ການປູກຕົ້ນໄມ້ ທົດແທນບໍ່ໄດ້ຜົລ

0:00 / 0:00

ໂຄງການ ປູກຕົ້ນໄມ້ ທົດແທນ ໃນລາວ ບໍ່ປະສົບ ຜົລສຳເຣັດ ໃນຣະຍະ ທີ່ຜ່ານມາ.

ເຈົ້າຫນ້າທີ່ ກະສິກັມ ແລະປ່າໄມ້ ທ່ານນຶ່ງ ເວົ້າວ່າ ໂຄງການ ປູກຕົ້ນໄມ້ ທົດແທນ ຂອງ ຣັຖບານລາວ ໃນທົ່ວປະເທດ ໃນຣະຍະ ທີ່ຜ່ານມາ ບໍ່ປະສົບ ຄວາມສຳເຣັດ ເທົ່າທີ່ຄວນ ເນຶ່ອງຈາກວ່າ ປູກຊະຊາຍ ຂາດການເບີ່ງແຍງ ແລະ ຮັກສາ ຢ່າງຈິງຈັງ ເຮັດໃຫ້ຕົ້ນໄມ້ ທີ່ປູກ ໄປແລ້ວນັ້ນ ຕາຍໄປ ໃນຫລາຍ ພື້ນທີ່. ທ່ານເວົ້າ ໃນຕອນນຶ່ງວ່າ:

"ໃນປີຜ່ານມາ ການປູກໄມ້ ມັນເປັນ ໄມ້ ຂອງ ບຸກຄົນແດ່ ໄມ້ຂອງ ບໍຣິສັດແດ່ ໄມ້ທົ່ວໄປ ເປັນໄມ້ ອຸດສາຫະກັມ ຍາງພາລາ ຄັນຊີ່ ເວົ້າເຣື້ອງ ປູກທົດແທນ ປູກຕາມດົງ ຕາມປ່າ ທີ່ວ່າ ເຮົາໄດ້ ຂຸດໂຄ່ນແລ້ວ ປູກຟື້ນຟູ ນັ້ນ ບັນຫາ ມັນ ປາສຈາກ ບໍ່ໄດ້ ເຣື້ອງການ ລັກຕັດ ຂອງ ກຸ່ມຄົນບໍ່ດີ".

ທ່ານວ່າ ຖ້າຫາກໃຫ້ ສລຸບຜົລ ໃນໂຄງການ ປູກຕົ້ນໄມ້ ທົດແທນ ຂອງ ຣັຖບານ ໃນທົ່ວປະເທດ ໃນອະດີດ ຖືວ່າ ຍັງບໍ່ປະສົບ ຜົລສຳເຣັດ ເທົ່າທີ່ຄວນ ຍ້ອນວ່າ ຣະບົບ ການປູກ ບໍ່ເປັນຣະບຽບ ປູກກະຈັກ ກະຈ່າຍ ໄປທົ່ວ ຂາດການ ເບີ່ງແຍງ ຕົ້ນໄມ້ ບໍ່ເຕີບໂຕ ແລະ ກໍປູກ ຫນ້ອຍກວ່າ ຈຳນວນໄມ້ ທີ່ ຖືກຕັດໄປ.

ທ່ານ ວິໄລວັນ ພິມເຂ ຣັຖມົນຕຣີ ກະຊວງ ກະສິກັມ ແລະປ່າໄມ້ ເຄີຍໄດ້ເວົ້າວ່າ ໃນສົກປີນີ້ ທາງການ ມີແຜນການ ຈະປູກປ່າ ໃຫ້ໄດ້ 30 ພັນ ເຮັກຕາ ໃນທົ່ວປະເທດ ແລະ ໄດ້ຕັ້ງ ເປົ້າວ່າ ຈະຟື້ນຟູ ປ່າຜລິດ ໃຫ້ໄດ້ 60 ພັນ ເຮັກຕາ.
ພາຍໃນປີ 2020 ທາງການລາວ ມີແຜນການ ຈະເພີ້ມຄວາມ ຫນາແຫນ້ນ ຂອງ ປ່າໄມ້ ທີ່ມີຢູ່ ປະມານ 40% ໃນປັດຈຸບັນ ໃຫ້ໄດ້ 70% ແລະ 65% ໃນປີ 2015 ເມື່ອຖາມເຖີງ ຄວາມ ເປັນໄປໄດ້ ເຈົ້າຫນ້າທີ່ ບໍ່ສາມາດ ຢືນຢັນ ເຖິງ ຄວາມສຳເຣັດ.