ຫຼາຍຄົນເຫັນວ່າ ໂຄງການ 1 ແລວ 1 ເສັ້ນທາງ ຂອງຈີນ ກະທົບສິ່ງແວດລ້ອມຫຼາຍ
2023.03.09
ປະຊາຊົນລາວ ຈໍານວນຫລວງຫລາຍ ຮວມທັງເຈົ້າໜ້າທີ່ເວົ້າວ່າ ໂຄງການ 1 ແລວ 1 ເສັ້ນທາງ ຫລື Belt and Road Initiative (BRI) ຂອງຈີນ ສົ່ງຜົລກະທົບໃສ່ສິ່ງແວດ ລ້ອມ. ການລົງທຶນຂອງຈີນ ທີ່ຮັບໃຊ້ໂຄງການດັ່ງກ່າວ ນໍາບັນຫາມາໃຫ້ສັງຄົມລາວ ຫລາຍເກີນກວ່າຈະຮັບມືໄຫວ, ບໍ່ເປັນໄປຕາມຄໍາຖແລງຂອງ ທ່ານ ຈິນ ກັງ (Qin Gang) ຣັຖມົນຕຣີ ກະຊວງການຕ່າງປະເທດຈີນ ໃນມື້ວັນທີ 7 ມີນານີ້ວ່າ ໂຄງການ 1 ແລວ 1 ເສັ້ນທາງ ຂອງຈີນ ຈະສ້າງໂອກາດ ໃຫ້ປະຊາຊົນລາວ ມີວຽກເຮັດງານທໍາ, ເພີ່ມລາຍໄດ້ ແລະພັທນາປະເທດລາວ.
ເຈົ້າໜ້າທີ່ລາວທີ່ ກ່ຽວຂ້ອງຢູ່ນະຄອນຫລວງວຽງຈັນ ເວົ້າວ່າ ນັກລົງທຶນຈີນ ທີ່ເຂົ້າມາລົງທຶນ ໃນໂຄງການປູກຝັງ ລ້ຽງສັດ ແລະຂຸດຄົ້ນບໍ່ແຮ່ ພາຍໃຕ້ໂຄງການ 1 ແລວ 1 ເສັ້ນທາງຂອງຈີນ ຈໍານວນນຶ່ງຢູ່ປະເທດລາວ ຈະບໍ່ມັກເຮັດບົດວິພາກ ດ້ານສິ່ງແວດລ້ອມ ກ່ອນຈະດໍາເນີນ ກິຈການຕ່າງໆ. ດັ່ງນັ້ນຈຶ່ງເຮັດໃຫ້ ເກີດມີບັນຫາສິ່ງແວດລ້ອມ ອາກາດເປັນມົລພິດ, ນໍ້າເນົ່າເສັຍ ກະທົບໃສ່ທັງປະຊາຊົນ ແລະສັດສາວາສິ່ງ ຄືທີ່ເຫັນກັນຢູ່ໃນປັດຈຸບັນ.
ດັ່ງທີ່ທ່ານກ່າວຕໍ່ ວິທຍຸເອເຊັຍເສຣີ ໃນມື້ວັນທີ 9 ມິນານີ້ວ່າ:
“ເຣື່ອງບັນຫາມັນກໍເວົ້າກ່ຽວກັບເຣື່ອງ ສ່ວນຫລາຍ ມັນກໍເຣື່ອງສິ່ງແວດລ້ອມ ຫັ້ນແຫລະ ອາດໃສ່ສານເຄມອກເຄມີ ຜ່ານມາມັນມີບາງບໍຣິສັດ ບໍ່ໄດ້ເຮັດບົດວິພາກ ສິ່ງແວດລ້ອມ ມີແຕ່ວ່າອະນຸຍາດ ໃຫ້ດໍາເນີນແລ້ວເຂົາກໍດໍາເນີນໄປເລີຍ ດຽວນີ້ເພິ່ນ ຣັຖບານເພິ່ນ ເອົາໃຈໃສ່ ເຣື່ອງສິ່ງແວດລ້ອມ ເຮົາເຮັດກະສິກອກກະສິກັມ ບໍ່ເອົາໃຈໃສ່ສານເຄມອກເຄມີບໍ່. ຢູ່ໂຮງຈັກໂຮງງານ ມັນກໍອາຈກະທົບ ກະເທືອນ ໃສ່ພາຍຂ້າງໜ້າ ກິ່ນອິຫຍັງແຫລະ ການດໍາຣົງຊີວິດແຫລະ.”
ທ່ານກ່າວຕື່ມວ່າ ໂຄງການ 1 ແລວ 1 ເສັ້ນທາງຂອງຈີນ ທີ່ປະຊາຊົນລາວ ໄດ້ຮັບຜົລປໂຍດຄື ທາງຣົຖໄຟ ລາວ-ຈີນ ແລະທາງດ່ວນ ນະຄອນຫລວງວຽງຈັນ-ວັງວຽງ ທີ່ໄດ້ສ້າງສໍາເຣັດ ແລະເປີດໃຊ້ໄປແລ້ວນັ້ນ ຄືການປະຢັດເວລາ ໃນການເດີນທາງ ຂອງນັກທ່ອງທ່ຽວ ແລະຂົນສົ່ງສິນຄ້າ.
ຢູ່ແຂວງຫລວງພຣະບາງ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງເວົ້າວ່າ ປັດຈຸບັນ ມີຂໍ້ມູນແບບບໍ່ເປັນທາງການ ກ່ຽວກັບນັກທຸຣະກິຈຈີນ ຈໍານວນນຶ່ງ ເຂົ້າມາເຊົ່າ, ສັມປະທານເຮືອນພັກ, ໂຮງແຮມ, ຮ້ານອາຫານ ຂອງຄົນລາວ ພາຍໃຕ້ໂຄງການ 1 ແລວ 1 ເສັ້ນທາງຂອງຈີນ ເພື່ອສ້າງທຸຣະກິຈ ເຄືອຂ່າຍບໍຣິການ ຄົນຈີນ. ທ່ານເປັນຫ່ວງວ່າ ພົລເມືອງລາວ ທີ່ປະກອບອາຊີບ ດ້ານການທ່ອງທ່ຽວ ແລະການບໍຣິການອື່ນໆ ຈະບໍ່ສາມາດ ດໍາເນີນການຕໍ່ໄປໄດ້ ຍ້ອນຄົນຈີນ ຈະເປັນຜູ້ບໍຣິການກັນເອງ.
ດັ່ງທີ່ທ່ານກ່າວ ໃນມື້ດຽວກັນນີ້ວ່າ:
“ເອີ ບາງເທື່ອ ເພິ່ນກໍບໍ່ໄດ້ມາສ້າງດອກ ບາງ ເທື່ອ ເພິ່ນກໍມາເຊົ່າມາສັມປະທານ ໂຮງແຮມທີ່ມີແລ້ວຫັ້ນ ເປັນເຄືອຂ່າຍໂຕນີ້ ໄທເຮົາກໍເວົ້າກັນຢູ່ ພວກເຮົາກໍກຽມຮັບມືຢູ່ ຕໍ່ໜ້າໄປ ເພາະວ່າຄັນນັກທ່ອງທ່ຽວຈີນ ເຂົ້າມາເຮັດເຄືອຂ່າຍ ທຸຣະກິຈ ຄືແນວນີ້ນ່າ ບາດນີ້ຄົນຈີນມາທ່ອງທ່ຽວ ເຂົາກໍນໍາໃຊ້ບໍຣິການ ຕັ້ງແຕ່ຮ້ານຄົນຈີນ ເຮືອນພັກຈີນ ອາຫານຈີນໄປຊັ້ນ ທຸຣະກິຈ ຈີນກໍມີຫລາຍ ຢູ່ຫລວງພຣະບາງ ເຂົາເຈົ້າມາຢູ່ພີ້ ເຂົາກໍມີເຄືອຂ່າຍ ເຂົາກໍລົງໂຄສະນາເຂົາ ແລ້ວຄົນຈີນກໍມາໃຊ້ບໍຣິການ ຂອງເຂົາ.”
ຊາວບ້ານຢູ່ເມືອງເງິນ ແຂວງຫລວງພຣະບາງ ກໍເວົ້າວ່າ ໂຄງການສ້າງເຂື່ອນນໍ້າຄານ ທີ່ຢູ່ພາຍໃຕ້ໂຄງການ 1 ແລວ 1 ເສັ້ນທາງຂອງຈີນ ກະທົບໃສ່ປະຊາຊົນ, ເຮັດໃຫ້ປະຊາຊົນ ຈໍາເປັນຕ້ອງໄດ້ໂຍກຍ້າຍ ໄປຢູ່ບ້ານຈັດສັນ ທີ່ຢູ່ບ່ອນໃໝ່, ບໍ່ມີບ່ອນທໍາມາຫາກິນ, ຊີວິດການເປັນຢູ່ຫຍຸ້ງຍາກ ກວ່າເກົ່າ. ດັ່ງນັ້ນຈຶ່ງຢາກໃຫ້ ພາກສ່ວນທີ່ກ່ຽວຂ້ອງ ມີໂຄງການສົ່ງເສີມ ໃຫ້ມີການຝຶກອົບຮົມ ເຣື່ອງການປູກພືດ ຫລື ຫັດຖະກັມ ເພື່ອສ້າງລາຍໄດ້ ແລະອາຊີບ ເນື່ອງຈາກປັດຈຸບັນ ປະຊາຊົນຈໍານວນນຶ່ງ ບໍ່ໄດ້ມີອາຊີບ ຖາງປ່າເຮັດໄຮ່ ເພື່ອມີລາຍໄດ້ ດັ່ງທີ່ທ່ານກ່າວໃນມື້ດຽວກັນນີ້ວ່າ.
“ທາງຣັຖບານພວກເຮົາ ໄດ້ຈັດສັນບ່ອນຢູ່ອາສັຍ ແລ້ວເຮືອນຖາວອນ ຜ່ານມາເຄີຍພົບຄວາມຫຍຸ້ງຍາກ ແລ້ວວາງວິຖີຊີວິດ ແບບໃໝ່ຫັ້ນນ່າ ບາງຄອບຄົວບໍ່ທັນຄຸ້ນເຄີຍ ຖ້າແກ້ໄຂກໍຄືວ່າແຫລະ ຖ້າເປັນໄປໄດ້ຢາກສົ່ງເສີມເຣື່ອງ ທາງທຶນຮອນບໍ່ ໃນການລ້ຽງສັດ ໃນການຝຶກອົບຮົມ ໃນການປູກເຫັດບໍ່ ຫັຖກັມບໍ່ ຕັດຫຍິບບໍ່.”
ຊາວບ້ານ ຢູ່ແຂວງຫລວງນໍ້າທາ ກໍພົບເຫັນນັກລົງທຶນຈີນ ເຂົ້າມາສັມປະທານດິນ ຊາວບ້ານ ແລະດິນຣັຖ ເພື່ອປູກພືດ ຣະດູແລ້ງ ຊຶ່ງບໍ່ຮູ້ວ່າ ໂຄງການທີ່ນັກລົງທຶນຈີນ ເຂົາເຈົ້າມານັ້ນ ເປັນໂຄງການພາຍໃຕ້ໂຄງການ 1 ແລວ 1 ເສັ້ນທາງນັ້ນ ຫລືບໍ່, ແຕ່ຊາວບ້ານ ຍັງພົບບັນຫາຄ່າເຊົ່າດິນ ທີ່ນັກລົງທຶນຈີນໃຫ້ນັ້ນ ຫລຸດຈາກລາຄາທ້ອງຕລາດ, ຄ່າຈ້າງຄົນງານເຝົ້າສວນ ໝາກໂມທີ່ເຮັດວຽກໜັກ ສຳຜັດສານເຄມີ ໄດ້ມື້ລະພຽງ 80,000 ກີບ ຂະນະທີ່ຄວາມເປັນຈິງ ຄົນງານແມ່ນຢາກໄດ້ມື້ລະ 130,000 ກີບ. ສ່ວນເຣື່ອງດິນນາ ທີ່ໃຊ້ນໍ້າຈາກຫ້ວຍ ຫລື ຊົລປະທານ ເຮັດນາປີບໍ່ໄດ້ຢ່າງຕໍ່ເນື່ອງ ເພາະດິນແຂງຍ້ອນການປູກໝາກໂມ ຂອງຈີນ.
ດັ່ງຊາວບ້ານບ້ານນໍ້າຟ້າ ເມືອງວຽງພູຄາ ແຂວງຫລວງນໍ້າທາ ເວົ້າໃນມື້ດຽວກັນນີ້ວ່າ:
“ນ່າເປັນຫວງ ກໍດິນນານີ້ເຮັດຫລາຍປີ ເຮັດບໍ່ໄດ້ ສາມປີສີ່ປີ ກໍຢາກພັກແລ້ວເພາະວ່າດິນຈະແຂງ ກໍເປັນຫ່ວງຢູ່ ດ້ານສຸຂພາບ ພວກສານ ຢາພິດເນາະທີ່ວ່າເຂົາເອົາໄປ ສິດໝາກໂມຫັ້ນນ່າ ກໍຈະມີຜົນສະທອນໃສ່ສຸຂະພາບຢູ່ ຖ້າບໍ່ເຮັດກໍສິບໍ່ໄດ້ເງິນເນາະ ອົດທົນເຂົາວ່າແນວນັ້ນ ສ່ວນຫລາຍເຂົາເວົ້າ ກ່ຽວກັບຄ່າເຊົ່າດິນ ຄ່າແຮງງານເນາະ ນ່າເປັນຫ່ວງນໍາ ລາຄາມັນຕໍ່າ ທຽບເງິນກີບ ເງິນໂດລ້າຣ໌ ມັນກໍ ໂອ໋.”
ສໍາລັບໂຄງການ 1 ແລວ 1 ເສັ້ນທາງຂອງຈີນໃນລາວ ແມ່ນໂຄງການທາງຣົຖໄຟ ລາວ-ຈີນ ແລະໂຄງການສ້າງເຂື່ອນໄຟຟ້າ ຫລາຍແຫ່ງໃນລາວ ເປັນຕົ້ນເຂື່ອນນໍ້າຄານ, ນໍ້າອູ ແລະເຂື່ອນນໍ້າຂອງ ທີ່ຈີນມີແຜນຈະສ້າງ. ນອກຈາກນັ້ນແລ້ວ ກໍມີໂຄງການພັທນາເຂດເສຖກິຈ ພິເສດໃນລາວ ແລະໂຄງການສ້າງ ຖນົນຫົນທາງ ຊຶ່ງລາວຕິດໜີ້ຈີນ ຢ່າງມະຫາສານ ເປັນການຍາກທີ່ຈະໃຊ້ໜີ້ນັ້ນ ຄືນໄດ້. ນອກຈາກລາວແລ້ວ ກໍມີຢູ່ປະເທດກັມພູຊາ, ພະມ້າ, ວຽດນາມ ຮວມເຖິງມາເລເຊັຽ, ອິນໂດເນເຊັຽ ແລະຟີລິບປິນສ໌, ຈີນກໍກໍາລັງຈະຂຍາຍໂຄງການ ດັ່ງກ່າວ ໃນອະນາຄົດ ເປັນຕົ້ນໂຄງການ ຣົຖໄຟຄວາມໄວສູງ ຂອງຈີນ.