ຊາວບ້ານໃກ້ເຂື່ອນຢ້ານ ນ້ຳຖ້ວມ

ສິດນີ
2017.05.25
F-Namkhan3 ໝູ່ບ້ານຈັດສັນ ຂອງປະຊາຊົນ ທີ່ຖືກໂຍກຍ້າຍຈາກ ເຂື່ອນນໍ້າຄານ 3
Screen captured

ຊາວບ້ານຢູ່ໃກ້ເຂດໂຄງການ ເຂື່ອນນ້ຳຄານ 3 ໂດຍສະເພາະ ທີ່ບ້ານສາມັດຄີໄຊ ເມືອງຊຽງເງິນ ແຂວງຫຼວງພຣະບາງ ມີຄວາມກັງວົນ ກ່ຽວກັບນ້ຳຖ້ວມ ໃນຣະດູຝົນ ເນື້ອທີ່ໄຮ່ນາ ຂອງພວກຂະເຈົ້າ ຖືກນ້ຳຖ້ວມ ໄປຫມົດ. ດັ່ງຊາວບ້ານ ທ່ານນຶ່ງເວົ້າວ່າ:

"ໃນຫາກໍເລີ້ມຕົກຕຣອດ ປະຊາຊົນ ກໍມີຄວາມກັງວົນຢູ່ ຊ່ວງຣະຍະເດືອນແປດ ເລີ້ມເຂົ້າເດືອນແປດ ລະແມ່ນແຕ່ລະປີ ມີສະພາບພັຍພິບັດ ນ້ຳຖ້ວມນີ້ແຫລະ ກັງວົນຕົວດຽວ ນີ້ແຫລະ ທຸກປີ ເດືອນແປດ ນ້ຳໃຫຍ່ພິເສດ ເມືອງຊຽງເງິນ".

ປະຊາຊົນທ່ານນີ້ ກ່າວຕໍ່ໄປວ່າ ຫລັງຈາກສ້າງເຂຶ່ອນ ນ້ຳຄານ 3 ຣະດັບນ້ຳ ໃນແມ່ນ້ຳຄານ ກໍປ່ຽນໄປ ບາງເທື່ອກໍແລ້ງ ບາງເທື່ອກໍຫລາຍ ຊຶ່ງໃນຣະດູຝົນ ປີກາຍ ທາງເຂື່ອນ ກໍໄດ້ປ່ອຍນ້ຳ ລົງມາ ເຮັດໃຫ້ນ້ຳຖ້ວມນາ ຂອງ ປະຊາຊົນ ເສັຍຫາຍ ຢ່າງຫນັກ:

"ບັດນີ້ແຫ້ງ ບັດນີ້ຂື້ນໆຫລາຍໆ ແຕ່ວ່າເຣື້ອງແຫ້ງເກີນໄປ ກໍບໍ່ແຫ້ງ ແຕ່ວ່າປົກກະຕິ ແຕ່ມັນກໍຫລາຍ ເຂົາປອຍຫລາຍ ນັ້ນນະ ຂະເຈົ້າບໍ່ ສາມາດ ຄຸ້ມຄອງ ໃນການ ປ່ອຍນ້ຳໄດ້ ເຂົາປ່ອຍນ້ຳ ຫລາຍບາດດຽວ ເອົາບໍ່ທັນ".

ທ່ານວ່າເຫດນ້ຳຖວ້ມ ວ່າງປີກາຍ ການປ່ອຍນ້ຳ ຈາກເຂື່ອນນ້ຳຄານ 3 ກໍຈະມີການແຈ້ງເຕືອນ ປະຊາຊົນ ທຸກຄັ້ງ ແຕ່ປ່ອຍຫຼາຍ ເກີນໄປ ບາດດຽວ ເຮັດໃຫ້ນ້ຳໄຫຼແຮງ ແລະຖ້ວມໄຮ່ນາ ຂອງປະຊາຊົນ ຢ່າງກະທັນຫັນ ສ້າງຄວາມເສັຽຫາຍ ໃຫ້ແກ່ຜົລປູກ ຂອງພວກ ຂະເຈົ້າ.

ເມືອງຊຽງເງິນ ແຂວງຫລວງພຣະບາງ ມີການສ້າງ ເຂື່ອນ ໃສ່ນ້ຳຄານ ສອງແຫ່ງຄື; ເຂື່ອນນ້ຳຄານ 2ແລະ3 ປັດຈຸບັນ ໄດ້ເປີດບໍຣິການ ໃຊ້ຫມົດແລ້ວ ປະຊາຊົນ ຜູ້ທີ່ໄດ້ຮັບ ຜົລກະທົບ ປະມານ 655 ຄອບຄອບ ຖືກໂຍກຍ້າຍ ໄປຢູ່ບ້ານ ຈັດສັນໃຫມ່ ແຕ່ບ່ອນ ປູກຝັງ ຂອງ ພວກຂະເຈົ້າ ກໍຢູ່ຕາມ ແຄມນ້ຳຄານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.