ພັຍແຫ້ງແລ້ງ ຂ.ຫຼວງນໍ້າທາ ຂາດນໍ້າໃຊ້

ມະນີຈັນ
2020.04.02
F-luangnamtha-rice ສະພາບຄວາມແຫ້ງແລ້ງ ໃນທົ່ງນາ ເມືອງ ແລະ ແຂວງ ຫຼວງນ້ຳທາ
ພາບຈາກ : ວີດີໂອ ໂທຣະທັສ ຫຼວງນໍ້າທາ

ແຂວງຫຼວງນໍ້າທາ ປະສົບບັນຫາພັຍແລ້ງ, ເຮັດໃຫ້ປະຊາຊົນຫຼາຍບ້ານ ຢູ່ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ຂາດເຂີນນໍ້າກິນນໍ້າໃຊ້ ໂດຍສະເພາະຢູ່ເຂດຫ່າງໄກ ທີ່ຍັງບໍ່ມີນໍ້າປະປາໃຊ້, ມີແຕ່ນໍ້າລິນ, ນໍ້າບໍ່ພໍໃຊ້ ເປັນຕົ້ນ ບ້ານບໍ່ເຕັນ, ບ້ານນໍ້າແກນ້ອຍ, ບ້ານນໍ້າແກໃຫຍ່ ຊຶ່ງປັດຈຸບັນ ໄດ້ຮັບຜົລກະທົບ ຍ້ອນນໍ້າໃນຫ້ວຍບົກລົງຫລາຍ ດັ່ງຊາວເມືອງ ຫລວງນໍ້າທາທ່ານນຶ່ງກ່າວຕໍ່ RFA ໃນມື້ວັນທີ 25 ມີນາ ນີ້ວ່າ:

“ໂອ໋ຍ ມັນບໍ່ມີໜອງມີແໜງຫຍັງ ມີແຕ່ຫ້ວຍນ້ອຍ ແຫ້ງໝົດແລ້ວນ່າ ກໍບາງບ້ານຂາດຢູ່ ນໍ້າລິນກະບໍ່ພໍໃຊ້ ມີເທົ່າໃດ ກໍໃຊ້ໄປເທົ່ານັ້ນ ໃຊ້ພໍກິນລະເລັກລະນ້ອຍ ກໍພາກັນປະຢັດ ຊ່ວຍກັນເທົ່ານັ້ນແຫລະ.”

ທ່ານກ່າວຕື່ມວ່າ ທີ່ຜ່ານມາ ມີເຈົ້າໜ້າທີ່ລົງມາເກັບຂໍ້ມູນ ກ່ຽວກັບຄວາມແຫ້ງແລ້ງ, ແຕ່ບໍ່ສາມາດຊ່ອຍເຫລືອໄດ້ ຍ້ອນນໍ້າໃນຫ້ວຍເກືອບ ທຸກແຫ່ງບົກລົງຫລາຍ, ບໍ່ຮູ້ຈະຫານໍ້າມາຈາກໃສ ຂນະທີ່ປະຊາຊົນ ຮຽກຮ້ອງ ໃຫ້ມີຜູ້ເຂົ້າມາຊ່ອຍເຫລືອ:

“ຂໍ້ມູນທາງການ ເພິ່ນກະມາເກັບໄປໝົດແລ້ວ ຫຼາຍບ້ານເຂົາກະສເນີ ສເນີມັນກະແບບວ່າຊ່ວຍບໍ່ໄດ້ ສິເອົານໍ້າຢູ່ໃສມາ ນໍ້າໃນແຕ່ລະຫ້ວຍ ແຕ່ລະບ່ອນກະແຫ້ງໝົດ ກະຄິດວ່າຄັນມີຄົນ ທີ່ຈະສາມາດຊ່ວຍ ເຫລືອໄດ້ ແຮງສິມີກໍາລັງໃຈຫັ້ນແຫລະ ເຣື່ອງນໍ້ານີ໊ເນາະ ເບິ່ງບໍ່ມີວິແວວ ເທື່ອເວີ້ຍ ອັນນີ້ກໍ໊.”

ໃນຂນະດຽວກັນ ຊາວເມືອງຫລວງນໍ້າທາ ອີກທ່ານນຶ່ງ ກໍຢືນຢັນວ່າ ປັດຈຸບັນ ນໍ້າຢູ່ຕາມຫ້ວຍບົກແຫ້ງລົງ. ປະຊາຊົນສ່ວນໃຫຍ່ໃນເຂດ ຊົນນະບົດໃຊ້ນໍ້າລິນ ທີ່ບໍ່ມີພຽງພໍ:

"ກະແນ່ນອນລະເນາະ ເຣື່ອງນໍ້ານີ້ມັນກະຫລຸດຫລາຍ ສ່ວນຫລາຍເຮົາກະໃຊ້ນໍ້າລິນນີ້ແຫລະ. ໂດຍລວມກະມີເນາະເຣື່ອງ ຂາດເຂີນນໍ້າ ອັນນີ້ເນາະ. ສາເຫດອັນນຶ່ງກໍຍ້ອນ ພັຍທັມຊາດນີ້ແຫຼະ. ຟ້າແລ້ງນີ້ແຫຼະ ໃຫ້ນໍ້າບົກແຫ້ງເນາະ.”

ກ່ຽວກັບເຣຶ່ອງທີ່ວ່ານີ້ ເຈົ້າໜ້າທີ່ຜແນກກະສິກັມແລະປ່າໄມ້ ແຂວງຫຼວງນໍ້າທາ ຢືນຢັນວ່າປັດຈຸບັນ ຢູ່ຫຼວງນໍ້າທານໍ້າຫ້ວຍບົກແຫ້ງຫຼາຍ. ປະຊາຊົນ ປະສົບບັນຫາພັຍແຫ້ງແລ້ງ, ບາງບ້ານທີ່ເຮັດນາແຊງ ກໍບໍ່ສາມາດເຮັດໄດ້ ຍ້ອນບໍ່ມີນໍ້າ ແລະ ເຈົ້າໜ້າທີ່ດ້ານການປູກຝັງ ແຂວງຫລວງນໍ້າທາ ກໍໄດ້ກ່າວຕໍ່ RFA ໃນມື້ດຽວກັນນີ້ວ່າ ພາກສ່ວນກ່ຽວຂ້ອງ ກໍໄດ້ລົງໄປກວດການໍ້າ ໃນຫ້ວຍຕ່າງໆເພື່ອຫາວິທີ ຊ່ອຍເຫຼືອ ປະຊາຊົນແລ້ວ.

“ຜ່ານມາເພິ່ນກະລົງໄປກວດ ຕາມຫ້ວຍນໍ້າ ເຮົາໄປກວດເບິ່ງໝົດເດ໊ ໂດຍມີຄະນະຮັບຜິດຊອບ ລົງໄປເບິ່ງ ກະມີແຜນຢູ່ ທີ່ລົງສົ່ງເສີມ ປະຊາຊົນ ປູກພືດຣະດູແລ້ງຫັ້ນ ເບິ່ງຕາມທ່າແຮງບ່ອນແມ່ນໍ້າໄປທົ່ວເຖິງ ຫັ້ນ ທົດແທນພັຍແຫ້ງແລ້ງດັ່ງກ່າວຫັ້ນ.”

ປີນີ້ ເປັນປີທີ 2 ຕິດຕໍ່ກັນ ຢູ່ແຂວງຫລວງນໍ້າທາ ປະສົບພັຍແຫ້ງແລ້ງ ແລະ ປີນີ້ ຍິ່ງແຫ້ງແລ້ງແຮງ ຈົນເຮັດໃຫ້ນໍ້າຫຼາຍສາຍບົກແຫ້ງ ໜັກ. ກ່ອນໜ້ານີ້ ຄະນະກັມມາທິການແມ່ນໍ້າຂອງສາກົນ MRC ກໍໄດ້ ອອກແຈ້ງການ ເຕືອນວ່າພາກເໜືອຂອງລາວ ຈະປະສົບພັຍ ແຫ້ງແລ້ງໜັກໜ່ວງ ແລະແກ່ຍາວຍ້ອນຝົນຈະຕົກໜ້ອຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.