີ້ນ່າ ກະລົງກວດກາ ລົງຕິດຕາມ ເບິ່ງວ່າ ມັນຊິເປັນແນວໃດ?.”

ທ່ານກ່າວຕື່ມວ່າ ໂຮງງານແຫ່ງດັ່ງກ່າວ ໄດ້ເຣີ່ມການຜລິດ ມາຕັ້ງແຕ່ ເດືອນສິງຫາ ປີ 2018 ແລະ ມີອາຍຸ ສັມປະທານ 50 ປີ, ໂດຍເຣີ້ມ ສົ່ງຜົລກະທົບ ຕໍ່ສິ່ງແວດລ້ອມ ມາຕັ້ງແຕ່ ເດືອນທີ່ແລ້ວ. ສາເຫຕ ທີ່ໂຮງງານ ແຫ່ງດັ່ງກ່າວ ໄດ້ເຮັດທໍ່ ປ່ອຍນ້ຳເສັຽ ລົງໃສ່ນ້ຳລີກ ໂດຍກົງນັ້ນ ຍ້ອນວ່າ ໂຮງງານ ບໍ່ມີອ່າງບຳບັດນ້ຳເສັຽ, ເຊິ່ງທາງພາກສ່ວນກ່ຽວຂ້ອງ ກໍກຳລັງ ຢູ່ໃນຂັ້ນຕອນ ເລັ່ງໃຫ້ທາງໂຮງງານ ສ້າງອ່າງບຳບັດ ແລະ ຍຸຕິ ປ່ອຍນ້ຳເສັຽ ລົງສູ່ນ້ຳລີກ. ຈາກນັ້ນ, ຈະມີການຕິດຕາມ ການແກ້ບັນຫາ ເລື້ອຍໆ, ແຕ່ຫາກພົບວ່າ ບໍ່ມີຄວາມຄືບໜ້າ ໃນການ ແກ້ບັນຫາ ກໍອາຈຖືກລົງໂທສ ເຖິງຂັ້ນໃຫ້ປິດໂຮງງານ.

ທ່ານກ່າວມ້ວນທ້າຍວ່າ ການທີ່ນັກລົງທຶນຈີນ ເຂົ້າມາສ້າງໂຮງງານອຸດສາຫະກຳ ໃນລາວ ແລ້ວເຮັດໃຫ້ເກີດ ບັນຫາຕໍ່ສິ່ງແວດລ້ອມ ແລະ ຊຸມຊົນຢູ່ນັ້ນ ຍ້ອນວ່າ ຂະເຈົ້າ ຍັງຖືເບົາ ຕໍ່ການປ້ອງກັນ ຜົລກະທົບ, ເຊິ່ງສ່ວນໃຫຍ່ ຈະເນັ້ນແຕ່ວ່າ ເຮັດແນວໃດ ໃຫ້ໄດ້ກຳໄລ ຫຼາຍທີ່ສຸດ ຈຶ່ງກາຍເປັນ ບັນຫາສຳຄັນ ທີ່ທາງການລາວ ຕ້ອງແກ້ໄຂຕໍ່ໄປ.

ກ່ອນໜ້ານີ້, ຄືເມື່ອ ເດືອນທັນວາ 2018 ປະຊາຊົນ ຫຼາຍຄອບຄົວ ໃນເຂດບ້ານໂພນຄຳ ຫາກໍໄດ້ຮັບຄວາມເດືອດຮ້ອນ ຍ້ອນໂຮງງານ ດັ່ງກ່າວ ໄດ້ສັ່ງໃຫ້ ຣົດບັນທຸກ ນຳຂີ້ເຫຍື້ອ ຈາກໄທ ມາຖິ້ມກອງລວມກັນ ຢູ່ໜ້າໂຮງງານ ເພື່ອຄັດແຍກ ນຳໄປຜລິດພລາສຕິກ ສົ່ງຜົລ ໃຫ້ເກີດກິ່ນເໝັນ ຈາກກອງຂີ້ເຫຍື້ອ, ແຕ່ຫຼ້າສຸດ ກໍມີ ຣາຍງານວ່າ ກິ່ນເໝັນນັ້ນ ໄດ້ຫຼຸດລົງແລ້ວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.