ເຈົ້າຫນ້າທີ່ ອະນຸຮັກ ສັດປ່າ ສາກົນ ເວົ້າວ່າ ການ ພົບເຫັນ ປ່າຂ່າ ນ້ຳຈືດ ທີ່ ຕາຍ ໃນເຂດ ເກາະ ເຈີເຕົາ ຊາຍແດນ ກຳພູຊາ ກັບ ລາວ ນັ້ນ ເປັນການ ສະແດງ ອອກເຖິງ ການ ສູນພັນ ຂອງ ປາ ຊນິດ ທີ່ ຫາຍາກ ໃນ ແມ່ນ້ຳຂອງ ຄືດັ່ງ ປາຂ່າ ນ້ຳຈືດ ຊຶ່ງ ເຫລືອພຽງ ແຕ່ 5 ໂຕ ເທົ່ານັ້ນ ໃນ ເຂດ ດັ່ງກ່າວ. ອົງການ ອະນຸຮັກ ສັດປ່າ ຈຶ່ງຢາກ ຊັກຊວນ ໃຫ້ ທາງການ ລາວ ແລະ ກຳພູຊາ ເຮັດວຽກ ຮ່ວມກັນ ໃນການ ແກ້ໄຂ ບັນຫາ ດັ່ງກ່າວ ເພື່ອ ຊ່ອຍ ປາຂ່າ ຈາກ ການ ສູນພັນ ແລະ ກໍເປັນ ທີ່ມາ ຂອງ ຣາຍໄດ້ ຈາກ ນັກ ທ່ອງທ່ຽວ ໃນເຂດ ນັ້ນ.
ທ່ານ Thomas Gray ຜູ້ ຈັດການ ອົງການ ອະນຸຮັກ ສັດປ່າ ຜແນກ ສັດ ນ້ຳຂອງ ກ່າວວ່າ ນີ້ ເປັນ ຊ້ວງ ທີ່ ໂສກເສົ້າ ເສັຽໃຈ ທີ່ ມີ ເຫດການ ການ ຫລຸດລົງ ຂອງ ຈຳນວນ ປ່າຂ່າ ໃນ ແມ່ນ້ຳຂອງ. ທ່ານວ່າ ປັດຈຸບັນ ປາຂ່າ ໃນລາວ ມີພຽງ 5 ໂຕ ເທົ່ານັ້ນ ແລະ ກໍອາດຈະ ສູນພັນ ໃນ ອະນາຄົດ ບໍ່ວ່າ ຈະຢູ່ ໃນເຂດ ຂອງລາວ ຫຼື ໃນ ທົ່ວ ແມ່ນ້ຳຂອງ ຖ້າ ບໍ່ມີການ ປົກປ້ອງ ແລະ ອະນຸຮັກ.
ທ່ານ ວ່າ ປາຂ່າ ນ້ຳຈືດ ຢູ່ ແມ່ນ້ຳຂອງ ທຸກມື້ ນີ້ ໄດ້ສູ້ທົນ ຕໍ່ຄວາມ ຢູ່ລອດ ຂອງມັນ ມາຕລອດ ຍ້ອນ ຊາວປະມົງ ໃຊ້ ວິທີ ຕຶກປາ ແບບຜິດ ກົດຫມາຍ ຫລາຍຢ່າງ ເຊັ່ນ ໃຊ້ ຣະເບີດ, ໃຊ້ ໄຟຟ້າ ຊ໊ອດ ແລະ ສີ່ງ ເບື່ອເມົາ ປະເພດ ຕ່າງໆ ທີ່ ເຮັດໃຫ້ ຈຳນວນ ປາ ແລະ ສັດນໍ້າ ຫລຸດລົງ.
ຖ້າຫາກ ບໍ່ມີ ການ ປົກປ້ອງ ແລະ ປາບປາມ ຊາວ ປະມົງ ທີ່ ຫາປາ ແບບ ຜິດ ກົດຫມາຍ ຫລື ກົດເກນ ປາຂ່າ ນໍ້າຈືດ ແລະ ສັດນໍ້າ ອື່ນໆ ກໍຈະ ສູນພັນ ໄປ ໃນ ອະນາຄົດ ອັນໃກ້ ນີ້.
