ຍັງພົບ ການລັກປູກຝິ່ນ ຢ່າງແຜ່ຫຼາຍ ໃນແຂວງຫຼວງນ້ຳທາ

0:00 / 0:00

ອີງຕາມການຣາຍງານ ຂອງພັນໂທ ສິງຄໍາ ອຸດົມພອນ ຮອງຫົວໜ້າຫ້ອງການຕໍາຣວດ ກອງບັນຊາການ ປ້ອງກັນຄວາມສງົບ ແຂວງຫຼວງນໍ້າທາ ຫວ່າງວັນທີີ 1 ພຶສພາ ປີ 2022 ນີ້ວ່າ ໃນແຂວງຫຼວງນໍ້າທາ ຍັງມີການລັກລອບປູກຝິ່ນ ກັນຢ່າງຫຼວງຫຼາຍ ແລະຕໍ່ເນື່ອງ ພົບການລັກລອບປູກຝິ່ນ ໃນ 4 ເມືອງ ໃນເນື້ອທີ່ 90 ປາຍເຮັກຕ້າຣ໌ ຊຶ່ງສ່ວນໃຫຍ່ ຈະເປັນຊົນເຜົ່າອາຂ່າ, ເຜົ່າກຸຍ ແລະເຜົ່າມູເຊີ ທີ່ມັກລັກປູກຝິ່ນ.

ສາເຫດທີ່ເຂົາເຈົ້າລັກປູກຝິ່ນ ຍ້ອນວ່າ ເຂົາເຈົ້າເຄີຍເຮັດອາຊີບນີ້ ມາແຕ່ເດິກດໍາບັນແລ້ວ ກ່ອນທີ່ຣັຖບານລາວ ຈະປັບປຸງກົດໝາຍ ຍົກໃຫ້ຝິ່ນເປັນຢາເສບຕິດ ທີ່ຫ້າມປູກໃນປະເທດລາວ ໂດຍເຈົ້າໜ້າທີ່ຄາດວ່າ ເຂົາເຈົ້າປູກຂາຍ ແລະສົ່ງໄປຍັງປະເທດພະມ້າ ແລະປະເທດຈີນ ທີ່ຕິດກັບຊາຍແດນລາວເພື່ອຫາເງິນ.

ດັ່ງເຈົ້າໜ້າທີ່ຕໍາຣວດ ໃນເມືອງຫຼວງນໍ້າທາ ທ່ານນຶ່ງ ທີ່ຂໍສງວນຊື່ ແລະຕໍາແໜ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 4 ພຶສພາ ນີ້ວ່າ:

“ພວກນີ້ມັນກໍມີຕລອດຫັ້ນແຫຼະ ເຂົາກໍເຄີຍຫາເງິນແບບນີ້ ມາແຕ່ເດິກດໍາບັນພຸ້ນແຫຼະ ກະແມ່ນຊົນເຜົ່ານ້ອຍເນາະ ທີ່ວ່າຢູ່ລຽບຊາຍແດນ ກໍເປັນຊາວບ້ານນັ້ນແຫຼະ ເຜົ່າອາຂ່າເບາະ ພວກກຸຍເບາະ ພວກມູເຊີ້ ຊິນ່າ ເບິ່ງຊົງນີ້ ກໍຄືຊິມີສົ່ງອອກທາງຕ່າງປະເທດ ແຖວພະມ້າເບາະ ຈີນ ຈັ່ງຊີ້ ກໍາລັງພວກເຮົາມັນບໍ່ຮອດເດ້ ເຂົາເຈົ້າກໍຊິລັກເອົາຂ້າມ ເອົາໄປເອົາມາຊິງ່າຍແຫຼະ.”

ທ່ານກ່າວຕື່ມວ່າ ຕາມຊາຍແດນຕ່າງໆ ກໍມີເຈົ້າໜ້າທີ່ ຍ່າງລາດຕະເວນຢູ່ ແຕ່ກໍາລັງເຈົ້າໜ້າທີ່ກໍບໍ່ໄດ້ພຽງພໍ ຮວມທັງອຸປະກອນຕ່າງໆ ແລະງົບປະມານ ກໍຍັງຂາດເຂີນ ເຊິ່ງເຮັດໃຫ້ການປາບປາມລົບລ້າງ ບໍ່ໃຫ້ມີການປູກຝິ່ນນີ້ ຍັງເປັນໄປໄດ້ຍາກ ຍ້ອນວ່າພື້ນທີ່ ທີ່ເຂົາເຈົ້າລັກປູກຝິ່ນນັ້ນ ເປັນບ່ອນທີ່ເຈົ້າໜ້າທີ່ເຂົ້າບໍ່ເຖິງ ເພາະເປັນເຂດຫ່າງໄກສອກຫຼີກ ເຂດພູດອຍ ແລະເປັນເຫວສູງຊັນ ຊຶ່ງສ່ວນໃຫຍ່ເຈົ້າໜ້າທີ່ ກໍຍັງຕ້ອງອາສັຍໃຫ້ຊາວບ້ານຊ່ອຍເປັນຫູເປັນຕາໃຫ້ ຫາກພົບເຫັນວ່າ ມີການປູກຝິ່ນ ກໍໃຫ້ແຈ້ງຕໍ່ເຈົ້າໜ້າທີ່:

“ພື້ນຖານມັນໄປບໍ່ຮອດ ມັນໄກນີ້ແຫຼະ ຫ່າງໄກສອກຫຼີກ ພູດອຍ ເຫວສູງ ຊິມັນກໍຍາກ ກ່ອນທີ່ພະນັກງານເຮົາ ຈະໄປຮອດເຂດນັ້ນ ມັນກໍຕ້ອງໃຊ້ເວລາ ຣະດັບ 2-3 ມື້ຫັ້ນນ່າ ໂຄງການເຂົາເຈົ້າກໍຊ່ອຍເຫຼືອໂດຣນ ແມ່ນຫຍັງຕ່າງໆ ນໍາໃຊ້ກະບໍ່ທົ່ວບໍ່ເຖິງດອກ ມັນເຂດກວ້າງຂວາງ ມັນໃຫຍ່ ຊິໄດ້ເພີ່ມງົບປະມານຕໍ່ນີ້ຕື່ມ ສ່ວນຫຼາຍກໍອາສັຍ ຊາວບ້ານເຈີະເນາະ ກະຣາຍງານ ພື້ນຖານເຮົາມັນໄປບໍ່ຮອດໄປບໍ່ເຖິງ ມັນກໍຈະໄດ້ປ່ອຍປະແນວນັ້ນແຫຼະເຮັດຈັ່ງໃດ.”

ໃນແຂວງຫຼວງນໍ້າທາ ມີທັງໝົດ 5 ເມືອງ ພົບການລັກລອບປູກຝິ່ນ ໃນ 4 ເມືອງ ຄື: ເມືອງຫຼວງນໍ້າທາ, ເມືອງລອງ, ເມືອງນາແລ ແລະເມືອງວຽງພູຄາ ເຊິ່ງມີພຽງເມືອງດຽວ ທີ່ບໍ່ມີການລັກລອບປູກຝິ່ນ ຄື: ເມືອງສິງ.

ທີ່ຜ່ານມາ ເຈົ້າໜ້າທີ່ຕໍາຣວດ ກໍເຄີຍຈັບເຈົ້າຂອງສວນ ທີ່ລັກລອບປູກຝິ່ນໄດ້ ແຕ່ກໍບໍ່ໄດ້ລົງໂທດເຖິງຂັ້ນຕິດຄຸກ ຈະລົງໂທດ ໂດຍການສຶກສາອົບຮົມ ແລະປັບໃໝຕາມກົດໝາຍເທົ່ານັ້ນ ແລະປັດຈຸບັນນີ້ ປະຊາຊົນກໍບໍ່ຄ່ອຍໃຫ້ຄວາມຮ່ວມມືເທົ່າທີ່ຄວນ ຍັງມີການປິດບັງ ເຣື່ອງການປູກຝິ່ນ ຈຶ່ງເປັນສາເຫດ ທີ່ເຮັດໃຫ້ລົບລ້າງການປູກຝິ່ນເປັນໄປໄດ້ຍາກ ບວກກັບດ້ານງົບປະມານ ກໍບໍ່ມີພຽງພໍນໍາດ້ວຍ.

ດັ່ງເຈົ້າໜ້າທີ່ຕໍາຣວດ ໃນເມືອງນາແລ ທ່ານນຶ່ງ ທີ່ຂໍສງວນຊື່ ແລະຕໍາແໜ່ງ ກ່າວວ່າ:

“ຫຍຸ້ງຍາກຫຼາຍ ມັນກໍໃຊ້ງົບປະມານຫຼາຍ ບໍ່ພຽງບໍ່ພໍປານໃດນັ້ນແຫຼະ ເພິ່ນກະຂາດເຂີນເນາະ ກໍເນື່ອງຈາກວ່າ ເສັ້ນທາງກ່ອນຈະໄປຮອດເປົ້າໝາຍຫັ້ນນ່າ ມີຄວາມຫຍຸ້ງຍາກ 2-3 ປີມານີ້ ປະຊາຊົນ ປິດບັງກັນນ່າ ບໍ່ສາມາດເຮັດຫຍັງໄດ້ ມີແຕ່ວ່າທໍາລາຍຖິ້ມແລ້ວກໍແລ້ວ ທາງພັກ-ຣັຖເຮົາ ໂທດທາງອາຍານີ້ບໍ່ໄດ້ ມີແຕ່ໃຊ້ຮູບແບບ ສຶກສາອົບຮົມ ປັບໃໝຫັ້ນສ່ວນຫຼາຍ.”

ດ້ານເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ທ່ານນຶ່ງ ໃນເມືອງລອງ ໄດ້ກ່າວວ່າ ກ່ຽວກັບເຣື່ອງດັ່ງກ່າວນີ້ ທີ່ຜ່ານມາ ເຈົ້າໜ້າທີ່ ກໍມີການລົງໂຄສະນາກົດໝາຍ ກ່ຽວກັບຝິ່ນນີ້ ໃຫ້ປະຊາຊົນເຜົ່າຕ່າງໆເຂົ້າໃຈ ແຕ່ກໍບໍ່ໄດ້ໂຄສະນາຢ່າງຕໍ່ເນື່ອງ ຍ້ອນວ່າ ຍັງຂາດເຂີນງົບປະມານ ຈຶ່ງຄິດວ່າເປັນສາເຫດນຶ່ງ ທີ່ຍັງເຮັດໃຫ້ຊາວບ້ານລັກປູກຝິ່ນ:

“ຜ່ານມາ ກະລົງໂຄສະນາຢູ່ຫັ້ນແຫຼະ ໄປເຂດອັນທີ່ວ່າຫ່າງໄກສອກຫຼີກແດ່ ເຣື່ອງງົບປະມານ ກໍຫຼາຍອັນພົບຄວາມຫຍຸ້ງຍາກນັ້ນແຫຼະ ປະຊາຊົນນີ້ໂອ້ ກໍບໍ່ໄດ້ຣາຍງານໃຫ້ພາກສ່ວນກ່ຽວຂ້ອງ ນີ້ກໍຫຍຸ້ງຍາກ.”

ກ່ຽວກັບເຣື່ອງດັ່ງກ່າວນີ້ ຊາວບ້ານໃນແຂວງຫຼວງນໍ້າທາຫຼາຍຄົນ ໄດ້ໃຫ້ຄວາມເຫັນວ່າ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຄວນຈະລົງໄປຊຸກຍູ້ ໃນການປູກພືດທົດແທນ ຫຼືລ້ຽງສັດ ໃຫ້ກັບຊົນບັນດາເຜົ່າ ທີ່ຢູ່ຕາມເຂດຫ່າງໄກສອກຫຼີກໃຫ້ຫຼາຍຂຶ້ນ ໃຫ້ມີຣາຍຮັບຫຼືສາມາດຫາລ້ຽງຄອບຄົວ ໃຫ້ກຸ້ມຕົນເອງໄດ້ ແລະລົງຊຸກຍູ້ດ້ານກົດໝາຍ ກ່ຽວກັບຢາເສບຕິດໃຫ້ຫຼາຍກວ່ານີ້ ເຂົາເຈົ້າກໍຈະບໍ່ໄປລັກລອບປູກຝິ່ນ:

“ກະຊຸກຍູ້ເຂົາ ປະຊາຊົນຢູ່ເຂດຊົນນະບົດ ເອົາການປູກຝັງລ້ຽງສັດນີ້ ເປັນສ່ວນໃຫຍ່ແຫຼະ ຝິ່ນນີ້ ເປັນສິ່ງເສບຕິດນີ້ ຜົລຮ້າຍຕໍ່ສັງຄົມນ່າ ຕໍ່ລູກຕໍ່ຫຼານນີ້ ກະຫຼຸດຜ່ອນລົງໄດ້ແລ້ວ.”

ຊາວບ້ານໃນແຂວງຫຼວງນໍ້າທາ ອີກທ່ານນຶ່ງ ກໍກ່າວວ່າ ສ່ວນໃຫຍ່ແລ້ວ ຊາວບ້ານໃນເຂດຊົນນະບົດ ທີ່ຢູ່ເຂດຫ່າງໄກສອກຫຼີກ ເຂົາເຈົ້າກໍເຮັດໄຮ່, ເຮັດນາ, ເຮັດສວນ ຊອກຫາເຄື່ອງປ່າຂອງດົງ ພໍກຸ້ມຢູ່ກຸ້ມກິນ ບໍ່ໄດ້ເອົາໄປຂາຍເພື່ອເປັນຣາຍໄດ້ ຖ້າຫາກມີການຊຸກຍູ້ ໃນການປູກພືດທົດແທນຝິ່ນ ແລະລ້ຽງສັດ ກໍຈະດີແກ່ເຂົາເຈົ້າຫຼາຍ.

“ສ່ວນໃຫຍ່ ກະອາຊີບເຮັດໄຮ່ເຮັດນາ ປູກເຂົ້າ ຊອກຫາເຄື່ອງປາຂອງດົງຊິແຫຼະ ກໍອາສັຍຢູ່ແບບທັມມະຊາດ ພໍກຸ້ມກິນຢູ່ ແບບດັ້ງເດີມ ຈິດໃຈ ກະຢາກໃຫ້ມີເງື່ອນໄຂລ້ຽງສັດ ກໍຢາກໃຫ້ລົງທຶນການລ້ຽງສັດ ມີເງື່ອນໄຂການປູກຝັງ ກໍມີການລົງທຶນ ເປັນຣາຍຮັບ ເປັນສິນຄ້າໃຫ້ແກ່ປະຊາຊົນ.”

ສໍາລັບ 4 ເມືອງ ໃນແຂວງຫຼວງນໍ້າທາ ທີ່ມີການລັກລອບປູກຝິ່ນນັ້ນ ຍັງແກ້ໄຂໄດ້ຍາກ ຍ້ອນຍັງຂາດງົບປະມານ ແລະປະຊາຊົນຈໍານວນນຶ່ງ ບໍ່ໃຫ້ຄວາມຮ່ວມມືເທົ່າທີ່ຄວນ.

ທ່ານພັນໂທ ສິງຄໍາ ອຸດົມພອນ ຮອງຫົວໜ້າຫ້ອງການຕໍາຣວດ ກອງບັນຊາການ ປ້ອງກັນຄວາມສະຫງົບ ແຂວງຫຼວງນໍ້າທາ ກໍໄດ້ຣາຍງານອີກວ່າ ໃນສະເພາະ ປີ 2021 ຫາ ປີ2022 ຍັງມີການລັກລອບປູກຝິ່ນ ຢູ່ແຂວງຫຼວງນໍ້າທາ ຢ່າງຕໍ່ເນື່ອງ ໂດຍມີປະຊາຊົນ 8 ກຸ່ມບ້ານ ປະກອບມີປະຊາຊົນໃນ 20 ບ້ານ ທີ່ລັກລອບປູກຝິ່ນ ແຕ່ຫາກເມື່ອທຽບໃສ່ປີ ທີ່ຜ່ານມາ ຫຼຸດລົງ 55 ເຮັກຕ້າຣ໌ປາຍ ເຊິ່ງເນື້ອທີ່ທີ່ກວດພົບ ເຈົ້າໜ້າທີ່ໄດ້ທໍາລາຍຖິ້ມໝົດ 100% ແລ້ວ.
ຢ່າງໃດກໍຕາມ ຢູ່ເມືອງລອງ ແຂວງຫຼວງນໍ້າທາ ມີຜູ້ລັກລອບປູກຝິ່ນ ຈໍານວນ 53 ເຮັກຕ້າຣ໌, ຢູ່ເມືອງວຽງພູຄາ ຈໍານວນ 29 ເຮັກຕ້າຣ໌ປາຍ, ເມືອງນາແລ 7 ເຮັກຕ້າຣ໌ ແລະເມືອງຫຼວງນໍ້າທາ ມີເນື້ອທີ່ລັກລອບປູກຝິ່ນ ເກືອບ 1 ເຮັກຕ້າຣ໌.

ກ່ອນນີ້ ໃນປີ 2021 ວິທຍຸເອເຊັຽເສຣີ ໄດ້ຣາຍງານວ່າ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ແຂວງຫຼວງນໍ້າທາ ໄດ້ທໍາລາຍສວນຝິ່ນ ທີ່ປະຊາຊົນລັກລອບປູກ ຈໍານວນ 145 ເຮັກຕ້າຣ໌.