ຈີນຕ້ອງເກັບກ້ວຍອອກພາຍໃນ ທ້າຍປີ

0:00 / 0:00

ເມືອງລອງ ແຂວງຫລວງນ້ຳທາ ຈະໃຫ້ບໍຣິສັດ ປູກກ້ວຍຈີນ ເກັບຜົລປູກ ອອກໃຫ້ຫມົດ ໃນທ້າຍປີນີ້ ເພື່ອໃຫ້ເປັນໄປ ຕາມຄຳສັ່ງຂອງ ຣັຖບານ ໃຫ້ຢຸດເຊົາການປູກກ້ວຍ. ປັດຈຸບັນ ນັກລົງທຶນຈີນ ທີ່ມາເຊົ່າດິນ ປູກກ້ວຍ ໃນແຂວງຫລວງນ້ຳທາ ກໍໄດ້ກັບເມືອ ປະເທດຈີນ ຫຼາຍຄົນແລ້ວ ທີ່ຍັງເຫລືອຢູ່ ກໍລໍຖ້າ ເກັບຜົລປູກ. ດັ່ງເຈ້າຫນ້າທີ່ ຫ້ອງການ ການລົງທຶນ ທີ່ເມືອງລອງ ທ່ານນຶ່ງກ່າວ ໃນວັນທີ 11 ຕຸລານີ້ວ່າ:

"ດຽວນີ້ຂະເຈົ້າມີຄຳສັ່ງ ຂອງຣັຖບານໃຫ້ໂຈະແລ້ວເນາະ ດຽວນີ້ຂະເຈົ້າກຳລັງຢຸດເຊົາ ຢຸດລົງຫລາຍແລ້ວ ແຕ່ວ່າເຫັນຂະເຈົ້າ ວ່າໃນປີ 2017 ນີ້ຈະໃຫ້ລົບລ້າງ ໃຫ້ຫມົດວ່າຊີ້ ຂະເຈົ້າໃຫ້ເອົາ ກ້ວຍອອກ ແມ່ນສຸດທ້າຍ ແມ່ນຫຍັງນີ້ນະ ກະຊີ່ແມ່ນປີນີ້ຫມົດ".

ທ່ານວ່າ ປັດຈຸບັນເນື້ອທີ່ ປູກກ້ວຍຢູ່ເມືອງລອງ ຍັງເຫລືອຢູ່ປະມານ 100 ເຮັກຕາ ໂດຍສະເພາະ ທີ່ບ້ານຈອມຫມອກ ກໍຈະຖືກລົບລ້າງ ພາຍໃນປີນີ້ ຍ້ອນໄດ້ສົ່ງມົລພີດ ແລະ ສານເຄມີ ຕໍ່ ສີ່ງແວດລ້ອມ ທ່ານກ່າວຕື່ມວ່າ:

"ຈອມຫມອກນີ້ ມັນເປັນເນີນເປັນພູ ເຂົາປູກບໍ່ທັນຫມົດຕາມສັນຍາ ເຮັດຫມົດສັນຍາ ກໍຈະສິໄດ້ລົບລ້າງຫັ້ນແຫລະ ໂຕນີ້ຜົລກະທົບ ກໍມີ ຫັ້ນແຫລະ ກໍຕາມຫ້ວຍນ້ຳກັນຫັ້ນ ເຣື້ອງຖີ້ມຖົງຢອກຖົງຢາງ ສີດຢອກສີດຢາ ມັນກໍຫຼາຍອັນຫຼາຍແນວຫັ້ນແຫຼະ ຫ້ອງການສີ່ງແວດລ້ອມ ກໍສະກັດກັ້ນ".

ວິທຍຸເອເຊັຽເສຣີໄດ້ໂທຣະສັບ ໄປຖາມຫ້ອງການ ກະສິກັມແລະປ່າໄມ້ ເມືອງລອງ ກ່ຽວກັບເນື້ອທີ່ປູກກ້ວຍ ທີ່ຍັງເຫລືອຢູ່ ເຈົ້າຫນ້າທີ່ ກ່ຽວຂ້ອງ ບອກວ່າ ຍັງບໍ່ມີຂໍ້ມູນ ທີ່ແຈ່ມແຈ້ງ. ສຳລັບຢູ່ເມືອງ ສີງ ນັ້ນກໍສາມາດ ລົບລ້າງ ການປູກກ້ວຍໄປແລ້ວ ເມື່ອເດືອນກ່ອນ.